ສປປລາວ ປ່ອຍ ຊາວຄຣິສຕຽນ
ເຈົ້າໜ້າທີ່ ທາງການລາວ ປ່ອຍຕົວ ຊາວຄຣິສຕຽນ 3 ຄົນ ທີ່ຖືກກັກຂັງ ຢູ່ແຂວງ ສວັນນະເຂດ.
-
ອາວະຣີ ຣາຍງານ
2008-11-18 -
-
-
ອົງການສິດທິມະນຸດ ເພື່ອຊິ່ງຊອມເບິ່ງ ສິດເສຣີພາບ ໃນການນັບຖື ສາສນາ ຢູ່ລາວ ຣາຍງານ ເມື່ອວັນຈັນ ວັນທີ່ 17 ເດືອນພຶສຈິກາ ນີ້ວ່າ ເຈົ້າໜ້າທີ່ ທາງການລາວ ໄດ້ປ່ອຍຕົວ ນັກໂທດ ສາມຄົນ ອອກຈາກ ທີ່ກັກຂັງ ຢູ່ບ້ານບຸຄຳ ແຂວງສວັນນະເຂດ.
ນັກໂທດທັງສາມຄົນ ເປັນຊາວລາວ ທີ່ນັບຖື ສາສນາ ຄຣິສຕຽນ ທີ່ຖືກຈັບ ແລະ ກັກຂັງ ນັບແຕ່ ຕົ້ນເດືອນສິງຫາເປັນ ຕົ້ນມາ. ຊາວຄຣິສຕຽນ ທັງສາມ ປະກອບດ້ວຍ ອາຈານ ສົມພົງ ສຸປັດໂຕ ອາຍຸ 32 ປີ ຊຶ່ງເປັນຜູ້ນຳ ສາສນາ ຄຣິສ ຢູ່ໃນທ້ອງຖິ່ນ ແລະ ອີກສອງຄົນ ຄື ທ້າວ ບຸດ ຈັນທະລືໄຊ ອາຍຸ 18 ປີ ແລະ ທ້າວ ຄຳຫວັນ ຈັນທະລືໄຊ ອາຍຸ 18 ປີ ເຊັ່ນກັນ.
ອົງການ ສິດທິມະນຸດ ຣາຍງານ ອີກວ່າ ເຈົ້າໜ້າທີ່ ທາງການລາວ ປ່ອຍຕົວຊາວຄຣິສຕຽນ ທັງສາມ ແຕ່ວັນທີ່ 16 ເດືອນ ທີ່ຜ່ານມາ ໂດຍທີ່ ພໍ່ບ້ານບ້ານບຸຄຳ ບໍ່ເຫັນດີເຫັນພ້ອມນຳ ໃນການປ່ອຍຕົວ ດັ່ງກ່າວ. ກ່ອນນີ້ ພໍ່ບ້ານ ເຄີຍຂູ່ວ່າ ຈະກັກຂັງ ຊາວຄຣິສຕຽນ ທັງສາມ ໃນຄຸກມຶດ ຕລອດຊີວິດ. ເຈົ້າໜ້າທີ່ ທ້ອງຖິ່ນ ຈັບຊາວຄຣິສຕຽນ ທັງໝົດ ເຈັດຄົນ ເມື່ອວັນທີ່ 20 ເດືອນ ກໍຣະກະດາ ໃນຂໍ້ຫາ ຍັງເຊື່ອຖື ແລະເຄົາຣົບບູຊາ ພຣະເຈົ້າ ແຕ່ໃນເທື່ອນັ້ນ ເຈົ້າໜ້າທີ່ ໄດ້ປ່ອຍຕົວ ພວກທີ່ຖືກຈັບ ໃນເວລາ ສາມສີ່ມື້ ຕໍ່ມາ; ແຕ່ວ່າ ຫລັງຈາກ ຖືກປ່ອຍບໍ່ດົນ ອາຈານ ສົມພົງ ແລະ ຊາວຄຣິສຕຽນ ໃນຄອບຄົວ ຈັນທະລືໄຊ ພັດຍັງ ບໍ່ຍອມປະລະ ຄວາມເຊື່ອຖື ຍັງສືບຕໍ່ ໂຮມຊຸມນຸມກັນ ໄຫວ້ພຣະສວດມົນ ຢູ່; ສະນັ້ນ ເຈົ້າໜ້າທີ່ທ້ອງຖິ່ນ ຈຶ່ງຈັບ ຊາວຄຣິສຕຽນ ທັງສາມຄົນອີກ ເມື່ອວັນທີ່ 3 ເດືອນສິງຫາ ແລະ ກັກຂັງ ພວກເຂົາເຈົ້າ ນັບແຕ່ນັ້ນມາ ຈົນເຖິງກາງເດືອນ ທີ່ແລ້ວ.
ອົງການ ສິດທິມະນຸດ ຣາຍງານ ອີກວ່າ ຊາວຄຣິສຕຽນ ທັງສາມ ຖືກມັດມື ມັດແຂ່ງ ແລະ ກັກຂັງ ຢູ່ຄຸກ ທີ່ເມືອງອາດສະພັງທອງ ແຂວງສວັນນະເຂດ. ເມື່ອເດືອນກັນຍາ ພໍ່ບ້ານ ບ້ານບຸຄຳ ໄດ້ປະຊຸມຊາວບ້ານ ແລະ ຮຽກຮ້ອງ ຊາວຄຣິສຕຽນ ແປດຄອບຄົວ ໃຫ້ປະລະ ຄວາມເຊື່ອຖື ຖ້າບໍ່ຍອມ ຈະໄລ່ພວກເຂົາເຈົ້າ ໜີອອກຈາກບ້ານ.