ສປປລາວ ບໍ່ສາມາດ ໃຫ້ 2 ສັນຊາດ ແກ່ລາວ ພົ້ນທະເລ
2008.11.18
ທ່ານ ຢົ້ງ ຈັນທະລັງສີ ໂຄສົກ ກະຊວງ ການຕ່າງປະເທດລາວ ໄດ້ໃຫ້ລາຍລະອຽດ ວ່າ ໃນກໍຣະນີ ທີ່ຄົນລາວ ຢູ່ຕ່າງປະເທດ ທີ່ຕ້ອງການ ຢາກກັບມາ ອາສັຍ ຢູ່ໃນລາວນັ້ນ ທາງການລາວ ຈະພິຈາຣະນາໃຫ້ ພຽງສັນຊາດດຽວ ບໍ່ສາມາດ ໃຫ້ຖື ສອງສັນຊາດໄດ້ ເພາະຜິດຕໍ່ກົດໝາຍລາວ ດັ່ງທ່ານ ໄດ້ກ່າວວ່າ:
“ບັນຫາ ເຣື້ອງສອງສັນຊາດນີ້ ເປັນໄປບໍ່ໄດ້ ເພາະວ່າ ຕາມກົດໝາຍລາວ ກົດໝາຍ ກ່ຽວກັບ ເຣື້ອງ ສັນຊາດ ແມ່ນຫ້າມບໍ່ໃຫ້ ມີຄົນຖື ສອງສັນຊາດ ນອກຈາກວ່າ ຂະເຈົ້າ ຖິ້ມ ສັນຊາດ ຝັ່ຣງ ອະເມຣິກາ ແລ້ວ ມາເອົາ ສັນຊາດລາວ ນີ້ໄດ້ຢູ່.”
ທ່ານກ່າວ ຕໍ່ໄປອີກວ່າ ເຖິງແມ່ນວ່າ ຣັຖບານລາວ ຈະມີ ນະໂຍບາຍ ດຶງດູດ ຊັກຊວນ ຄົນລາວ ສັນຊາດອື່ນ ໃຫ້ເຂົ້າມາ ເຮັດທຸລະກິດ ແຕ່ວ່າ ຕ້ອງ ປະຕິບັດຕາມ ກົດໝາຍລາວ ຢ່າງເຄັ່ງຄັດ ຊຶ່ງໝາຍຄວາມວ່າ ຫາກຕ້ອງການ ສອງສັນຊາດນັ້ນ ບໍ່ສາມາດ ເຮັດໄດ້ ຕ້ອງໄດ້ເລືອກເອົາ ສັນຊາດໃດ ສັນຊາດນຶ່ງ.
ແລະ ສໍາລັບ ຄົນລາວ ທີ່ມີສັນຊາດ ຕ່າງປະເທດ ສາມາດ ເຮັດທຸລະກິດ ໃນລາວໄດ້ ຕາມກົດໝາຍ ການຄ້າ ແລະ ການລົງທຶນ ແລະ ມີສິດ ຊື້ເຮືອນຊານ ຕຶກຮ້ານ ມີກັມມະສິດ ເປັນເຈົ້າຂອງໄດ້ ແຕ່ຕ້ອງໄດ້ ສັມປະທານ ທີ່ດິນ ຄື ເຊົ່າດິນ ຈາກຣັຖບານລາວ ທໍ່ນັ້ນ ດັ່ງທ່ານ ໄດ້ເວົ້າຕໍ່ໄປອີກວ່າ:
“ແລະ ນອກຈາກນັ້ນ ມີຫລາຍໆອັນ ທີ່ຣັຖບານ ກໍາລັງ ພິຈາຣະນາ ເພື່ອອໍານວຍ ຄວາມສະດວກ ໃຫ້ ຂະເຈົ້າ ສາມາດ ຊື້ເຮືອນ ຊື້ຊານໄດ້ ແຕ່ ທີ່ດິນນີ້ ແນ່ນອນວ່າ ເປັນໄປບໍ່ໄດ້.
ສໍາລັບ ການປ່ຽນແປງ ໃນອະນາຄົດ ກ່ຽວກັບ ເຣື້ອງດັ່ງກ່າວ ທ່ານກໍ ບໍ່ສາມາດ ຈະຮູ້ໄດ້ ວ່າ ຈະມີການປ່ຽນແປງ ໄປໃນຮູບໃດ ແຕ່ໃນປັດຈຸບັນນີ້ ກໍຕ້ອງ ໄດ້ຍຶດຖື ແລະ ປະຕິບັດຕາມ ກົດໝາຍ ສປປລາວ ທີ່ມີຢູ່ນີ້ ກ່ອນ.