ຊາວມົ້ງລາວຫວາດຫວັ່ນ ເພາະໃກ້ຈະຖືກສົ່ງກັບ

ກອງທະຫານໄທ ລໍຖ້າຄຳສັ່ງທີ່ ຈະອະນຸຍາດໃຫ້ ສົ່ງຊາວມົ້ງລາວ ຈາກບ້ານຫ້ວຍນ້ຳຂາວກັບຄືນປະເທດ.
ໂພໄຊສວັດ
2009.12.23

ໃນຂະນະທີ່ມີຂ່າວຊ່າລື ກ່ຽວກັບການສົ່ງຊາວມົ້ງລາວ ທີ່ຢູ່ສູນກັກຂັງຊົ່ວຄາວ ບ້ານຫ້ວຍນ້ຳຂາວ ແຂວງເພັຊບູນປະເທດໄທ ກັບຄືນໄປລາວ ຊຶ່ງຈະໃຫ້ແລ້ວໝົດ ພາຍໃນສອງອາທິດ ລະຍະທ້າຍປີ 2009 ນີ້ ຜູ້ສື່ຂ່າວໄດ້ສອບຖາມ ທາງເຈົ້າໜ້າທີ່ກ່ຽວຂ້ອງ ທ່ານພັນເອກ ປຣະສິດທິພົງ ມູນດີ ເສນາທິການທະຫານ  ຈາກສູນກັກຂັງມົ້ງລາວ ບ້ານຫ້ວຍນ້ຳຂາວ ຊີ້ແຈງວ່າ:

"ດຽວນີ້ລໍຖ້າທາງ ທບ ສັ່ງລົງມາວ່າຈະໃຫ້ປະຕິບັດ ແຕ່ວ່າຈະສົ່ງກໍຕ້ອງສົ່ງ ແຕ່ຕອນນີ້ລໍຄຳສັ່ງຢູ່ ຄືເຮົາຕ້ອງໃຊ້ມາຕການ ທາງກົດໝາຍນັ້ນແຫລະ ກໍຄວບຄຸມບັງຄັບ ໃຊ້ກົດໝາຍ ຕ້ອງໃຫ້ເຂົາສມັກໃຈ ກ່ອນຂັ້ນຕົ້ນ ແລ້ວກໍຕ້ອງບັງຄັບເຂົາ ຕອນນີ້ຕຽມຮຽບຮ້ອຍແລ້ວ ກໍລໍແຕ່ສັ່ງການ ທໍ່ນັ້ນເອງຖ້າທາງ ທບ ສັ່ງຖ້າ ທບບໍ່ສັ່ງກໍບໍ່ເຮັດ"

ທ່ານເວົ້າຕື່ມວ່າ ປັດຈຸບັນນີ້ທະຫານ ທີ່ຮັບຜິດຊອບພື້ນທີ່ ຍັງລໍຖ້າແຕ່ຄຳສັ່ງ ຈາກກອງທັບບົກໄທ ວ່າຈະໃຫ້ບັງຄັບ ສົ່ງຊາວມົ້ງລາວ ກັບຄືນມື້ໃດ ຖ້າມີຄຳສັ່ງມື້ໃດ ກໍຈະສາມາດເຮັດໄດ້ທັນທີ ເພາະຕອນນີ້ທາງຝ່າຍ ທະຫານກໍຕຽມພ້ອມໝົດແລ້ວ ເພາະການສົ່ງກັບເທື່ອນີ້ ຈະໃຊ້ພຣະຣາຊບັນຍັດ ຄົນເຂົ້າເມືອງຜິດກົດໝາຍ ຂອງໄທ ເປັນຫລັກການບັງຄັບ ໃຫ້ຊາວມົ້ງລາວ ກັບຄືນ ປະເທດຕົ້ນທາງ.

ສຳລັບການຄັດເລືອກ ແຍກຊາວມົ້ງລາວ ຈຳນວນ8ສ່ວນຮ້ອຍ ທີ່ມີຄວາມສ່ຽງ ຕໍ່ອັນຕະລາຍຫາກ ຖືກສົ່ງກັບໄປ ພັນເອກ ປຣະສິດທິພົງ ອະທິບາຍກ່ຽວກັບ ເຣື້ອງນີ້ວ່າ:

"ຕ້ອງລໍນະໂຍບາຍ ວ່າຈະຄັດເລືອກ ຫລືບໍ່ຄັດເລືອກ ແຕ່ເຂົາຂໍຂໍ້ມູນ ເຮົາກໍໃຫ້ຂໍ້ມູນ ເຂົາໄປແລ້ວ ຄົງຈະຢູ່ທີ່ ສມຊ ກັບທາງ ກຣມນ ໃຫຍ່ ລາຍຊື່ເຮົາ ກໍສົ່ງໄປທາງ ຂມຊ ໄປໝົດແລ້ວ".

ທ່ານກ່າວເຖິງເຣື້ອງ ການຄັດເລືອກແຍກ ຊາວມົ້ງລາວຈຳນວນ 8ສ່ວນຮ້ອຍວ່າຂື້ນຢູ່ກັບ ສຳນັກງານສະພາ ຄວາມໝັ້ນຄົງແຫ່ງຊາດໄທ ຊຶ່ງຈະເປັນຜູ້ດຳເນີນການ ແລະ ກຳນົດນະໂຍບາຍ ສ່ວນທະຫານໃນ ພື້ນທີ່ພຽງແຕ່ ປະຕິບັດ ຕາມຄຳສັ່ງທໍ່ນັ້ນ.

ເຖິງຢ່າງໃດກໍຕາມ ລາຍງານລ້າສຸດເປີດເຜີຍວ່າ ເວລາ5ໂມງເຊົ້າຂອງ ວັນພຸດ ທີ 23 ທັນວາ 2009 ຊາວມົ້ງໃນສູນກັກຂັງ ມົ້ງລາວ ບ້ານຫ້ວຍນ້ຳຂາວ ໄດ້ພາກັນແຕກຕື່ນ ເມື່ອຝ່າຍທະຫານ ພ້ອມກັບຝ່າຍປົກຄອງ ໄດ້ນຳເອົາຣົດຂົນສົ່ງ ທະຫານກວ່າ 50 ຄັນ ພ້ອມກັບທະຫານຈາກ ກອງທັບພາກທີ 3 ກວ່າ 500 ຄົນເຂົ້າໄປໃນພື້ນທີ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.