ມົ້ງລາວບາງສ່ວນ ຖືກກັກໃນທີ່ລຶກລັບ
2010.01.13
ໜັງສືພິມອອສເຕຣເລັຽ The Age ໄດ້ນຳເອົາຂ່າວຂອງ ຊາວເຜົ່າມົ້ງລາວ ອອກທາງເວັບໄຊຕ໌ ໃນມື້ວັນທີ່ 12 ມົກກະຣາ ນີ້ວ່າ ພົບເຫັນຊາວເຜົ່າມົ້ງລາວ ຈຳນວນໜຶ່ງ ຖືກເຈົ້າໜ້າທີ່ລາວ ນຳໄປກັກໄວ້ ຢູ່ບໍຣິເວນລຶກລັບ ແຫ່ງໜຶ່ງອ້ອມດ້ວຍ ລວດໜາມໝາກຈັບ ໃກ້ກັບຄ້າຍທະຫາຣ ຢູ່ເຂຕຊົນນະບົດ ປະມານ 20 ກິໂລແມ໊ຕຢູ່ທາງເໜືອ ຂອງເມືອງປາກຊັນ ແຂວງບໍຣິຄຳໄຊ ພາຍຫລັງທີ່ຖືກ ທາງກາຣໄທຽ ຈັດສົ່ງໃຫ້ທາງກາຣ ສປປລາວ ພ້ອມກັບຊາວລາວ ມົ້ງໝວດອື່ນໆ ຮວມເປັນທັງໝົດ 4,000 ກວ່າຄົນ ໃນມື້ວັນທີ່ 28 ທັນວາຜ່ານມານີ້ນັ້ນ.
ທາງເວັບໄຊຕ໌ ໃຫ້ກາຣອະທິບາຍວ່າ ບັນດານັກຂ່າວ ໄດ້ເຂົ້າໄປເຖິງ ເຂຕລຶກລັບດັ່ງກ່າວ ທີ່ວ່າມີຊາວເຜົ່າມົ້ງລາວ ນັບເປັນຮ້ອຍໆຄົນ ສ່ວນຫລາຍແມ່ນແມ່ຍິງ ແລະ ເດັກນ້ອຍ ຖືກກັກຂັງໄວ້ໃນ ບໍຣິເວນ ທີ່ມຸງດ້ວຍຜ້າເຕັ໊ນ ແລະອ້ອມດ້ວຍລວດໜາມ ໝາກຈັບ ແລະ ກໍມີເຈົ້າໜ້າທີ່ ໃຊ້ລຳໂພງ ເພື່ອປະກາສ ໃຫ້ເຂົາເຈົ້າເຄື່ອນຍ້າຍ ເຂົ້າໄປທາງຂ້າງໃນ ແລະ ເວລານັກຂ່າວ ເຂົ້າໄປເຖິງ ກໍມີເຈົ້າໜ້າທີ່ ທະຫາຣເຂົ້າມາກັ້ນໄວ້ ພ້ອມກັບຍຶດໜັງສື ເດີນທາງ ໂທຣະສັພມືຖື ເຄື່ອງອັດສຽງ ແລະ ກ້ອງຖ່າຍຮູບຕ່າງໆໄວ້ ເພື່ອນຳໄປກວດ ແລະ ບໍ່ໃຫ້ມີຮູບພາບ ໃດໆຄ້າງໄວ້ ພ້ອມກັບບອກໃຫ້ ພາກັນໜີອອກໄປ ເພາະເປັນເຂຕທີ່ ຫວງຫ້າມ ແລະ ບໍ່ໃຫ້ຄົນພາຍນອກ ເຂົ້າໄປໄດ້ແຕ່ຢ່າງໃດ.
ໃນຈຳນວນ ຊາວລາວເຜົ່າມົ້ງ ທີ່ທາງກາຣໄທຽ ສົ່ງໃຫ້ຣັຖບາລລາວ ໝວດສຸດທ້າຍດັ່ງກ່າວ ມີທັງໝົດບໍ່ຕໍ່າກວ່າ 4,300 ຄົນ ຊຶ່ງກໍຮວມທັງ 40 ກວ່າຄົນທີ່ທາງກາຣ ອອສເຕຣເລັຽ ວ່າຈະຮັບເອົາໄປ ໃນນາມເປັນຜູ້ອົພຍົພ ຊຶ່ງນອກຈາກ ອອສເຕຣເລັຽ ກໍມີ ສະຫະຣັຖ ການາດາ ແລະ ເນເທີແລນດ໌ ທີ່ໃຫ້ຄວາມສົນໃຈ ຮັບເອົາໄປຕັ້ງ ຖິ່ນຖານໃໝ່ ໃນປະເທສທີ່ສາມ ນຳນັ້ນ.