ລາວບໍ່ຢືນຢັນວ່າ ຕ່າງປະເທດ ຈະຢ້ຽມຊາວມົ້ງໄດ້

ທາງການລາວ ຍັງບໍ່ຢືນຢັນ ລາຍງານ ກ່ຽວກັບວ່າ ນັກການທູດ ຕ່າງປະເທດ ຈະໄປຢ້ຽມຢາມ ຊາວມົ້ງ.
ຈໍາປາທອງ
2010.02.26

ທາງການ ທີ່ກ່ຽວຂ້ອງ ຂອງລາວ ປະຕິເສດວ່າ ຍັງບໍ່ຮູ້ກຳນົດ ເວລາວ່າ ວັນທີ 26 ກຸມພາ 2010 ຈະມີຜູ້ຕາງໜ້າ ສະຖານທູດ 5 ປະເທດ ແລະຈາກ ສະຫະຣັດ ອະເມຣິກາ ໄປຢ້ຽມ ບ້ານ ໂພນຄຳ ແຂວງ ບໍຣິຄຳໄຊ ເພື່ອໄປເບີ່ງ ຊີວິດການເປັນຢູ່ ຂອງຊາວມົ້ງ ທີ່ຖືກສົ່ງກັບຄືນ ຈາກປະເທດໄທ.

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງລາວ ເວົ້າວ່າ:

"ແນ່ນອນແຫລະ ຄັນເຊີນ ແລ້ວພວກເຮົາ ຕ້ອງແຈ້ງໝົດ ຕົວນີ້ກໍຍັງ ບໍ່ທັນແນ່ໃຈ ຄືກັນເດີ ເພາະວ່າ ຖາມເພີ່ນໄປ ເພີ່ນກໍມີແຕ່ວ່າ ແນວນັ້ນ ສ່ວນເລື້ອງ ຖແລງຂ່າວ ຍັງບໍ່ທັນມີ comment ຫຍັງ
ອອກມາເທື່ອ ຕົວນີ້ບໍ່ຮູ້ schedule ນຳ ເພີ່ນວ່າຊັ້ນ".

ສື່ມວນຊົນ ຂອງຕ່າງປະເທດ ໄດ້ອອກຂ່າວວ່າ ໄດ້ຮັບ ການຊີ້ແຈງ ໃນວັນທີ 24 ກຸມພາ 2010 ຈາກໂຄສົກ ກະຊວງການ ຕ່າງປະເທດ ຂອງລາວວ່າ ທາງການລາວ ຈະເຊີນຕົວແທນ ສະຖານທູດ 5 ປະເທດ ແຕ່ບໍ່ໄດ້ເປີດເຜີຍວ່າ ຈະເປັນ ປະເທດໃດແດ່ ແລະຈະເຊີນ ເຈົ້າໜ້າທີ່ ສະຫະຣັດ ອະເມຣິກາ ໄປຢ້ຽມຢາມ ບ້ານ ໂພນຄຳ ແຂວງ ບໍຣິຄຳໄຊ ຊຶ່ງເປັນ 1 ໃນຫລາຍບ້ານ ທີ່ທາງການລາວ ຈັດສັນໃຫ້ ຊາວມົ້ງ ທີ່ຖືກສົ່ງກັບຄືນ ຈາກປະເທດໄທ ອາສັຍຢູ່. ທາງການລາວ ໄດ້ປະກາດ ຜ່ານມາວ່າ ຈະເຊີນຕົວແທນ ຂອງນາໆຊາດ ໄປຢ້ຽມຢາມ ບ້ານພັທນາ ແຫ່ງໃໝ່ ທີ່ຈັດສັນໃຫ້ ໃນຊ່ວງເດືອນ ມິນາ ຫລື ເດືອນ ເມສາ 2010 ເພາະວ່າ ທາງການລາວ ຕ້ອງການເວລາ ເພື່ອປັບປຸງ ເສັ້ນທາງໄປ-ມາ ແລະຊີວິດ ການເປັນຢູ່ ຂອງພວກ ເຂົາເຈົ້າກ່ອນ.

ຜູ້ສື່ຂ່າວ ໄດ້ຖາມເລື່ອງ ດັ່ງກ່າວ ນຳເຈົ້າໜ້າທີ່ ສະຖານທູດ ເນເທິແລນ ປະຈຳ ປະເທດໄທ ທີ່ຮັບຜິດຊອບ ບັນຫາ ຊາວມົ້ງລາວ ທ່ານບອກວ່າ ຍັງບໍ່ມີການເຊີນ ຈາກທາງການລາວ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.