ຊາວມົ້ງ ທີ່ຖືກສົ່ງກັບລາວ ຂາດເຂີນອາຫານ

ຊາວມົ້ງ ທີ່ຖືກສົ່ງກັບ ລາວ ໃນແຂວງ ບໍຣິຄໍາໄຊ ບໍ່ໄດ້ຮັບ ອາຫານການກິນ ພຽງພໍສໍາລັບ ທຸກຄົນ ໃນຄອບຄົວ.
ສິດນີ
2010.02.16

ຊາວມົ້ງຄົນນຶ່ງ ທີ່ຖືກສົ່ງກັບລາວ ແລະ ກໍ່ໄດ້ຖືກ ສົ່ງຕໍ່ໄປຢູ່ ແຂວງບໍຣິຄຳໄຊ ເວົ້າວ່າ ໃນປັດຈຸບັນ ພວກຕົນ ໄດ້ຮັບ ອາຫານ ບໍຣິຈາກ ບໍ່ພຽງພໍກັບ ຄວາມຕ້ອງການ ໃນແຕ່ລະວັນ ພວກຂະເຈົ້າ ຕ້ອງການຢາກໃຫ້ ຣັຖບານລາວ ບໍຣິຈາກ ເຂົ້າສານ ແລະ ອາຫານແຫ້ງເພີ້ມ ກ່ອນຈະຮອດ ຣະດູການ ປູກຝັງ ໃນປີນີ້.

ສໍາລັບການ ເບີ່ງແຍງ ໂດຍທົ່ວໄປນັ້ນ ກໍ່ເປັນ ປົກກະຕິດີ ຍັງຂາດແຕ່ ອາຫານການກິນ ເທົ່ານັ້ນ ດັ່ງຊາຍຄົນນັ້ນ ໄດ້ເວົ້າວ່າ:

"ທາງຣັຖບານເຮົາ ກໍ່ເບີ່ງແຍງ ລ້ຽງດູ ເປັນປົກກະຕິ ພວກເຮົາ ຫາກໍ່ໂຍກຍ້າຍ ຈາກບ້ານນ້ຳປານ ມາຢູ່ນີ້ ຖືວ່າໄດ້ ສອງອາທິດ ມາແລ້ວ ເພີ່ນກໍ່ເບີ່ງແຍງ ຊິວິດຄວາມ ເປັນຢູ່ ເຂົ້າກີນພຽງ ເລັກນ້ອຍ ເດືອນນີ້ກໍ່ຄື 12 ກິໂລ ຕໍ່ຫົວຄົນ".

ລາວເວົ້າວ່າ ທາງການ ມີແຜນການ ຈັດບ້ານໃຫມ່ ໃນແຂວງ ບໍຣິຄຳໄຊ ໃຫ້ຊາວມົ້ງ ທີ່ກັບມາຈາກໄທ ໄດ້ຢູ່ອາສັຍ ຮ່ວມດ້ວຍການ ແຈກຍ້າຍ ອາຫານການກິນ ໃຫ້ເປັນ ເວລານຶ່ງປີ ປະກອບດ້ວຍ ການບໍຣິຈາກ ເງີິນສົດ ໃຫ້ແຕ່ລະ ຄອບຄົວ ໃນແຕ່ລະເດືອນ ເພື່ອໃຊ້ໃນສິ່ງ ທີ່ຈຳເປັນ ແຕ່ໃນເມື່ອ ຊາວມົ້ງ ກັບເຂົ້າມາຢູ່ແລ້ວ ປາກົດວ່າ ມີເຂົ້າກີນ ບໍ່ພຽງພໍກັບ ຄວາມຕ້ອງການ. ໃນຂນະດຽວກັນ ວ່າງສັປດາ ທີ່ຜ່ານມາ ພົລໂທ ດວງໃຈ ພິຈິດ ຣັຖມົນຕຣີ ກະຊວງປ້ອງກັນ ປະເທດ ສປປລາວ ກໍ່ໄດ້ໄປຢ້ຽມຢາມ ຊາວມົ້ງ ກຸ່ມດ່ັງກ່າວ ທ່ານກໍ່ໄດ້ ເລັ່ງລັດ ໃຫ້ມີການ ຈັດສັນບ້ານເຮືອນ ທີ່ຢູ່ອາສັຍ ໃຫ້ແກ່ພວກຂະເຈົ້າ ດ່ັງທ່ານກ່າວ ໃນຕອນນື່ງວ່າ:

"ມີແຕ່ຢາກ ເນັ້ນຕຶ່ມ ໃຫ້ສືບຕໍ່ ສຸມໃສ່ ການແກ້ໄຂ ບັນຫາ ໃຫ້ໄວນັ້ນແຫລະ ບ່ອນຢູ່ບອ່ນເຊົາ ຣະດົມທັງຫມົດ ກຳລັງທີ່ມີ ຖ້າວ່າບ່ອນ ຢູ່ບ່ອນເຊົາ ມັນຊັກຊ້າ ມັນພົວພັນ ເຖີງການຜລິດ ຫັ້ນແຫລະ".

ເຖີງຢ່າງໃດ ກໍ່ຕາມ ບັນຫາດ້ານ ອາຫານການກິນ ຍັງບໍ່ທັນຖືກ ແກ້ໄຂ ເທົ່າທີ່ຄວນ ຊຶ່ງຊາວມົ້ງ ບາງຄອບຄົວ ມີລູກຫລາຍຄົນ ອາຫານ ທີ່ໄດ້ຮັບ ແຈກຢາຍ ກໍ່ບໍ່ພຽງພໍ ຣັຖບານ ໄດ້ເລັ່ງລັດໃສ່ ການຜລີດຜົລ ທາງດ້ານ ການກະເສດ ແລະ ທີ່ຢູ່ອາສັຍ ຫລາຍກວ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.