ລາວຍອມຮັບວ່າໄດ້ ປະຕິເສດຄໍາຮ້ອງຈາກ UNHCR

ລາວ ຍອມຮັບວ່າ ໄດ້ປະຕິເສດຄຳຮ້ອງ ຂອງ ສະຫະປະຊາຊາດ ທີ່ຢາກເຂົ້າໄປ ຢ້ຽມຢາມຊາວມົ້ງລາວ.
ຈຳປາທອງ
2010.01.27
F-Hmong-elder ຍິງຊະຣາຊາວມົ້ງລາວ ກໍາລັງຖືກທະຫານໄທ ຫາມອອກຈາກສູນຊົ່ວຄາວ ບ້ານຫ້ວຍນໍ້າຂາວ ໃນວັນຂົນສົ່ງຊາວມົ້ງ ກັບຄືນສປປລາວ
Photo: AFP

ທາງການລາວ ຍອມຮັບວ່າ ຕົນໄດ້ປະຕິເສດ ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ້ອົພຍົບ UNHCR ທີ່ຂໍອະນຸຍາດ ເຂົ້າໄປຢ້ຽມຢາມ ຊາວມົ້ງລາວ ທີ່ໄດ້ຖືກທາງການໄທ ສົ່ງໃຫ້ຈຳນວນ 4,000 ກວ່າຄົນ ເມື່ອທ້າຍປີ 2009 ທີ່ຜ່ານມາ.

ກ່ຽວກັບເຣື້ອງນີ້ ພົນຈັຕວາ ບົວສ້ຽງ ຈຳປາພັນ ຮອງຫົວໜ້າກົມໃຫຍ່ ເສນາທິການທະຫານ ຂອງກອງທັບ ປະຊາຊົນລາວ ໄດ້ໃຫ້ສັມພາດ ສື່ມວນຊົນ ໃນວັນທີ 25 ມົກກະຣາ 2010 ວ່າ:

"ໃນເວລາມັນມາທຳອິດ ສັບສົນວຸ້ນໆ ຂ້າພະເຈົ້າ ບໍ່ອະນຸຍາດແທ້ ແຕ່ຂ້າພະເຈົ້າຈັ່ງວ່າ ຂໍເວລາໜ່ອຍ ຖ້າເຂົາຢູ່ສງົບກ່ອນ ຈຶ່ງຄ່ອຍໄປ ຢ້ຽມຢາມເຂົາ ຈຶ່ງຄ່ອຍໄປຖາມເຂົາ ຈັ່ງຊີ້ໜາ ມັນບໍ່ແມ່ນບໍ່ອະນຸຍາດ ອະນຸຍາດ ເອີຕອບແບບນັ້ນເດີ".

ທ່ານເວົ້າຕື່ມກ່ຽວກັບ ກໍຣະນີດັ່ງກ່າວນັ້ນວ່າ ອາດເປັນເຣື້ອງເຂົ້າໃຈຜິດ ແລະບໍ່ມີການຊີ້ແຈງ ຢ່າງເປັນທາງການ ເພາະວ່າໃນເວລາ ນັ້ນ ທາງການລາວບໍ່ພ້ອມ ຍ້ອນຕ້ອງໄດ້ແກ້ໄຂບັນຫາ ສະຖານທີ່ພັກຊົ່ວຄາວ ໃຫ້ຊາວມົ້ງທັງໝົດ ຮຽບຮ້ອຍເສັຍກ່ອນ. ນອກຈາກ
ນັ້ນ ຍັງມີເລື່ອງບັນຊີ ລາຍຊື່ມົ້ງລາວ ທີ່ UNHCR ມີ ແລະທາງການລາວມີ ບໍ່ກົງກັນ ດັ່ງທີ່ທ່ານເວົ້າວ່າ:

”ບໍ່ແມ່ນ ອະນຸ ບໍ່ແມ່ນເອົາຈົດໝາຍສົ່ງໃຫ້ ເອົາລາຍຊື່ ຜູ້ທີ່ເຂົາໄດ້ ສັມພາດສົ່ງໃຫ້ ແຕ່ວ່າລາຍຊື່ ນີ້ກໍສັບສົນໃດ໋ ລາຍຊື່ອັນແທ້ຈິງ ຂອງເຂົາ ກັບລາຍຊື່ທີ່ ຕ່າງປະເທດສົ່ງໃຫ້ ມັນບໍ່ຖືກກັນ ມັນຊື່ມັນບໍ່ຄືກັນ”.

ແຕ່ເຖິງຢ່າງໃດກໍຕາມ ທາງການລາວ ກໍຍັງເວົ້າວ່າ ຊາວມົ້ງທັງໝົດ ທີ່ຖືກທາງ ການໄທ ຈັດສົ່ງໃຫ້ນັ້ນ ສມັກໃຈກັບຄືນປະເທດ ໃນຂະນະທີ່ ຊາວໂລກ ຮວມທັງຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານຜູ້ອົພຍົບ ມີຄວາມສົນໃຈວ່າ ຈະເປັນໄປໄດ້ ຄືແນວໃດ
ໃນເມື່ອ ທາງການໄທໄດ້ ສຳຣວດພົບວ່າ ໃນຈຳນວນຊາວມົ້ງ ທັ້ງໝົດ 4,000 ກວ່າຄົນນັ້ນ ມີ 8% ເປັນບຸກຄົນທີ່ໜ້າ ເປັນຫ່ວງ ຖ້າສົ່ງກັບຄືນ ໃຫ້ລາວ ແລະຊາວມົ້ງ 158 ທີ່ໄດ້ຖືກກັກຂັງ ຢູ່ດ່ານໜອງຄາຍນັ້ນ ທາງສະຫະປະຊາຊາດ ກໍ່ຮັບຮູ້ວ່າ ເປັນຜູ້ອົພຍົບແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 27, 2010 04:39 AM

All peoples need to standup what the Thai Gov't done to refugees in Thailand to Lao Vietnamee, Burmee and Cambodian from the passed and present. Stop supporting thai economy sotp buy products from Thailand let them know we do not right the way their treated to those refugees.