ລາວມົ້ງ ສູນຫ້ວຍນ້ຳຂາວ ປະທ້ວງ ແລະ ຂູ່ວ່າ ຈະຂ້າຕົວຕາຍ
2008.05.20

ກະແສຂ່າວ ທ້ອງຖິ່ນ ຣາຍງານວ່າ ເມື່ອ ວັນອາທິດ ທີ18 ພຶດສະພາ ຜ່ານມາ ນີ້, ຊາວມົ້ງລາວ ກວ່າ 7,000 ຄົນ ທີ່ ບ້ານ ຫ້ວຍນໍ້າຂາວ ຕາແສງ ເຂັກນ້ອຍ ເມືອງເຂົາຄໍ້ ແຂວງ ເພັດສະບູນ ປະເທດໄທ ໄດ້ຮວມຕົວກັນ ທໍາການປະທ້ວງ ຕໍ່ຕ້ານທະຫານ ຈາກ ກອງບັນຊາການ ພົນລະເຮືອນ ຕໍາຣວດ ທະຫານ ເຂົາຄໍ້ ທີ່ໄດ້ ນໍາຕົວ ທ້າວ ລີສື ແຊ້ລີ້, ຜູ້ນໍາ ກຸ່ມຊາວມົ້ງລາວ ໄປກັກຂັງ ຢູ່ທີ່ ກອງບັນຊາການ ໂດຍມີ ສາເຫດ ມາຈາກ ການທີ່ ທ້າວ ລີສື ໄດ້ຕິດຕໍ່ ແລະ ໃຫ້ຂໍ້ມູນ ກ່ຽວກັບ ສະພາບ ການເປັນຢູ່ ຂອງ ຊາວມົ້ງລາວ ພາຍໃນ ເຂດຄວບຄຸມ ແກ່ ພາຍນອກຮູ້.
ພວກປະທ້ວງ ຮຽກຮ້ອງ ໃຫ້ທະຫານ ປ່ອຍຕົວ ທ້າວ ລີສື. ພ້ອມກັນນັ້ນ,ກໍຮຽກຮ້ອງໃຫ້ ສໍານັກງານ ຂ້າຫລວງໃຫຍ່ ສະຫະປະຊາຊາດ ເພື່ອຜູ້ອົບພະຍົບ ຫລື UNHCR ແລະ ອົງການ ສິດທິມະນຸດ ທັງຢູ່ໄທ ແລະ ຕ່າງປະເທດ ຍື່ນມື ເຂົ້າມາຊ່ວຍເຫລືອ. ນອກຈາກນັ້ນ, ຍາດຕິ ພີ່ນ້ອງ ຂອງ ທ້າວ ລີສື ຈໍານວນ ຫລາຍຄົນ ກໍໄດ້ພະຍາຍາມ ກົດດັນ ເຈົ້າໜ້າທີ່ ໂດຍຂູ່ວ່າ ຈະໄຊ້ ວິທີ ຂ້າຕົວຕາຍ ຫາກບໍ່ປ່ອຍຕົວທ້າວ ລີສື.
ຣາຍງານ ຂ່າວນັ້ນ ຍັງໄດ້ ແຈ້ງຕື່ມ ອີກວ່າ ກ່ອນໜ້ານີ້ ທ້າວ ລີສື ໄດ້ ພະຍາຍາມຕິດຕໍ່ ກັບ ອົງການ ຈັດຕັ້ງ ຣະຫວ່າງ ປະເທດ ຮວມທັງ ຊົນເຜົ່າມົ້ງ ໃນ ປະເທດຕາງໆ, ໂດຍສະເພາະ ຢູ່ ສະຫະຣັດ ອະເມຣິກາ ແລະ ຝຣັ່ງເສດ ເພື່ອ ຂໍຄວາມຊ່ວຍເຫລືອ ແລະ ໃຫ້ຊ່ວຍ ຕໍ່ຕ້ານ ການສົ່ງ ຊາວມົ້ງລາວ ບ້ານ ຫ້ວຍນໍ້າຂາວ ກັບຄືນ ສປປລາວ.
ທາງການ ສປປລາວ ແລະ ໄທ ໄດ້ຕົກລົງກັນ ໃນການຜັກດັນ ຊາວມົ້ງລາວ ທັງໝົດ ຢູ່ ບ້ານ ຫ້ວຍນໍ້າຂາວ ຂອງໄທ ທີ່ເຂົ້າເມືອງ ແບບ ຜິດກົດໝາຍ ນັ້ນ ກັບຄືນ ປະເທດ ໃຫ້ແລ້ວ ພາຍໃນ ທ້າຍ ປີ 2008 ນີ້.
EKW: ສິເສຣິພາບ