ງົປມານສ້າງຄູ້ມບ້ານ ໃຫ້ຊາວມົ້ງລາວ
2010.03.18

ທາງການລາວ ໃຊ້ງົປມານເກືອບ 200 ຕື້ກີບ ສໍາລັບສ້າງບ້ານໃໝ່ ສ້າງສະຖານທີ່ ສາທາຣະນຸປະໂພກ ແລະ ບຸກເບີກດິນ ປູກຝັງ ຢູ່ບ້ານໂພນຄໍາ ແຂວງບໍຣິຄໍາໄຊ
ເພື່ອໃຫ້ຊາວມົ້ງລາວ ທີ່ຖືກສົ່ງຄືນ ຈາກປະເທດໄທ ສາມາດດໍາເນີນ ຊີວິດຕໍ່ໄປ. ຕາມການເປີດເຜີຽ ຂອງທ່ານ ພົນຈັຕວາ ບົວສ້ຽງ ຈໍາປາພັນ ຮອງຫົວໜ້າ ເສນາທິການ ກອງທັບ ປະຊາຊົນລາວ:
"ຖືວ່າເປັນການໜັກໃຈ ສົມຄວນກ່ຽວກັບ ການລົງທືນ ຢູ່ບ່ອນນີ້ ໃຊ້ທືນຫລາຍ ສົມຄວນ ຂ້າພະເຈົ້າໄດ້ ລະດົມບໍຣິສັດ ຕ່າງໆເຂົ້າມາເຮັດ ດຽວນີ້ ທັງໝົດໂຄງການ ປະມານ ທັງເຮັດແລ້ວ ແລະ ບໍ່ທັນເຮັດແລ້ວ ປະມານ 200 ຕື້ກີບ".
ຕາມແຜນການ ກໍ່ສ້າງນັ້ນ ແມ່ນແນໃສ່ສ້າງ ໂຄງຮ່າງພື້ນຖານ ສຸກສາລາ ໂຮງຮຽນ ລະບົບນໍ້າສະ ອາດ ຖນົນເຂົ້າບ້ານ ຕິດຕັ້ງໄຟຟ້າ ຫນ່ວຍໂທຣະຄົມ ມະນາຄົມ ເປັນຕົ້ນ. ໝູ່ບ້ານດັ່ງກ່າວ ຈະໃຊ້ເນື້ອທີ່ດິນ ປະມານ 100 ເຮັກຕາ ແລະອີກ 100 ເຮັກຕາ ຈະບຸກເບີກໃຫ້ ເປັນເຂດປູກຝັງ ສໍາລັບຊາວມົ້ງ 600 ຄອບຄົວ ຫລື ປະມານ 3,000 ກ່ວາຄົນ.