ສະຫະຣັຖ ຢາກສັມພາດ 158 ຊາວມົ້ງລາວ

ທາງການ ສະຫະຣັຖ ມີຈຸດປະສົງ ຢາກສັມພາດ ຊາວລາວເຜົ່າມົ້ງ 158 ຄົນທີ່ຍັງ ຖືກກັກຂັງ ຢູ່ ເມືອງໜອງຄາຍ ຂອງໄທ.
ອະວາຣີ
2009.05.01

ເມື່ອສັປດາ ທີ່ຜ່ານມາ ທ່ານ ກະສິດ ພິຣົມ ຣັຖມົນຕຣີ ການຕ່າງ ປະເທດໄທ ໄດ້ໄປຢ້ຽມຢາມ ສະຫະຣັຖ ແລະໄດ້ພົບ ປະຫາລືກັບ ຍານາງ Hillary Clinton ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ. ບັນຫານຶ່ງທີ່ ຣັຖມົນຕຣີ ທັງສອງໄດ້ ປຶກສາຫາ ລືກັນ ກໍແມ່ນບັນຫາ ຊາວລາວ ເຜົ່າມົ້ງ ທີ່ຍັງຖືກ ກັກຂັງຢູ່ໄທ. ຕໍ່ມານັກຂ່າວ ວິທຍຸ ເອເຊັຍເສຣີ ຂອງພວກເຮົາໄດ້ ຕິດຕໍ່ແລະຖາມ ຣາຍຣະອຽດ ເພິ້ມຕື່ມກັບ ກະຊວງການ ຕ່າງປະເທດ ສະຫະຣັຖ ກ່ຽວກັບບັນຫາ ຊາວເຜົ່າມົ້ງ ເຫລົ່ານັ້ນ; ເຈົ້າໜ້າທີ່ ທ່ານນຶ່ງຕອບວ່າ

ສະຫະຣັຖ ມີຈຸດປະສົງ ຢາກສັມພາດ ຊາວລາວເຜົ່າມົ້ງ ທີ່ເມືອງ ໜອງຄາຍ ທີ່ຫ້ອງການ ຂ້າຫລວງໃຫຍ່ ສະຫະ ປະຊາຊາດ ເພື່ອອົພຍົບ ໄດ້ແນະນຳມາ ແລະທີ່ ຣັຖບານໄທ ໄດ້ອະນຸຍາດ ໃຫ້ເຂົ້າເຖິງ. ເຖິງຢ່າງໃດ ກໍຕາມເຈົ້າໜ້າ ທີ່ກະຊວງການ ຕ່າງປະເທດ ສະຫະຣັຖ ທ່ານນັ້ນ ກໍບໍ່ສາມາດ ຄາດຄະເນໄດ້ ວ່າຜົນຂອງການ ສັມພາດນັ້ນ ຈະເປັນແນວໃດ ຈົນກວ່າວ່າ ທາງການ ສະຫະຣັຖ ຈະສຳເຣັດການ ສັມພາດ.

ເມື່ອຖືກຖາມເຖິງ ຊາວລາວເຜົ່າມົ້ງ ຈຳນວນ 400 ຄົນ ທີ່ຢູ່ອາໃສ ຢູ່ສູນບ້ານ ຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງ ເພັດສະບູນ ຂອງໄທນັ້ນ ເຈົ້າໜ້າທີ່ ສະຫະຣັຖ ທ່ານດຽວກັນນັ້ນ ຕອບວ່າ, ທາງການ ສະຫະຣັຖ ມີນະໂຍບາຍ ປົກປ້ອງແລະ ຊ່ວຍເຫລືອຊາວ ລາວເຜົ່າມົ້ງ ທີ່ຂໍລີ້ໄພ ຈະຮ່ວມມືກັບ ຣັຖບານໄທ ແລະອົງການ ຣະຫວ່າງຊາດ ຢ່າງໃກ້ຊິດ ເພື່ອຊາວເຜົ່າມົ້ງ ທີ່ປະສົບກັບ ບັນຫາ ຈະບໍ່ຖືກ ບັງຄັບສົ່ງກັບ ຄືນປະເທດລາວ.

ທ່ານ ກະສິດ ພິຣົມ ຣັຖມົນຕຣີ ການຕ່າງ ປະເທດໄທ ກ່າວເມື່ອບໍ່ດົນ ຜ່ານມາວ່າ ທາງການໄທ ຖືວ່າ ຊາວເຜົ່າມົ້ງ 158 ຄົນ ທີ່ເມືອງໜອງຄາຍ ເປັນອົພຍົບ ແລະມີສິດໄປ ຕັ້ງຖິ່ນຖານຢູ່ ປະເທດທີ່ສາມ ແລະທາງການໄທ ຈະຊ່ວຍ ສະຖານທູດ ຂອງປະເທດ ທີ່ສາມ ໃນການຮັບເອົາ ຊາວເຜົ່າມົ້ງ ເຫລົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.