ຜູ້ຊ່ວຍວ່າການ ຕ່າງປະເທດ ເວົ້າວ່າ ຊາວມົ້ງລາວ ບໍ່ຄວນຖືກ ບັງຄັບໃຫ້ກັບລາວ
2009.08.20

ທ່ານ Eric Schwartz ຜູ້ຊ່ວຍຣັຖມົນຕຣີ ກະຊວງການຕ່າງປະເທດ ສະຫະຣັຖ ອະເມຣິກາ ຝ່າຍປະຊາກອນ ຜູ້ອົພຍົບແລະ ການຍ້າຍຖີ່ນຖານ ກ່າວຕອບຄໍາຖາມ ຂອງຊື່ມວນຊົນ ຢູ່ທີ່ນະຄອນຫລວງ Washington DC ໃນວັນທີ19 ສີງຫາ ນີ້.
ເນື່ອງໃນໂອກາດ ທີ່ທ່ານໄດ້ຮັບ ໜ້າທີ່ໃໝ່ແລະ ກ່ຽວກັບບັນຫາ ທີ່ຍັງມີການ ສົ່ງຊາວມົ້ງລາວ ອົພຍົບ ຈໍານວນນຶ່ງ ກັບລາວ ແບບບັງຄັບຢູ່ຕໍ່ໄປ. ທ່ານວ່າແນ່ນອນ ນັ້ນເປັນບັນຫາທີ່ ໜ້າວິຕົກກັງວົນນໍາ ແລະສີ່ງທີ່ ພວກທ່ານຕ້ອງການ ທີ່ຈະບັນລຸເຖິງ ແມ່ນແບບບໍ່ຫຍູ້ງຍາກ:
"First, people who do go back to Laos can go with a-their return can be … ກ່ອນອຶ່ນໝົດ ກໍຄື ຜູ້ທີ່ກັບຄືນ ລາວນັ້ນສາມາດ ທີ່ຈະກັບ ໂດຍມີຄວາມຫວັງວ່າ ພວກເຂົາຈະບໍ່ ປະເຊີນບັນຫາໃດໆ ເມື່ອກັບຄືນລາວ. ຖ້າຫາກວ່າ ອົງການສາກົນ ທີ່ເຮັດວຽກນີ້ ສາມາດຕິດຕາມ ສັງເກດການ ໃນຂັ້ນຕອນ ການສົ່ງກັບນັ້ນ ກໍຈະເປັນການດີຍີ່ງ ແລະ ພວກທ່ານກໍຄິດວ່າ ທາງການລາວໄດ້ໃຫ້ ການຮ່ວມມືຫລາຍ ໃນບັນຫາເຫລົ່ານີ້."
ສອງ: ພວກທ່ານເຊື່ອວ່າ ປະຊາຊົນທີ່ ຢູ່ນອກປະເທດເດີມ ຂອງຕົນເອງ ແລະ ໃນຂນະທີ່ພວກເຂົາ ບໍ່ມີສິດທິ ຢ່າງອັຕໂນມັດ ໃນການ ຕັ້ງຖີ່ນຖານໃໝ່, ຖ້າຫາກວ່າ ພວກເຂົາ ຮູ້ສຶກຢ້ານກົວ ແບບມີຫລັກ ຖານອ້າງອີງ ຄັກແນ່ທີ່ຈະຖືກ ປະຫັດປະຫານ ຫາກຕ້ອງຖືກ ບັງຄັບກັບນັ້ນ ກໍບໍ່ຄວນທີ່ຈະ ບັງຄັບໃຫ້ກັບ. ໃນເວລາດຽວກັນ ພວກທ່ານກໍມີຄວາມ ເຊື່ອໝັ້ນເຊັ່ນກັນວ່າ ຂັ້ນຕອນການສົ່ງກັບ ພວກຄົນທີ່ບໍ່ເປັນ ຜູ້ອົພຍົບນັ້ນ ເປັນຂັ້ນຕອນທີ່ ເປັນໄປໄດ້ແລະ ຄວນໄດ້ຮັບການ ສນັບສນູນ.
ທັງໝົດນັ້ນເປັນ ບັນຫາທີ່ພວກທ່ານ ນໍາຂຶ້ນພິຈາຣະນາ ກັບທາງຣັຖບານໄທ ແລະຣັຖບານລາວ ແລະກໍເປັນບັນຫາ ທີ່ມີຂຶ້ນບໍ່ພຽງແຕ່ ໃນຣະດັບຂອງທ່ານ Sam Witten ຮອງຣັຖມົນຕຣີຊ່ວຍ ວ່າການຕ່າງປະເທດ ສະຫະຣັຖ ເທົ່ານັ້ນ ຫາກມີຂຶ້ນໃນ ທຸກຣະດັບ ແລະ ຣະດັບສູງກວ່ານັ້ນ ໃນຣັຖບານ ສະຫະຣັຖ.
ແຕ່ການເດີນທາງ ເມື່ອບໍ່ນານມານີ້ ຂອງທ່ານ Sam Witten ແມ່ນມີຄວາມສໍາຄັນ ຢ່າງຍີ່ງໃນການ ສນັບສນູນ ການຫາຣືກັນ ແບບມີໝາກມີຜົລ ກັບທັງ ທາງການໄທ ແລະ ທາງການລາວ.