ຕາງໜ້າທູດ ສະຫະຣັຖໃນລາວ ໄປຢ້ຽມມົ້ງລາວ
2010.02.26
ທ່ານ Peter Haymond ຮອງຫົວໜ້າ ສະຖານທູດ ສະຫະຣັຖ ໃນນະຄອນ ຫລວງວຽງຈັນ ເດີນທາງໂດຍ ເຮລີກອບເຕີ ພ້ອມກັບນາຍ ທະຫານໄທ ເຈົ້າໜ້າທີ່ ກະຊວງການ ຕ່າງປະເທດ ແລະ ນັກຂ່າວໄປ ຢ້ຽມຢາມ ບ້ານໂພນຄຳ ໃນແຂວງ ບໍຣິຄຳໄຊ ຊຶ່ງເປັນບ້ານໃໝ່ ຂອງຊາວເຜົ່າມົ້ງ.
ນາງ Shannon Dorsey ເຈົ້າໜ້າທີ່ ປະຊາສັມພັນ ສະຖານທູດ ສະຫະຣັຖ ປະຈຳລາວ ກ່າວຕໍ່ນັກຂ່າວ AFP ຜ່ານທາງ ໂທຣະສັບວ່າ ສະຖານທູດ ສະຫະຣັຖ ມີຄວາມຍິນດີ ຫລາຍທີ່ ຣັຖບານລາວ ໄດ້ເລິ້ມປະຕິບັດ ຕາມຄຳໝັ້ນສັນຍາ ທີ່ລາວ ໄດ້ໃຫ້ໄວ້ ໃນເມື່ອກ່ອນ. ນາງ Dorsey ເວົ້າອີກວ່າ ສະຫະຣັຖ ສນັບສນູນ ຣັຖບານລາວ ໃຫ້ອະນຸຍາດ ແກ່ຕ່າງປະເທດ ໄປຢ້ຽມຢາມ ຊາວເຜົ່າມົ້ງເລື້ອຍໆ. ສຳຣັບ ສະຫະຣັຖ ນັ້ນກຳລັງ ວາງແຜນທີ່ຈະ ໃຫ້ການຊ່ວຍເຫລືອ ດ້ານພື້ນຖານ ໃຫ້ແກ່ ຊາວເຜົ່າມົ້ງ ແລະອາດຈະໃຫ້ ການຊ່ວຍເຫລືອ ຫລາຍຂື້ນ ໃນອານາຄົດ.
ອົງການ ສິດທິມະນຸດ ແລະສະຖານທູດ ຕ່າງປະເທດ ຂໍເຂົ້າໄປ ຢ້ຽມຢາມ ຊາວລາວເຜົ່າມົ້ງ ທີ່ຖືກສົ່ງກັບຄືນ ລາວຕລອດມາ ເພື່ອຢາກຮູ້ວ່າ ຊາວເຜົ່າມົ້ງ ເຫລົ່ານີ້ ຈະຖືກ ປະຕິບັດຕໍ່ ແນວໃດ. ທ່ານ ເຄນທອງ ນວນທະສິງ ໂຄສົກກະຊວງ ການຕ່າງປະເທດລາວ ກ່າວເມື່ອວັນພຸດ ທີ່ຜ່ານມາວ່າ ການອະນຸຍາດ ໃຫ້ນັກການທູດ ແລະນັກຂ່າວ ໄປຢ້ຽມຢາມບ່ອນຢູ່ ໃໝ່ຂອງຊາວເຜົ່າມົ້ງ ກໍເພື່ອສະແດງ ໃຫ້ໂລກຮູ້ວ່າ ທາງການລາວ ມີຄວາມຈິງໃຈ ແລະໄດ້ປະຕິບັດ ຕໍ່ພວກເຂົາເຈົ້າ ເປັນຢ່າງດີ.