ສະຫະປະຊາຊາດ ຫວັງວ່າ ມົ້ງລາວ ໄດ້ໄປປະເທດ ທີສາມ
2009.05.04
ມື້ວັນສຸກ ທີ 1 ພຶສພາ ປີ 2009 ຜູ້ສື່ຂ່າວ ວິທຍຸ ເອເຊັຍເສຣີ ໄດ້ມີໂອກາດ ໄປສັມພາດ ຍານາງ Kitty Mckinsey ໂຄສົກ ຂ້າຫລວງໃຫຍ່ ສະຫະ ປະຊາຊາດ ເພື່ອອົພຍົບ ຢູ່ບາງກອກ ປະເທດໄທ ກ່ຽວກັບ ຊາວມົ້ງລາວ ທີ່ຖືກກັກຂັງ ຢູ່ ແຂວງໜອງຄາຍ ປະເທດໄທ. ຍານາງ Kitty Mckinsey ກ່າວວ່າ:
If the Thai government gives permission for all of the Lao Hmong in Nongkhai detention center to be resettled it would be a very welcome development especially for the 159 Lao Hmong themselves who were relinquished in the detention for more than 2 and a half years and the UN refugee agency has cautiously discussing with Thai government on this issue
ນາງວ່າຫາກ ຣັຖບານໄທ ອະນຸຍາດ ໃຫ້ລາວມົ້ງ ທີ່ຖືກກັກຂັງ ຢູ່ສູນກັກຂັງ ແຂວງໜອງຄາຍ ໂຍກຍ້າຍໄປ ຕັ້ງຖິ່ນຖານໃໝ່ ຢູ່ປະເທດ ທີສາມ ກໍຈະເປັນການດີ ໂດຍສະເພາະ ຊາວມົ້ງ 159 ຄົນ ເພາະພວກຂະເຈົ້າ ກໍໄດ້ຖືກປ່ອຍ ປະລະເລີຍ ໃນສູນກັກຂັງ ມາເປັນເວລາ ກວ່າ 2 ປີເຄິ່ງແລ້ວ ແລະ ທາງອົງການດ້ານ ອົພຍົບ ສະຫະ ປະຊາຊາດ ກໍໄດ້ປຶກສາ ຫາລືກັບ ຣັຖບານໄທ ຕລອດມາ.
ນອກຈາກນັ້ນ ນາງຍັງກ່າວ ຕື່ມອີກວ່າ ຫລັງຈາກທ່ານ ກະສິດ ພິຣົມ ຣັຖມົນຕຣີ ການຕ່າງ ປະເທດໄທ ປະກາດວ່າ ທາງການໄທ ຖືວ່າ ຊາວເຜົ່າມົ້ງລາວ 159 ຄົນ ຈາກສູນກັກຂັງ ແຂວງໜອງຄາຍ ເປັນອົພຍົບ ແລະ ມີສິດໄປ ຕັ້ງຖິ່ນຖານ ຢູ່ປະເທດ ທີ່ສາມ UNHCR ກໍໄດ້ຕິດຕາມ ປຶກສາຫາລືກັບ ກະຊວງຕ່າງ ປະເທດໄທ ຕລອດມາ ແລະຫວັງວ່າ ຈະໄດ້ຮັບຮູ້ ຄວາມຄືບໜ້າ ໃນມໍ່ໆນີ້.
ນາງໄດ້ກ່າວ ໃນຕອນທ້າຍວ່າ ຊາວເຜົ່າມົ້ງລາວ 159 ຄົນຈາກ ສູນກັກຂັງ ແຂວງໜອງຄາຍ ໄດ້ຖືກຮັບຮູ້ ວ່າເປັນອົພຍົບ ຂໍລີ້ພັຍ ແລະເຄີຍມີ ປະເທດທີສາມ ທີ່ຈະຮັບເອົາ ໄປຕັ້ງຖິ່ນຖານ ຢູ່ປະເທດອື່ນ ຍັງຄ້າງຄາ ຢູ່ແຕ່ວ່າ ທາງການໄທ ບໍ່ອະນຸຍາດ ໃຫ້ພວກ ຂະເຈົ້າໄປ ທໍ່ນັ້ນ.