ຂ້າຫລວງໃຫຍ່ ສະຫະປະຊາຊາດ ເປັນຫ່ວງນຳ ການສົ່ງມົ້ງ ກັບຄືນລາວ
2009.08.04
ຂ້າຫລວງໃຫຍ່ ສະຫະປະຊາຊາດ ວ່າຄວນມີການສຳຣວດ ໃຫ້ຖີ່ຖ້ວນວ່າບຸກຄົນ ໃດສາມາດກັບຄືນ ປະເທດ ໂດຍບໍ່ມີຄວາມຫ່ວງນໍາ ຄວາມປອດໄພ ຮວມທັງ
ຄວາມປອດໄພ ຂອງຊາວມົ້ງ ບາງຈໍານວນທີ່ຕ້ອງ ໄດ້ຮັບການປົກປ້ອງ ຈາກນານາຊາດ ດັ່ງທີ່ຍານາງ Kitty Mckensey ເຈົ້າໜ້າທີ່ປະຊາສັມພັນ ຫ້ອງການ ຂ້າຫລວງໃຫຍ່ ສະຫະປະຊາຊາດ ປະຈໍາບາງກອກ ປະເທດໄທ ໄດ້ໃຫ້ສັມພາດກັບ ວິທຍຸເອເຊັຽເສຣີວ່າ:
ໃນທັສນະຂອງຍານາງແລ້ວ ຕ້ອງມີການກວດສອບ ແຕ່ລະບຸກຄົນ ເພື່ອເບິ່ງວ່າຜູ້ໃດແດ່ ຈໍາເປັນຕ້ອງໄດ້ຮັບ ການຄຸ້ມຄອງຈາກ ນານາຊາດ ແລະຫາກວ່າມີ ກໍຣະນີ ຢ່າງນີ້ ຕ້ອງມີການກວດສອບ ເປັນລາຍບຸກຄົນ ອັນນີ້ເປັນຈຸດ ສໍາຄັນ ກ່ອນທີ່ທາງການໄທ ຈະສົ່ງເຂົາເຈົ້າ ກັບຄືນປະເທດລາວ.
ຍານາງ Mckensey ໄດ້ໃຫ້ສັມພາດຫລັງຈາກ ທ່ານ Samuel Witten ເຈົ້າໜ້າທີ່ຂັ້ນສູງຂອງ ສະຫະຣັຖອາເມຣິກາ ໄດ້ເດີນທາງໄປ ຢ້ຽມຢາມສູນກັກຂັງ ຊົ່ວຄາວ ຊາວມົ້ງລາວ ທີ່ບ້ານຫ້ວຍນໍ້າຂາວ ແຂວງເພັດສະບູນ ຂອງໄທ ເມື່ອວັນທີ30 ກໍຣະກະດາ ທີ່ຜ່ານມາຊຶ່ງ ເວລານັ້ນທ່ານ Witten ໄດ້ຮຽກຮ້ອງໃຫ້ ທາງການໄທດໍາເນີນ ການຄັດເລືອກຕາມ ມາຕຖານສາກົນ.
ທາງການໄທກ່າວວ່າ 92%ຂອງຊາວມົ້ງ ຢູ່ບ້ານຫ້ວຍນໍ້າຂາວ ເປັນຄົນເຂົ້າເມືອງ ແບບຜິດກົດໝາຍ ດ້ວຍເຫດຜົນທາງ ດ້ານເສຖກິດ ຊຶ່ງຕ້ອງຖືກສົ່ງກັບ ປະເທດ ລາວ ໃຫ້ໝົດພາຍໃນ ທ້າຍເດືອນກັນຍານີ້ ສ່ວນອີກ8% ແມ່ນຈໍານວນທີ່ຖືວ່າ ຫລົບໜີຈາກປະເທດ ຍ້ອນໄດ້ຮັບຄວາມ ເດືອດຮ້ອນທາງດ້ານ ການເມືອງໃນລາວ. ປັດຈຸບັນມີ ຊາວມົ້ງລາວຢູ່ ສູນຊົ່ວຄາວບ້ານ ຫ້ວຍນໍ້າຂາວ ຈໍານວນ4,645ຄົນ ແລະ 158ຄົນ ຢູ່ສູນກັກຂັງ ແຂວງໜອງຄາຍ.