UNHCR ເປັນຫ່ວງ ຊາວເຜົ່າມົ້ງ ຖືກສົ່ງກັບ
2008.06.25
ເຈົ້າໜ້າທີ່ ສຳນັກງານ ຂ້າຫຼວງໃຫຍ່ ສະຫະ ປະຊາຊາດ ຝ່າຍຄົນອົພຍົບ ປະຈຳ ປະເທດໄທ, ຍານາງ Kitty Mackensy ໃຫ້ສຳພາດ ຕໍ່ນັກຂ່າວ ເອເຊັຍເສຣີ ວ່າ UNHCR ເປັນຫ່ວງ ແລະ ກັງວົນ ທີ່ທາງການໄທ ໄດ້ ສົ່ງ ຊາວລາວເຜົ່າມົ້ງ ຈາກບ້ານຫ້ວຍນ້ຳຂາວ ກວ່າ 800 ຄົນ ກັບ ສປປລາວ ເມື່ອບໍ່ດົນມານີ້ ດັ່ງເພິ່ນ ໄດ້ກ່າວວ່າ:
“ພວກເຮົາ ເປັນຫ່ວງ ແລະ ກັງວົນ ໃນວິທີການ ທັງໝົດ ທີ່ບໍ່ເຄີຍມີ ຄວາມຈະແຈ້ງ ກ່ຽວກັບ ບັນຫາ ຊາວລາວ ເຜົ່າມົ້ງ ໂດຍສະເພາະ ວິທີການ ກວດສອບ ແລະ ການຕັດສີນ ວ່າ ພວກໃດ ຕ້ອງການ ການຄຸ້ມຄອງ ຂອງ ນາໆຊາດ ແລະ ພວກເຮົາ ກໍບໍ່ຮູ້ຈັກ ຫຍັງໝົດ ກ່ຽວກັບ ການສົ່ງກັບ ພວກເຮົາ ບໍ່ຮູ້ວ່າ ພວກຂະເຈົ້າ ໄປຍ້ອນຄວາມສມັກໃຈ ຫຼື ຍ້ອນວ່າ ມາດຕະຖານ ຫຼື ກົດເກນ ນາໆຊາດ.”
ຍານາງ Kitty ກ່າວຕໍ່ໄປວ່າ ເຖິງພວກຂະເຈົ້າ ຈະສະມັກໃຈ ກັບຄືນ ກໍມີສິດ ທີ່ຈະປ່ຽນໃຈ ໄດ້ ຍານາງ ອະທິບາຍ ຂັ້ນຕອນ ການສົ່ງກັບ ແບບສມັກໃຈ ຕາມວິທີ ສາກົນ ວ່າ:
“ການສົ່ງກັບ ຕ້ອງມີ ຄຳຮ້ອງ ຕ້ອງມີ ເອກກະສານ ກ່ຽວກັບ ການຂໍກັບ ພ້ອມຮູບປະກອບ ແລະ ລາຍເຊັນ ຂອງເຈົ້າໜ້າທີ່ ຜູ້ອະນຸຍາດ ສົ່ງກັບ ແລະ ພວກທີ່ ສະມັກໃຈ ທີ່ຈະກັບ ປະເທດ ກໍມີສິດ ທີ່ຈະປ່ຽນໃຈ ເວລາໃດ ກໍໄດ້”
ເຖິງຢ່າງໃດກໍຕາມ ຍານາງ ກ່າວໃນຕອນທ້າຍ ວ່າ UNHCR ບໍ່ໄດ້ຄັດຄ້ານ ຫຼື ປະທ້ວງ ແຕ່ຢ່າງໃດ ພຽງແຕ່ຢາກສະແດງ ຄວາມຫ່ວງໃຍ ຕໍ່ຣັຖບານໄທ ໃຫ້ຮັບຮູ້ ກ່ຽວກັບ ເຣື້ອງດັ່ງກ່າວ.
ຣັຖບານລາວ ແລະ ຣັຖບານໄທ ມີຂໍ້ຕົກລົງ ຮ່ວມກັນ ຢ່າງເປັນ ເອກກະພາບ ເຣື້ອງກ່ຽວກັບ ຊາວລາວເຜົ່າມົ້ງ ຈາກບ້ານຫ້ວຍນ້ຳຂາວ ວ່າ ຫຼົບໜີເຂົ້າເມືອງ ຢ່າງຜິດກົດໝາຍ ແລະ ຈະຕ້ອງ ໄດ້ສົ່ງກັບ ທັງໝົດ ໃນປີ 2008 ນີ້, ແຕ່ UNHCR ມີນະໂຍບາຍ ທີ່ຕ່າງກັນ ວ່າ ໃນຈຳນວນ ຊາວລາວເຜົ່າມົ້ງ ເລົ່ານີ້ ຫາກມີ ຄວາມສມັກໃຈ ຢາກກັບຄືນລາວ ຢ່າງຈິງໃຈ ກໍບໍ່ມີບັນຫາ ແຕ່ສຳລັບ ພວກທີ່ມີ ບັນຫາແທ້ ກໍຄວນໄດ້ຮັບ ການພິຈາຣະນາ ຢ່າງເປັນທັມ ແລະ ເໝາະສົມ.