ຣັຖບານໄທຄວນປ່ອຍ ຊາວເຜົ່າມົ້ງລາວ158ຄົນ

ສະຫະປະຊາຊາຕ ຮຽກຮ້ອງ ຣັຖບານໄທ ປ່ອຍຊາວເຜົ່າມົ້ງ ຈໍານວນ 158 ຄົນ ທີ່ຖືກກັກຂັງ ຢູ່ສູນກັກຂັງ ກວດຄົນເຂົ້າເມືອງ ແຂວງໜອງຄາຍ.
ຈະເຣີນສຸກ
2009.11.18

ຂ້າຫລວງໃຫຍ່ ດ້ານອົພຍົບ ສະຫະປະຊາຊາດ ຫລື UNHCR ກ່າວວ່າ ໄທ ຄວນປ່ອຍ ອົພຍົບ ຊາວເຜົ່າມົ້ງ 158 ຄົນ ທີ່ຖືກກັກຂັງ ຢູ່ສູນກັກຂັງ ກວດຄົນເຂົ້າເມືອງ ແຂວງໜອງຄາຍ ມາເປັນເວລາ 3 ປີແລ້ວນັ້ນ ແລະ ອະນຸຍາດໃຫ້ ພວກຂະເຈົ້າ ໄປຕັ້ງຖິ່ນຖານ ໃນປະເທດ ທີ 3, ອີງຕາມຣາຍງານ ຂອງແຫລ່ງຂ່າວ ເອ ພີ ໃນມື້ວັນທີ 17 ພຶສຈິການີ້.

ທ່ານ ອັນດະເຣ ມາເຮຊິກ, ໂຄສົກ ປະຈໍາຂ້າຫລວງໃຫຍ່ ກ່າວວ່າ: 

ທ່ານ ກ່າວວ່າ… ສະຖານະການ ຂອງຊາວເຜົ່າມົ້ງ ໃນປັດຈຸບັນ ແຕກຕ່າງຈາກ ຊຸມປີ 1970, ແຕ່ວ່າ ກຸ່ມຊາວເຜົ່າມົ້ງ ທີ່ຖືກກັກຂັງ ຢູ່ໜອງຄາຍ ແມ່ນສ່ວນນຶ່ງ ທີ່ມີມາແຕ່ກ່ອນ ທີ່ຍັງຕົກຄ້າງ ຈາກບັນຫາ ໃນອະດີດ. ຊາວເຜົ່າມົ້ງ ກຸ່ມດັ່ງກ່າວ ທໍາອິດ ມີ 147 ຄົນ, ຊຶ່ງພວກຂະເຈົ້າ ຖືກຈັບ ເພື່ອສົ່ງກັບ ປະເທດ ແລະ ຖືກເຄື່ອນຍ້າຍໄປກັກຂັງໄວ້ ທີ່ສູນກັກຂັງ ກວດຄົນເຂົ້າເມືອງແຂວງໜອງຄາຍ ເມື່ອທ້າຍປີ 2006. ພາຍຫລັງ ທີ່ມີເດັກນ້ອຍ ເກີດຂຶ້ນມາໃໝ່ ຈຶ່ງເຮັດໃຫ້ ຈໍານວນ ຊາວເຜົ່າມົ້ງ ດັ່ງກ່າວ ເພີ້ມຂຶ້ນເຖິງ 158 ຄົນ. 

ຫ້ອງການ ຂ້າຫລວງໃຫຍ່ ທີ່ມີສໍານັກງານ ຢູ່ນະຄອນ ເຈັນເນວາ ຮຽກຮ້ອງ ປະເທດໄທ ໃນມື້ວັນອັງຄານ ເພື່ອອະນຸຍາດ ໃຫ້ອົພຍົບ ຊາວເຜົ່າມົ້ງ ເຫລົ່ານັ້ນ ໄປຕັ້ງຖິ່ນຖານ ໃນສະຫະຣັຖ, ອັອສເຕຣເລັຍ, ການາດາ ຫລື ຮອນແລນ, ທີ່ໄດ້ສເນີ ຮັບເອົາພວກຂະເຈົ້າ ໄປຕັ້ງຖິ່ນຖານ. ແລະ ວ່າ ພວກຂະເຈົ້າ ບໍ່ໄດ້ກະທໍາຄວາມຜິດ ດ້ານອາສຍາກັມໃດໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 16, 2009 11:50 PM

I agree with UNHCR decision. Thanks a lot.