ສິດທິມະນຸດໃນໄທ ຮຽກຮ້ອງເຖິງຣັຖບານລາວ

ຄນະກັມມະການ ສິດທິມະນຸດ ແຫ່ງຊາດໄທ ຮຽກຮ້ອງໃຫ້ຣັຖບານລາວ ອະນຸຍາດໃຫ້ ຊາວມົ້ງລາວ 158 ຄົນ ໄປຕັ້ງຖິ່ນຖານໃໝ່ ໃນປະເທດທີສາມ ຢ່າງຮີບດ່ວນ.
ຈຳປາທອງ
2010.01.12

ຄນະກັມມະການ ສິດທິມະນຸດ ແຫ່ງຊາດໄທ ຮຽກຮ້ອງໃຫ້ຣັຖບານລາວ ອະນຸຍາດ ໃຫ້ຊາວມົ້ງລາວ 158 ຄົນ ໄປຕັ້ງຖິ່ນຖານໃໝ່ ຢູ່ປະເທດທີສາມ ຢ່າງຮີບດ່ວນ ຍ້ອນວ່າ ພວກເຂົາເຈົ້າ ໄດ້ອົພຍົບໜີໄປ ປະເທດໄທ ຍ້ອນມີບັນຫາຂັດແຍ່ງ ທາງການເມືອງ.

ຄນະກັມມະການ ສິດທິມະນຸດ ແຫ່ງຊາດໄທ ບໍ່ໄດ້ຕ້ອງການ ທີ່ຈະແຊກແຊງ ກິຈການພາຍໃນ ຂອງຣັຖບານລາວ ແຕ່ຢ່າງໃດ ມີພຽງແຕ່ວ່າ ຈະຕິດຕາມເບິ່ງ ທ່າທີ
ຂອງຣັຖບານລາວ ຕໍ່ໄປ ຊຶ່ງໃນເບື້ອງຕົ້ນນີ້ ກໍ່ເຫັນວ່າຣັຖບານລາວ ກໍ່ໄດ້ປະຕິບັດ ຕໍ່ຊາວມົ້ງລາວ ຈຳນວນ 158 ຄົນນັ້ນ ຕາມຫລັກ ສິດທິມະນຸດ ຢູ່ແລ້ວ - ຕາມຄຳເວົ້າຂອງ ທ່ານ ນິລັນ ພິທັດວັດຊະຣະ ກັມມະການ ສິດທິມະນຸດ ແຫ່ງຊາດໄທ ຕໍ່ສື່ມວນຊົນ ພາຍຫລັງ ກອງປະຊຸມຮັບຟັງ ຄວາມຄິດຄວາມເຫັນ ກ່ຽວກັບກໍຣະນີ ທີ່ທາງການໄທ ຈັດສົ່ງຊາວມົ້ງລາວ ກັບຄືນ ສປປລາວ.

ກອງປະຊຸມດັ່ງກ່າວ ມີທັງຜູ້ແທນ ຂອງກອງທັບ ພາກທີສາມຂອງໄທ ເຈົ້າກົມກິຈການ ຊາຍແດນທະຫານ ສຳນັກງານ ສະພາຄວາມໝັ້ນຄົງ ແຫ່ງຊາດ ແລະ ກະຊວງການຕ່າງປະເທດໄທ ເຂົ້າຮ່ວມ.

ທ່ານ ນິລັນ ກ່າວວ່າ ກັມມະການສິດທິມະນຸດ ແຫ່ງຊາດໄທ ມີຄວາມເປັນຫ່ວງ ແລະກັງວົນ ໃນແນວຄິດຂອງ ການປະຕິບັດ ຕໍ່ຊາວມົ້ງລາວ ທີ່ໄດ້ອົພຍົບເຂົ້າມາ ປະເທດໄທ ຊຶ່ງຈຳເປັນຕ້ອງ ຍຶດຫລັກສິດທິມະນຸດ ຕໍ່ພວກເຂົາເຈົ້າ. ແຕ່ເຖິງຢ່າງໃດກໍຕາມ ເຫັນວ່າ ກວ່າ 90%  ໃນຈຳນວນຊາວມົ້ງລາວ 4,000 ກວ່າຄົນ ທີ່ຖືກສົ່ງກັບ ປະເທດລາວນັ້ນ ບໍ່ມີບັນຫາ. ແຕ່ກໍມີຄວາມເປັນ ຫ່ວງນຊາວມົ້ງລາວ ຈຳນວນ 158 ຄົນ ທີ່ມີບັນຫາຂັດແຍ່ງ ທາງການເມືອງກັບ ຣັຖບານລາວ ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.