ໄທຽ ປະຕິເສຕ ຂໍ້ກ່າວຫາ

ທາງກາຣໄທຽ ປະຕິເສຕວ່າ ບໍ່ມີກາຣທຳຮ້າຍ ຮ່າງກາຍຊາວມົ້ງລາວ ທີ່ບ້ານຫ້ວຍ ນ້ຳຂາວແຕ່ຢ່າງໃດ
ຫວາດ ສີມູນ
2009.03.30

ທາງກະຊວງກາຣ ຕ່າງປະເທສໄທຽ ປະຕິເສຕວ່າ ບໍ່ມີກາຣ ທຳຮ້າຍຮ່າງກາຍ ຕໍ່ຊາວມົ້ງລາວ ແຕ່ຢ່າງໃດແລະ ວ່າເຈົ້າໜ້າທີ່ ດັ່ງກ່າວເປັນພາກ ສ່ວນທີ່ຮັກສາ ຄວາມ ເປັນຣະບຽບ ຮຽບຮ້ອຍ ໃນເຂຕບ້ານ ຫ້ວຍນ້ຳຂາວ ແຂວງເພັຊບູນ ບ່ອນທີ່ມີ ຊາວມົ້ງລາວ ປະມານ 5,400 ຄົນຍັງຢູ່ໃນ ຣະຫວ່າງ ພິຈາຣະນາ ເພື່ອສົ່ງກັບຄືນ ເມືອງລາວຕາມຂໍ້ ຕົກລົງຣະຫວ່າງ ທາງກາຣລາວແລະໄທຽ. ແຕ່ທ່ານ ທານີ ທອງພັກດີ ຮອງໂຄສົກ ກະຊວງກາຣ ຕ່າງປະເທສ ໄທຽວ່າ: ທ່ານ Joua Va Yang ເປັນຜູ້ໜື່ງທີ່ ນຳພານັກຂ່າວ BBC ເຂົ້າໄປຖ່າຍຮູບ ເອົາສະພາບກາຣ ຢູ່ກິນຂອງພວກ ຊາວມົ້ງຢູ່ເຂຕ ປ່າດົງໃນລາວ ແຕ່ປີ 2004 ຜ່ານມາ ອີງຕາມເວ໊ບໄຊຕ໌ ຂອງ ອົງກາຣຂ່າວ earthtimes.org ໃນມື້ວັນທີ່ 30 ມີນານີ້.

ທ່ານ ທານີ ໄດ້ກ່າວເພີ່ມວ່າ: ຕາມຣາຍງານທີ່ ໄດ້ຮັບນັ້ນ ທ່ານ Joua Va Yang ຖືກຈັບໃນຕອນ ກາງຄືນຂອງມື້ ວັນເສົາ ທີ່ຜ່ານມາ ຍ້ອນວ່າທ່ານ Joua Va Yang ເອງແລະຄອບຄົວ ຂອງລາວໄດ້ ຫລົບໜີອອກຈາກ ເຂຕສູນຮອງຮັບ ຊົ່ວຄາວທີ່ບ້ານ ຫ້ວຍນ້ຳຂາວ ດັ່ງກ່າວເພື່ອນຳ ໄປດຳເນີນກາຣ ສືບສວນແລະ ສອບສວນ ຕໍ່ໄປ. ແຕ່ວ່າທ່ານ Joe Davy ຈາກຫ້ອງກາຣປົກປ້ອງ ສິທທິມະນຸສຍະຊົນ ອ້າງວ່າມີຜູ້ ເຫັນເຫຕກາຣແລະ ຢືນຢັນວ່າທ່ານ Joua Va Yang ບໍ່ໃຫ້ກາຣຮ່ວມມື ຈື່ງຖືກທຸບຕີ ຢ່າງຮຸນແຮງຈົນ ຖືກນຳສົ່ງ ໂຮງພຍາບາລ ເພື່ອຍິບແລະ ປົວບາດແຜແລ້ວ ກໍຖືກນຳ ໄປຂັງໄວ້.

ຢ່າງໃດກໍຕາມ ທ່ານ ກະສິຕ ພິຣົມ ຣັຖມົນຕຣີກາຣ ຕ່າງປະເທສໄທຽ ວ່າທາງກາຣໄທຽ ຈະໃຫ້ເງີນທືນ ແກ່ທາງກາຣ ສປປລາວ 1.5 ລ້ານບາທ ເພື່ອຈັດເຂົ້າໃນ ໂຄງກາຣຈັດສັນ ເປັນກາຣຮອງຮັບ ເອົາຊາວ ອົພຍົພມົ້ງລາວ ທີ່ທາງກາຣໄທຽ ຈະຈັດສົ່ງໃຫ້ ທາງກາຣລາວ ໃຫ້ໝົດພາຍ ໃນປີ 2009 ຕາມຂໍ້ຕົກລົງ ຣະຫວ່າງ 2 ປະເທສ!!


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.