ຣັຖບານໄທ ຍັງຂັດຂ້ອງໃຈ ການສົ່ງມົ້ງ ຈໍານວນ 150 ກວ່າຄົນ ກັບລາວ
2009.08.03
ເມື່ອສັປດາຜ່າມານີ້ ເຈົ້າໜ້າທີ່ພົລເຮືອນ ທະຫານ ຂອງລາວແລະໄທ ໄດ້ພົບປະກັບ ທ່ານ Samuel witten ຮອງຜູ້ຊ່ວຍຣັຖມົນຕຣີ ການຕ່າງປະເທດ ຂອງສະຫະຣັຖ ອະເມຣິກາ ທີ່ຮັບບຜິດຊອບ ກິຈກັມ ຊາວອົພຍົບ.
ທ່ານ Witten ຫລັງຈາກໄດ້ເດີນທາງ ໄປຢ້ຽມຢາມ ຊາວມົ້ງຢູ່ສູນ ກັກຂັງ ຂອງຕໍາຣວດກວດຄົນ ເຂົ້າເມືອງ ແຂວງໜອງຄາຍແລ້ວ ໄດ້ຮຽກຮ້ອງໃຫ້ ທາງການໄທ ຍຸຕິການສົ່ງ ຊາວເຜົ້າມົ້ງລາວ ຈໍານວນດັ່ງກ່າວ ກັບຄືນ ປະເທດລາວ ພ້ອມທັງເວົ້າວ່າ ພວກເຂົາເຈົ້າຄວນ ຖືກປ່ອຍ ໃນທັນທີທັນໃດ. ໃນຂນະດຽວກັນ ເຈົ້າໜ້າທີ່ ທາງການຂອງໄທ ໄດ້ບອກກັບທ່ານ Witten ວ່າການສົ່ງຊາວມົ້ງ 150ກ່ວາຄົນ ຈາກແຂວງໜອງຄາຍ ເປັນປັນຫາທີ່ ລໍ່ແຫລມ ເນື່ອງຈາກວ່າ ຝ່າຍໄທໄດ້ຕົກລົງ ກັບຝ່າຍລາວ ແລ້ວວ່າຊາວມົ້ງ ຈໍານວນນີ້ຕ້ອງຖືກ ສົ່ງຄືນປະເທດລາວ.
ເຈົ້າໜ້າທີ່ໄທ ທ່ານນຶ່ງກ່າວວ່າ ພວກທ່ານບໍ່ທັນໄດ້ ພົບວິທີແກ້ໄຂບັນຫາ ທີ່ບໍ່ອອກບໍ່ເຂົ້ານີ້ ຢ່າງເໝາະສົມເທື່ອ ແລະ ຈະບໍ່ມີຄໍາຕອບ ໃຫ້ໃນລະຍະ ສັ້ນໆນີ້ໄດ້. ເມື່ອສັປດາຜ່ານມາ ຜູ້ນໍາຊາວມົ້ງ ຢູ່ບ້ານຫ້ວຍນໍ້າຂາວ ເມືອງເຂົາຄໍ້ ແຂວງເພັດສະບູນ ຂອງໄທ ໄດ້ຮັບແຈ້ງຈາກ ທ່ານ witten ວ່າ ສະຫະຣັຖ ບໍ່ມີແຜນ ທີ່ຈະເອົາ ຊາວມົ້ງໄປຕັ້ງ ຖິ່ນຖານຢູ່ ສະຫະຣັຖ ທັງໝົດ ແຕ່ຈະ ພິຈາຣະນາ ໄປຕາມກໍຣະນີໆ.