ໄທແລະສະຫາຣັຖ ຈະໄປຢ້ຽມຊາວມົ້ງ ໃນລາວ

ເຈົ້າໜ້າທີ່ໄທ ແລະ ສະຫາຣັຖ ຈະໄປຢ້ຽມຢາມ ຊາວມົ້ງ ທີ່ກັບຈາກໄທ ໃນມື້ວັນສຸກ ຈະມາເຖິງນີ້.
ໂພໄຊສວັດ
2010.02.25

ເຈົ້າໜ້າທີ່ໄທ ແລະ ສະຫາຣັຖ ຈະໄປຢ້ຽມຢາມ ຊາວມົ້ງ ທີ່ກັບຈາກໄທ ໃນມື້ວັນສຸກ ຈະມາເຖິງນີ້ ເຈົ້າໜ້າທີ່ໄທ ແລະ ສະຫາຣັຖ ຈະໄດ້ຮັບ ອະນຸຍາດ ໃນມື້ ວັນສຸກ ທີ 26 ກຸມພາ 2010 ນີ້ເພື່ອໄປ ຢ້ຽມຢາມ ບ້ານສ້າງໃໝ່ ໃນລາວ ທີ່ຊາວມົ້ງ ອາສັຍຢູ່ ຫລັງຈາກຖືກ ສົ່ງກັບຈາກໄທ ເມື່ອເດືອນ ທັນວາ ຜ່ານມາ.

ອົງການ ສິດທິມະນຸດ ແລະສະຖານທູດ ຕ່າງປະເທດ ພຍາຍາມຕິດຕາມ ຂໍອະນຸຍາດ ເຂົ້າຢ້ຽມຊາວມົ້ງ ທີ່ກັບຄືນ ປະເທດ ເພື່ອຢາກຮູ້ວ່າ ພວກຂະເຈົ້າ ໄດ້ຖືກຮັບຕ້ອນ ແລະ ເບິ່ງແຍງດີ ສົມຄວນ.

ທ່ານ ເຄນທອງ ນວນທະສິງ ໂຄສົກ ກະຊວງການ ຕ່າງປະເທດລາວ ບອກຜູ້ສື່ຂ່າວ AFP ໃນມື້ ວັນພຸດ ທີ 24 ກຸມພາ 2010 ວ່າການໄປ ຢ້ຽມຢາມ ກໍເພື່ອສະແດງ ເຖິງຄວາມຈິງໃຈ ໃນການກັບມາ ແລະ ການເບິ່ງແຍງ ພວກຂະເຈົ້າ.

ຣັຖບານໄທ ເຮັດໃຫ້ເກີດຄວາມ ບໍ່ພໍໃຈ ຢ່າງຮຸນແຮງ ໃນເດືອນທັນວາ ເມື່ອທ້າທາຍ ການຕິຕຽນ ຂອງນາໆຊາດ ໂດຍໄດ້ສົ່ງ ກຳລັງທະຫານ ໄປບັງຄັບ ສົ່ງຊາວມົ້ງ ປະມານ 4,500 ຄົນຈາກສູນ ກັກຂັງຊົ່ວຄາວ ກັບລາວ ຮວມທັງຊາວມົ້ງ 158 ຄົນ ທີ່ສະຫະປະຊາຊາດ ໄດ້ຮັບຮອງ ວ່າເປັນອົພຍົບ ແລ້ວ.

ທັງໄທແລະລາວ ກ່າວວ່າຊາວມົ້ງ ທີ່ຢ້ານວ່າຈະ ຖືກປາບປາມ ປະຫັດປະຫານ ຫາກຖືກສົ່ງ ກັບປະເທດ ເພາະໄດ້ຕໍ່ສູ້ ຄຽງຂ້າງ ກຳລັງສະຫະຣັຖ ປາງສົງຄາມ ວຽດນາມ ນັ້ນ ເປັນພວກອົພຍົບ ເສຖກິດ.

ທ່ານ ເຄນທອງ ເວົ້າອີກວ່າ ເຈົ້າໜ້າທີ່ຈາກ ສະຖານທູດ ສະຫາຣັຖ ແລະເຈົ້າໜ້າທີ່ ທະຫານ ແລະ ກະຊວງການ ຕ່າງປະເທດໄທ ພ້ອມກັບຜູ້ສື່ຂ່າວ ຈະໄປຢ້ຽມຢາມ ບ້ານໂພນຄຳ.

ອີງຕາມ ໜັງສືພິມວຽງຈັນ ທາມສ໌ ບ້ານໂພນຄຳ ໄດ້ຖືກສ້າງຂື້ນ ຢູ່ແຂວງ ບໍລິຄຳໄຊ ເພື່ອຮອງຮັບ ຊາວມົ້ງລາວ ທີ່ກັບຄືນມາ ໄດ້ປະມານ 3,000 ຄົນ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.