ປະທ້ວງ ໃຫ້ຍົກເລີກ ຂໍ້ກ່າວຫາ ວັງ ປາວ
2009.05.12

ບັນດາ ຜູ້ປະທ້ວງ ໄດ້ພາກັນໄປ ໂຮມຊຸມນຸມຢູ່ ຕໍ່ໜ້າ ຣັຖສະພາ ທີ່ນະຄອນ Sacramento ເມືອງຫລວງຂອງຣັດ ກາລີຟໍເນັຍ ສະຫະຣັດ ອາເມຣິກາ ໃນຕອນ ເຊົ້າຂອງ ວັນຈັນ ນີ້ເພື່ອສະໜັບ ສະໜູນ ອາດີດນາຍພົນ ວັງປາວ ແລະຜູ້ຕ້ອງຫາ ອື່ນໆອີກ 10 ທ່ານ ໃນຂໍ້ຫາວາງ ແຜນໂຄ່ນລົ້ມ ຣັຖບານ ຄອມມິວນິສລາວ.
ອາດີດ ນາຍພົນ ວັງປາວ ຜູ້ນຳຊາວມົ້ງ ໄດ້ຖືກກ່າວຫາ ຖານມີແຜນທີ່ ຈະຊື້ປືນກົນຈັກ ຈະຣວດຕ້ານ ອາກາດສະຍານ, ຣະເບີດປືນ ແລະອາວຸດອື່ນໆ ສຳລັບການ ຣັຖປະຫານ ຊຶ່ງທັງໝົດມີ ມູນຄ່າເກືອບເຖິງ 10 ລ້ານໂດລາ ສະຫະຣັດ ໃນປີ 2007.
ແຕ່ໃນ ວັນຈັນ ນີ້ໄດ້ມີການ ຮຽກຮ້ອງໃຫ້ມີ ການຍົກເລີກ ຄະດີນີ້ ແລະວ່າ ຊາວມົ້ງໄດ້ຢູ່ ທາງຝ່າຍກຳລັງ ຂອງ ສະຫະຣັດ ມາໂດຍຕລອດ ໃນການ ສູ້ຮົບຕ້ານ ລັດທິ ຄອມມິວນິສ ຢູ່ເອເຊັຍ ຕາເວັນອອກ ສ່ຽງໄຕ້.
ທ່ານ Paula Yang ຜູ້ສະໜັບສະໜູນ ທ່ານ ວັງປາວ ກ່າວວ່າພວກທ່ານ ເຊື່ອວ່າຣັຖບານ ສະຫະຣັດ ບໍ່ມີຫລັກຖານ ທີ່ຈະກ່າວຫາ ບຸກຄົນທັງ 11 ທ່ານນັ້ນ. ພວກທ່ານຕ້ອງການ ຄວາມຍຸຕິທັມ ແລະ ພວກທ່ານຕ້ອງການ ໃຫ້ຄະດີນີ້ ແລ້ວໄປ.
ມີການຄາດກັນ ວ່າໃນ ວັນຈັນ ນີ້ຈະມີ ປະຊາຊົນ ຫລາຍກວ່າ 10,000 ຄົນ ຈາກທົ່ວ ສະຫະຣັດ ມາຮ່ວມໃນການ ຊຸມນຸມປະທ້ວງນັ້ນ. ແລະບັນດາ ຜູ້ປະທ້ວງ ຄາດວ່າຂະບວນ ຢ່າງຈະໄປສູ່ ສຳນັກງານສານ ສະຫະຣັດ ຊຶ່ງເປັນບ່ອນ ຈະນຳຜູ້ຕ້ອງ ຫາໄປໃຫ້ການ ໃນການດຳເນີນ ຄະດີ.