ມົ້ງ ທີ່ປະທ້ວງ ກັບຄືນ ຫ້ວຍນໍ້າຂາວ
2008.06.23
ຣາຍລະອຽດ ມີຢູ່ວ່າ ຊາວລາວເຜົ່າມົ້ງ ປະມານ ສີ່ພັນຄົນ ໄດ້ພາກັນ ເດີນຂະບວນ ອອກຈາກສູນ ບ້ານຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັດສະບູນ ຂອງໄທ ເມື່ອວັນສຸກ ສັບປະດາ ທີ່ຜ່ານມາ; ຈຸດປະສົງ ຈະຍ່າງໄປເຖິງ ບາງກອກ ເພື່ອຮຽກຮ້ອງ ໃຫ້ຫ້ອງການ ຂ້າຫລວງໃຫຍ່ ດ້ານອົບພະຍົບ ສະຫະປະຊາຊາດ ຊ່ວຍເຫລືອ ແລະ ຊ່ວຍຢຸດຕິ ການຈັດສົ່ງ ພວກເຂົາເຈົ້າ ກັບຄືນ ປະເທດລາວ.
ພວກປະທ້ວງ ທັງຍ່າງ ທັງຮ້ອງ ແລະ ໄຫ້… ແຕ່ເມື່ອຍ່າງໄປ ບໍ່ໄກ ພວກເຂົາ ກໍຖືກສະກັດກັ້ນ ດ້ວຍກຳລັງ ທະຫານໄທ. ພວກປະທ້ວງ ຈຳເປັນ ຕ້ອງນອນ ແຄມທາງ ກາງແປນ ແລະ ຄ້າງຄືນ ຢູ່ທີ່ນັ້ນ ແລະ ໃນມື້ຕໍ່ມາ ຄື ເມື່ອວັນເສົາ ເຈົ້າໜ້າທີ່ ໄທໄດ້ມອບ ແຜ່ນຢາງ ໃຫ້ພວກປະທ້ວງ ເພື່ອກາງ ເປັນຕູບບ່ອນພັກ ຊົ່ວຄາວ ແລະ ຕັ້ງປ້ອມຍາມ ຕື່ມອີກ ຫ້າແຫ່ງ ເພື່ອກວດກາ ພ້ອມທັງ ເສີມກຳລັງ ແລະອຸບປະກອນ ດ້ານການສື່ສານຕື່ມ.
ຫລັງຈາກນັ້ນ ທ່ານ ຕໍ່ພົງ ອ່ຳພັນ ເຈົ້າແຂວງໆເພັດສະບູນ ກໍໄດ້ມາ ໂອ້ລົມ ກັບຊາວເຜົ່າມົ້ງ ແລະ ເມື່ອວັນອາທິດ ຊາວເຜົ່າມົ້ງ ທີ່ພວກປະທ້ວງ ຈຳນວນ ພັນກວ່າຄົນ ໄດ້ສມັກໃຈ ກັບຄືນ ໄປຢູ່ສູນ ທີ່ບ້ານຫ້ວຍນ້ຳຂາວ ຄືເກົ່າ ແຕ່ໜັງສືພິມ ພາສາອັງກິດ The Nation ຂອງໄທ ພັດຣາຍງານ ວ່າ ຊາວລາວເຜົ່າມົ້ງ ປະມານ 1,600 ຄົນ ຍັງບໍ່ຍອມ ກັບຄືນສູນເທື່ອ ແລະ ເມື່ອເວລາ 3 ໂມງເຊົ້າ ຂອງວັນອາທິດ ຊາວເຜົ່າມົ້ງ ແປດຄອບຄົວ ຊຶ່ງລວມທັງ ທ່ານ ລີຊື່ ແລະ ຄະນະ ຜູ້ນຳ ພວກປະທ້ວງ ທີ່ສຳຄັນອື່ນໆ ກໍຖືກຈັດສົ່ງ ກັບຄືນ ປະເທດລາວ. ຕໍ່ມາ ເມື່ອຕອນເວລາ 11 ໂມງເຊົ້າ ຂອງວັນດຽວກັນ ທາງການໄທ ກໍຈັດສົ່ງ ຊາວລາວ ເຜົ່າມົ້ງ 837 ຄົນ ກັບຄືນ ປະເທດລາວ ດັ່ງ ທີ່ພວກເຮົາ ໄດ້ສເນີຂ່າວໄປແລ້ວນັ້ນ.