ແພດບໍ່ມີພົມແດນ ຖືກສັ່ງຢຸດ ຊ່ວຍຊາວມົ້ງ

ອົງການແພດ ບໍ່ມີພົມແດນ Medecin Sans Frontieres ໄດ້ຮັບຄໍາສັ່ງ ໃຫ້ຍ້າຍອອກ ຈາກພື້ນທີ່ສູນ ມົ້ງລາວ ບ້ານຫ້ວຍນໍ້າຂາວ
ມະນີຈັນ
2009.05.01

ຊາວມົ້ງລາວ ບ້ານຫ້ວຍນໍ້າຂາວ ກຸ່ມທີ່ຍັງເຫລືອ ແລະກໍເປັນກຸ່ມ ທີ່ເຊື່ອວ່າຕົນ ເປັນຜູ້ລີ້ໄພ ການເມືອງ ຫາກບໍ່ແມ່ນ ລີ້ໄພ ເສຖກິດ ນັ້ນມີສະພາບ ຈິດໃຈວິຕົກ ກັງວົນຢ້ານກົວ ໂດຍສະເພາະ ພາຍຫລັງ ທີ່ມີຂ່າວວ່າ ອົງການແພດ ບໍ່ມີພົມແດນ MSF ຈະຍຸຕິ ການຊ່ວຍເຫລືອ ພວກຕົນ ແລະຍ້າຍອອກ ໃນຕົ້ນເດືອນ ພຶສພາ 2009 ນີ້. ຕາມແຫລ່ງຂ່າວ ຊາວມົ້ງລາວ ທີ່ບໍ່ສາມາດ ເປີດເຜີຍຊື່ໄດ້:

ທະຫານ ເຂົາບອກວ່າ ມີອົງການຝຣັ່ງ ເຂົ້າມາຊ່ວຍເຫລືອ ມົ້ງແລະມົ້ງ ຈະບໍ່ຍອມ ກັບແລ້ວ ແບບນີ້ເຂົາ ຕ້ອງບີບໃຫ້ ອົງການຝຣັ່ງ ນີ້ກັບບ້ານ ໄປໝົດເລີຍ ວັນທີ 6 ວັນທີ 7 ຝຣັ່ງເຂົາກັບບ້ານ ໄປໝົດເລີຍ ໃຫ້ມົ້ງບໍ່ມີ ເຂົ້າກິນ ບໍ່ມີອີ່ ຫຍັງອາໃສ ມົ້ງຈະຄ່ອຍ ຍອມກັບ.

ແລະວ່າ ສູນຫ້ວຍນໍ້າຂາວ ແຂວງ ເພັດສະບູນ ຂອງໄທ ຂະນະນີ້ ທະຫານໄດ້ປິດ ປະຕູທາງອອກ ຣະຫວ່າງ ບ້ານມົ້ງລາວ ກັບຫ້ອງການ ຂອງອົງການແພດ ບໍ່ມີພົມແດນ ເພື່ອບໍ່ໃຫ້ ມົ້ງລາວ ເຂົ້າໄປຫາໝໍ ຫລືມີການ ຕິດຕໍ່ຊື່ສານ ຣະຫວ່າງກັນ.

ນອກຈາກນັ້ນ ແຫລ່ງຂ່າວ ພາຍໃນພື້ນທີ່ ຍັງໄດ້ ຣະບຸອີກວ່າ ທະຫານ ພະຍາຍາມ ກົດດັນໃຫ້ MSF ງົດໃຫ້ການ ຊ່ວຍເຫລືອທັງ ອາຫານແລະຢາ ປົວພະຍາດ ແລະໃຫ້ຍ້າຍ ເຈົ້າໜ້າທີ່ ອອກທັງໝົດ ຕາມຄໍາສັ່ງ ເມື່ອໄວໆນີ້. ຊາວມົ້ງລາວ ທີ່ເຫລືອໃນສູນ ຕ່າງກໍເຫັນວ່າ ນັ້ນຄືການ ກົດດັນໂພດ ເກີນໄປ:

ເຮົາຂໍຄວາມ ເປັນທັມຢ່າງ ດຽວວ່າ ຄືຄົນທີ່ ຢາກກັບ ໃຫ້ເຂົາ ສົ່ງກັບໄປ ເຮົາບໍ່ຂັດຄ້ານ ແຕ່ຄົນທີ່ກັບ ອັນຕຣາຍຕໍ່ ຊີວິດຄືຖືກ ຣັຖບານລາວ ປາບປາມໜີມາ ຂໍໃຫ້ ຣັຖບານໄທ ຮູ້ຈັກຮັກສາ ຊີວິດຂອງເຮົາ ເພາະເຮົາ ເປັນມະນຸດ ເໝືອນກັນ.

ອົງການແພດ ບໍ່ມີພົມແດນ MSF  ເປັນອົງການ ເອກກະຊົນ ນາໆຊາດ ບໍ່ຫວັງຜົນ ກໍາໄຣ ອົງການດຽວ ທີ່ປະຕິບັດ ພາຣະກິດ ຊ່ວຍເຫລືອ ຊາວມົ້ງລາວ ຫ້ວຍນໍ້າຂາວ ໃນເຂດແຂວງ ເພັດສະບູນ ຂອງໄທ  ແລະກໍເປັນ ອົງການ ໃຫ້ການຊ່ວຍເຫລືອ ດ້ານອາ ຫານ ຢາປົວພະຍາດ ສຸຂອະນາໄມ ແລະອຶ່ນໆ ເປັນຕົ້ນຊ່ວຍເຫລືອ ທາງດ້ານ ຈິດໃຈດ້ວຍ.
ຕົວເລກລ່າສຸດ ໃນສູນມົ້ງລາວ ບ້ານຫ້ວຍນໍ້າຂາວ  ມີຊາວມົ້ງລາວ ເຫລືອຢູ່ປະມານ 3 ພັນຄົນ  ແລະເມື່ອວັນທີ 29 ເມສາ ຜ່ານມາ ທາງການໄທ ໄດ້ສົ່ງຊາວ ມົ້ງລາວກັບ ຊຸດລ່າສຸດອີກ 298 ຄົນ ຜ່ານທາງ ຂົວມິຕພາບ ລາວ-ໄທ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.