ນາຍພົນບົວສ້ຽງຈໍາປາພັນ ວ່າຊາວມົ້ງປ່ຽນໃຈແລ້ວ
2010.01.13

ນາຍພົນຈັຕວາ ບົວສ້ຽງຈຳປາພັນ ຮອງຫົວໜ້າ ກົມເສນາທິການ ທະຫານກອງທັບ ປະຊາຊົນລາວ ເວົ້າວ່າຊາວມົ້ງລາວ 158 ຄົນ ທີ່ກັບຈາກແຂວງໜອງຄາຍ ປະເທດໄທ ສມັກໃຈກັບຄືນ ພູມລຳເນົາເດີມ ເຖິງວ່າຈະມີ ປະເທດທີສາມ ຂໍສເນີໃຫ້ທາງການລາວ ປ່ອຍໄປຕັ້ງຖິ່ນຖານໃໝ່ ໃນປະເທດທີສາມ ກໍຕາມ. ດັ່ງທ່ານໄດ້ກ່າວວ່າ:
"ເຂົາກໍສມັກໄປ ເຂົາຂຽນຢັ້ງຢືນ ເຂົາວ່າບໍ່ໄປ ປ່ຽນໃຈແລ້ວ ກ່ອນຈະໃຫ້ສຳພາດກັບ ປະເທດທີສາມນັ້ນແມ່ນ ກໍບໍ່ຮູ້ວ່າ ນະໂຍບາຍ ຣັຖບານລາວ ຈະດີແນວນີ້ ແຕ່ວ່າກັບມາ ຣັຖບານ ຮັບຕ້ອນດີ ມີນະໂຍບາຍ ຊ່ອຍເຫລືອດີ ກໍປ່ຽນກັບໃຈບໍ່ໄປອີກ".
ທ່ານເວົ້າວ່າ ເມື່ອຊາວມົ້ງລາວ 158 ຄົນ ກັບຈາກ ແຂວງໜອງຄາຍ ທາງການລາວ ກໍອະທິບາຍ ໃຫ້ພວກຂະເຈົ້າ ເຂົ້າໃຈເຖິງທ່າທີ ແລະ ນະໂຍບາຍ ຂອງ ຣັຖບານລາວ ໂດຍຈະບໍ່ເອົາໂທດເອົາຜິດ ແລະ ຍັງຈະໃຫ້ເງິນໄປ ຕັ້ງເນື້ອຕັ້ງໂຕໃໝ່. ນອກຈາກນັ້ນ ເມື່ອພວກຂະເຈົ້າ ກັບມາບ້ານ ແລະ ພົບກັບຍາດຕິພີ່ນ້ອງ ກໍປ່ຽນໃຈຢູ່ລາວ ໂດຍຍົກເລີກຄວາມຄິດ ທີ່ຢາກຈະໄປຢູ່ ປະເທດທີສາມ ເຖິງແມ່ນວ່າຈະມີ ປະເທດທີສາມ ຂໍຍື່ນສເນີຮັບເອົາ ໄປຕັ້ງຖິ່ນຖານໃໝ່ ກໍຕາມ. ດັ່ງທ່ານເວົ້າອີກວ່າ:
"ກໍມີຢູ່ມີບາງ ປະເທດ ກໍມາສເນີ ແຕ່ຂະເຈົ້າວ່າບໍ່ໄປເດ ມີແຕ່ອະເມຣິກາ ມາຂໍແທ້ ມາພົບຂ້າພະເຈົ້າ ແມ່ນມີແຕ່ອະເມຣິກາ ຜູ້ທຳອິດກໍແມ່ນ ເອກອັຄຣາສະທູດ ອະເມຣິກາ ປະຈຳວຽງຈັນ ຕໍ່ມາກໍມີ ສະພາຕໍ່າຂອງ ສະຫະຣັຖອະເມຣິກາ ສອງທ່ານກໍມາອີກ".
ນອກຈາກນັ້ນກໍຍັງມີ ປະເທດ ອອສເຕຣເລັຍ, ນິວຊີແລນ ແລະ ການາດາ ທີ່ໄດ້ຍື່ນຂໍ້ສເນີ ມາຂໍໃຫ້ ຊາວມົ້ງລາວ 158 ຄົນ ທີ່ກັບຈາກແຂວງໜອງຄາຍ ໄປຕັ້ງຖິ່ນຖານໃໝ່.
ສຳລັບຊາວມົ້ງລາວ 158 ຄົນ ປັດຈຸບັນນີ້ ກໍໄດ້ຖືກສົ່ງກັບ ພູມລຳເນົາເດີມ ຊຶ່ງບາງສ່ວນກໍໄດ້ ຖືກສົ່ງໄປບ້ານ ພັທນາຜາຫລັກ ເມືອງກາສີ ແຂວງວຽງຈັນ.