ລາວແລະໄທ ປຶກສາຊ່ວຍກັນພັທນາ ຮວມທັງແກ້ໄຂບັນຫາ ຊາວມົ້ງ
2009.11.11
ນາຍົກຣັຖມົນຕຣີ ສປປລາວ ບົວສອນ ບຸບຜາວັນ ແລະ ທ່ານ ອະພິສິດ ເວດຊາຊີວະ ນາຍົກຣັຖມົນຕຣີໄທ ໄດ້ປຶກສາຫາລືກັນ ກ່ຽວກັບການຂະຫຽາຍ ຄວາມຮ່ວມມື ໃນດ້ານຕ່າງໆ ຢູ່ນອກກອງປະຊຸມ ສຸດຍອດຂອງປະເທດ ໃນເຂດລຸ່ມແມ່ນ້ຳຂອງ ແລະ ຍີ່ປຸ່ນ ຢູ່ປະເທດ ຍີ່ປຸ່ນ ໃນຕອນຄ່ຳ ຂອງວັນທີ 6 ພຶສຈິກາ 2009 ທີ່ຜ່ານມາ.
ໃນການພົບປະກັນນັ້ນ ທັງ2ຝ່າຍ ໄດ້ເວົ້າເຖິງການຮ່ວມມື ຫລາຍດ້ານ ແລະການແກ້ໄຂ ບັນຫາຕ່າງໆ ຣະຫວ່າງ 2 ປະເທດ ດັ່ງ ທ່ານ ອະພິສິດ ເວດຊາຊີວະ ກ່າວໃນຕອນນຶ່ງວ່າ:
"ສຳລັບ ກໍຣະນີ ຂອງທ່ານ ນາຍົກຣັຖມົນຕຣີລາວ ກໍໄດ້ມີການເວົ້າ ເຊັ່ນດຽວກັນ ໂດຍສະເພາະຢ່າງຍິ່ງ ແມ່ນເລື້ອງການຮ່ວມມື ໃນດ້ານຕ່າງໆ ໃນເລື້ອງຂອງ ຣົດໄຟ ໃນເລື້ອງຂອງ ໂຄງສ້າງພື້ນຖານ ແລະ ກໍໄດ້ມີການເວົ້າ ເລື້ອງການແກ້ໄຂ ບັນຫາ ຊາວມົ້ງລາວ."
ນາຍົກຣັຖມົນຕຣີໄທ ໄດ້ເວົ້າເຖິງ ການຊ່ວຍເຫລືອ ທີ່ໄທຈະໃຫ້ ໃນການພັທນາ ຣະບົບຣົດໄຟ ຢູ່ ສປປລາວ ໂດຍທີ່ທາງການລາວ ຕ້ອງການໃຫ້ໄທ
ຊ່ວຍເລື້ອງງົບປະມານ ໃນການຂະຫຍາຍ ທາງຣົດໄຟສາຍໜອງຄາຍ ຫາທ່ານາແລ້ງ.
ພ້ອມກັນນັ້ນ ທັງ2ຝ່າຍ ຍັງໄດ້ປຶກສາຫາລືກັນ ກ່ຽວກັບບັນຫາ ຊາວມົ້ງລາວ ທີ່ຍັງຕ້ອງຄ້າງຢູ່ ໃນປະເທດໄທ ຊຶ່ງ2ຝ່າຍ ມີຄວາມເປັນ ເອກກະພາບກັນ ໃນການທີ່ຈະສົ່ງ ພວກເຂົາເຈົ້າກັບຄືນ ສປປລາວ ໃຫ້ໝົດ ໃນທ້າຍປີ 2009 ນີ້.