ລາວ-ໄທ ຮ່ວມກອງປະຊຸມ

ຣັຖມົນຕຣີ ວ່າການ ກະຊວງການຕ່າງປະເທດ ລາວ-ໄທ ຮ່ວມກອງປະຊຸມ ຄະນະກັມມາທິການ ວ່າດ້ວຍການ ຮ່ວມມື ລາວ-ໄທ
ໂພໄຊສວັດ
2009.03.25

ຣັຖມົນຕຣີ ທັງສອງປະເທດ ມີກຳໜົດ ເຂົ້າຮ່ວມປະຊຸມ ຄະນະ ກັມມາທິການຮ່ວມ ວ່າດ້ວຍການ ຮ່ວມມື ລາວ-ໄທ ຄັ້ງທີ 15 ຊຶ່ງຈັດຂື້ນຢູ່ ນະຄອນ ຫລວງພຣະບາງ ລະຫວ່າງ ວັນທີ 23 ຫາ 25 ມີນາ 2009 ນີ້.

ການປະຊຸມ ຄັ້ງນີ້ຈະມີ ຂໍ້ປຶກສາຫາ ລືກວ່າ 20 ປະເດັນ ເຊັ່ນການຮ່ວມມື ທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ດ້ານເສຖກິດ ດ້ານສັງຄົມ ແລະ ການພັທນາ ຊັພຍາກອນມະນຸດ. ນອກຈາກນີ້ ກໍຍັງຈະ ປຶກສາຫາລື ປະເດັນອື່ນໆ ເຊັ່ນການແກ້ໄຂ ບັນຫາ ມົ້ງລາວ ການສຳຣວດ ແລະ ປັກຫລັກເຂດ ຊາຍແດນ ການເປີດແລະ ຍົກລະດັບ ດ່ານຊາຍແດນ ໂຄງການເຄືອຄ່າຍ ຄົມມະນາຄົມ ແລະ ການຂົນສົ່ງ ການຮ່ວມມື ທາງດ້ານ ພະລັງໄຟຟ້າ ແລະ ພະລັງງານ ຮວມໄປເຖິງ ການຄ້າ ແລະ ການລົງທຶນ ອີກດ້ວຍ.

ຄະນະ ກັມມາທິການຮ່ວມ ວ່າດ້ວຍການ ຮ່ວມມື ລາວ-ໄທ ເປັນໜ່ວຍງານ ສຳຄັນທີ່ກຳກັບ ເບິ່ງແຍງຄວາມ ສຳພັນ ລາວ-ໄທ ໃນພາບຮວມ ແລະໃນລະດັບ ນະໂຍ ບາຍ ຈັດຕັ້ງຂື້ນ ເມື່ອປີ 2000 ຊຶ່ງມີ ຣັຖມົນຕຣີ ວ່າການ ກະຊວງການ ຕ່າງປະເທດ ຂອງທັງສອງ ປະເທດ ເປັນປະທານຮ່ວມ ຕລອດມາ.

ຣັຖມົນຕຣີ ວ່າການກະຊວງ ການຕ່າງ ປະເທດໄທ ທ່ານ ກາສິດ ພິຣົມ ທີ່ມາເຂົ້າ ຮ່ວມປະຊຸມ ຄັ້ງນີ້ ຍັງຈະໄດ້ ຮ່ວມໃນພິທີ ສົ່ງມອບໂຄງ ການກໍ່ສ້າງ ຖນົນລະຍະ ທາງ 1.5 ກິໂລແມັດ ໃນໂຕນະຄອນ ຫລວງພຣະບາງ ແລະ ພິທີມອບ ເງິນຊ່ອຍເຫລືອ ປະມານ 1 ລ້ານ 5 ແສນບາດ ເພື່ອກໍ່ສ້າງ ສຸຂສາລາ ໃນພື້ນທີ່ ພັກອາສັຍ ຂອງຊາວມົ້ງລາວ ທີ່ສົ່ງກັບ ຈາກໄທ ອີກດ້ວຍ.



ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.