ອົພຍົບມົ້ງລາວຂໍຫລີ້ພັຍ ຢູ່ ໄທ
2009.01.21
ຖແລງການ ຈາກອົງການ ດັ່ງກ່າວຣະ ບຸວ່າຣັຖບານໄທຄວນຕືກ ຕອງໃຫມ່ໃນ ການຕັດສີນ ໃຈທີ່ຈະ ສົ່ງຊາວມົ້ງ ປະມານ5ພັນ ຄົນກັບຄືນ ສປປລາວ ຈົນກວ່າຈະ ມີການຄ້ຳ ປະກັນວ່າ ມີຄວາມປອດພັຍ ແລະຍຸທຕິທັມ ແກ່ພວກຂະເຈົ້າ ໃນການກັບຄືນ ໄປຕັ້ງຖີ່ນ ຖານໃຫມ່ໃນ ລາວແລະທຸກ ຄັ້ງທີ່ຊາວ ມົ້ງຖືກສົ່ງ ກັບໄປລາວ ຕ້ອງມີຫນ່ວຍ ງານທີ່ເປັນ ເອກຣາຊເຂົ້າ ໄປປົກປ້ອງ ແລະເບີ່ງແຍງ ການເປັນຢູ່ ຂອງພວກຂະ ເຈົ້າໃນລາວ. ວ່າງວັນທີ 16 ເດືອນມົກຣາ ປີ 2009 ທ່ານ ກາຊີດ ຟີຣົມ ຣັຖມົນຕຣີ ຕ່າງປະເທດ ຄົນໃຫມ່ຂອງໄທ ໃຫ້ການວ່າ ຊາວມົ້ງປະມານ 5ພັນຄົນ ທີ່ອາສັຍ ຢູ່ສູນບ້ານ ຫ້ວຍນ້ຳຂາວຂ ອງໄທຈະ ຖືກສົ່ງກັບ ສປປລາວ ຫມົດ ໃນກາງປີ 2009 ຊື່ງຊາວມົ້ງ ສ່ວນໃຫຍ່ໃນ ສູນແຫ່ງນັ້ນ ບໍ່ມີໂອກາດ ໃນການຊອກ ຊ່ອງທາງເພືອ່ ຂໍໄປລີ້ພັຍ ຢູ່ຕ່າງປະເທດ ຢ່າງເຕັມປ່ຽນ ແລະຢ່າງຍຸທຕິທັມ ແກ່ພວກຂະເຈົ້າ ເທືອ່ອົງການ ນິຣະໂທດກຳ ສາກົນເປັນ ຫວ່ງຢ້ານວ່າ ຍັງມີບຸກຄົນ ໃນກຸ່ມດັ່ງກ່າວ ທີ່ຊີວິດ ຂອງພວກຂະເຈົ້າ ຈະເປັນອັນ ຕຣາຍຖ້າ ຖືກສົ່ງກັບ ສປປລາວ ເພາະບໍ່ມີ ການສືບສວນ ໃຫ້ຄັກແນ່ກອ່ນ ອົງການດັ່ງ ກ່າວຮຽກຮອ້ງ ໃຫ້ຣັຖບານ ໄທໃຫ້ສິດ ທິຊາວມົ້ງ ໃນການຂໍໄປ ຫລີ້ພັຍຢູ່ປະ ເທດທີ່ສາມຢ່າງ ເຕັມປ່ຽນກ່ອນ ກ່ອນຈະມີ ການສົ່ງກັບ ສປປລາວ. ບໍ່ຄວນສົ່ງ ຊາວມົ້ງກັບ ແບບບັງຄັບ ທີ່ຈະພາ ໃຫ້ເກີດບັນ ຫາການລ່ວງລະ ເມີດສີດທິມະນຸດ ໃນປະເທດທີ່ ຮັບເຂົາກັບ ຄວນໃຫ້ມີ ຫນ່ວຍງານ ເອກຣາຊເບີ່ງ ແຍງຖານະ ການເປັນຢູ່ ຂອງພວກຂະເຈົ້າ ໃນຂນະທີ່ ເຂົາກັບໄປ ແລະປາສຈາກ ເຂື່ອນໃຂໃດໆ ທັງສີ້ນຕ້ອງ ປອ່ຍຊາວມົ້ງ 158 ຄົນທີ່ຖືກ ກັກຂັງທີ່ ດ່ານກວດຄົ້ນ ເຂົ້າເມືອງທີ່ ແຂວງຫນອງຄາຍ ໃຫ້ເປັນອີສຣະ ແລະກໍ່ອະນຸຍາດ ໃຫ້ພວກຂະເຈົ້າ ສາມາດໄປ ຕັ້ງຖີ່ນຖານ ຢູ່ປະເທດທີ 3 ໄດ້.