ທະຫາຣໄທຽ ອາຈຕົວະ Joua Va Yang
2009.04.03
ກາຣທີ່ທ້າວ JouaVaYang ພ້ອມກັບຄອບຄົວ ທັງ 6 ຄົນ ໄດ້ຫລົບໜີອອກ ຈາກສູນບ້ານ ຫ້ວຍນ້ຳຂາວ ເມືອງເຂົາຄໍ້ ແຂວງເພັຊບຸນ ແລະຖືກທາງເຈົ້າ ໜ້າທີ່ທະ ຫາຣໄທຽຈັບໄດ້ ໃນມື້ວັນທີ່ 28 ມີນາ ຜ່ານມານີ້ນັ້ນ ເຮັດໃຫ້ມີກາຣ ສົງສັຍ ວ່າແມ່ນທາງ ເຈົ້າໜ້າທີ່ ທະຫາຣໄທຽເອງ ເປັນຜູ້ຕົວະໃຫ້ ອອກໄປເພື່ອລໍ້ ເອົາເງີນນຳ ເທົ່ານັ້ນ ເພາະຫລັງຈາກອອກ ໄປແລ້ວກໍຖືກ ຈັບໂລດແລ ປັຈຈຸບັນ ກໍຖືກສົ່ງໄປ ຢູ່ໃນຄ້າຍທະຫາຣ ເມືອງເຂົາຄໍ້ແລ້ວ. ກ່ຽວກັບເຣື່ອງນີ້ ທ້າວ YangHer ຜູ້ເປັນນ້ອງ ຊາຍຂອງທ້າວ JouaVaYang ໄດ້ກ່າວວ່າ:
“ທະຫາຣນີ້ເຂົາ ບອກວ່າໃຫ້ອ້າຍ ຂ້ອຍເອົາຕາງ (ເງີນ)ຄົນລະ 1,000 6 ຄົນກໍ 6 ພັນໃຫ້ ທະຫາຣໄທຽ ແລ້ວທະຫາຣໄທຽ ປ່ອຍໄປໄມ່(ບໍ່) ມີກາຣຈັບກຸມ ແຕ່ເວ ລາເອົາຕາງ ໃຫ້ທະຫາຣໄທຽ ໝົດແລ້ວ ທະຫາຣໄທຽ ປ່ອຍໃຫ້ອອກ ນອກພື້ນທີ່ສູນ ແລ້ວທະຫາຣໄທຽ ຈັບໄດ້ແລ້ວ ທຸບຕີ ທໍຣະມານ ຢ່າງຮ້າຍ ເຣື່ອງນີ້ໄມ່ເປັນໄປ ຕາມມະນຸສຍະທັມ ຂອງສາກົລ”
ທ້າວ YangHer ໃຫ້ກາຣຢືນຢັນ ຕື່ມວ່າມີຄົນ ໂທຣະສັພ ບອກວ່າຜູ້ເປັນ ອ້າຍໄດ້ຈ່າຍເງີນ ໃຫ້ທາງເຈົ້າໜ້າທີ່ ແລ້ວຈື່ງພາ ຄອບຄົວອອກໄປ ທາງຂ້າງນອກສູນ ແລະຖືກຈັບໃນ ຂໍ້ຫາວ່າລັກລອບ ອອກໄປ ແລະວ່າຕົນມີ ຄົນເຫັນເຫຕກາຣ ທີ່ເຈົ້າໜ້າທີ່ ທະຫາຣຈັບຢູ່ ທາງຂ້າງນອກແລະ ນຳໄປຂັງໄວ້ ໃນຄ້າຍທະຫາຣ ທີ່ບ້ານ ຫ້ວຍນ້ຳຂາວ ແລະຖືກທຸບຕີ ທຳຮ້າຍຮ່າງກາຍ ຜູ້ເປັນອ້າຍຂອງ ຕົນຢ່າງທາຣຸນ.
“ຮູ້ມາຈາກທີ່ ບ.ກ. ສູນຫ້ວຍນ້ຳຂາວ ມັນມີທາງ ທະຫາຣໄທຽ ໜື່ງຄົນມາບອກ ວ່າສົ່ງໄປທີ່ ເຂົາຄໍ້ເມື່ອ ວັນທີ່ 31 ເດືອນ 3 2009”
ເຖີງຢ່າງໃດ ກໍຕາມມີແຫລ່ງ ຂ່າວທີ່ໜ້າເຊື່ອ ຖືໄດ້ໆແຈ້ງວ່າ: ກາຣສົ່ງຊາວມົ້ງ ລາວຈາກສູນບ້ານ ຫ້ວຍນ້ຳຂາວໃ ຫ້ແກ່ທາງກາຣ ສປປລາວ ໃນຊຸດຕໍ່ໄປ ອາຈຈະມີຂື້ນ ໃນມື້ວັນທີ່ 11 ເມສານີ້ ແລະທ້າວ JouaVaYang ພ້ອມກັບຄອບຄົວ ທັງ 6 ຄົນ ຍັງບໍ່ທັນຖືກ ປ່ອຍອອກຈາກຄ້າຍ ບ້ານຫ້ວຍນ້ຳຂາວແ ຕ່ຢ່າງໃດເທື່ອ.