ມົ້ງລາວ 452 ຄົນ ຄ້າງຢູ່ດ່ານ ເຂົ້າເມືອງ

ຊາວມົ້ງລາວ 452 ຄົນຍັງຕົກຄ້າງ ຢູ່ດ່ານກວດ ຄົນເຂົ້າເມືອງ ແຂວງບໍລິຄຳໄຊ ລໍຖ້າການຊ່ອຍເຫລືອ
ໂພໄຊສວັດ
2009.04.10

ຊາວມົ້ງລາວທີ່ ທາງການໄທ ສົ່ງກັບຄືນ ມື້ວັນທີ 26 ມີນາ ທັງໝົດ 452 ຄົນ ຍັງຄ້າງຄາຢູ່ ໃນດ່ານກວດຄົນ ເຂົ້າເມືອງປາກຊັນ ແຂວງບໍລິຄຳໄຊ ຊຶ່ງທາງການ ບໍ່ໄດ້ແຈກຢາຍ ອາຫານແລະ ຢາປົວພະຍາດ ມາໄດ້ 7 ມື້ແລ້ວ.

ແຫລ່ງຂ່າວມົ້ງລາວ ຈາກແຂວງ ເພັດສະບູນ ປະເທດໄທ ທີ່ເຊື່ອຖືໄດ້ ບອກກັບຜູ້ສື່ ຂ່າວວ່າໄດ້ຮັບ ຂ່າວສານຈາກ ມົ້ງລາວ ໃນພື້ນທີ່ ແຂວງບໍລິຄຳໄຊ ວ່າສ່ວນຫລາຍ ຍັງຕົກຄ້າງຄາ ຢູ່ໃນດ່ານກວດ ຄົນເຂົ້າເມືອງ ດັ່ງຜູ້ໃຫ້ຂ່າວ ເວົ້າວ່າ:

452 ຄົນ ຍັງຢູ່ ຕ.ມ ບໍລິຄຳໄຊ ນັບຕັ້ງແຕ່ ວັນທີ 2 ເຖິງ ວັນທີ 5 ການເຈັບປ່ວຍຂອງ ເດັກນ້ອຍໄມ້ມີ ໃຄເອົາຢາ ໄມ້ມີໃຄເອົານ້ຳ ເອົາເຂົ້າມາໃຫ້ ກິນເລີຍ.

ຜູ້ບອກຂ່າວ ອ້າງຕໍ່ໄປວ່າ ປັດຈຸບັນນີ້ ເດັກນ້ອຍມົ້ງລາວ ອາຍຸລະຫວ່າງ 1 ຫາ 12 ປີ ເຈັບປ່ວຍ 100 ກວ່າຄົນ ແລະ 12 ປີ ຂື້ນໄປປ່ວຍ ປະມານ 50 ຄົນ ໂດຍທີ່ບໍ່ ໄດ້ຮັບການປິ່ນປົວ ຈາກທາງການລາວ. ຜູ້ກ່ຽວເວົ້າ ຕໍ່ໄປວ່າ ເງິນທີ່ທາງການ ຊ່ອຍເຫລືອ 2 ແສນກີບ ຕໍ່ຄອບຄົວ ກໍເກືອບຈະໝົດແລ້ວ ຍ້ອນເຈົ້າໜ້າທີ່ ພາກສ່ວນ ກ່ຽວຂ້ອງ ແຂວງ ບໍລິຄຳໄຊ ທີ່ຮັບຜິດຊອບ ເບິ່ງແຍງຊາວມົ້ງ ນີ້ຢຸດການແຈກ ຢາຍອາຫານມາ ຕັ້ງແຕ່ ວັນທີ 2 ເມສາ ພຸ້ນແລ້ວ, ແຕ່ໄດ້ນຳເອົາ ອາຫານຈາກພາຍ ນອກມາຂາຍໃຫ້ແທນ ຈຶ່ງຈຳເປັນຕ້ອງ ໄດ້ຊື້ກິນທຸກຄາບ.

ຕາມຄວາມເປັນ ຈິງແລ້ວຄວນຈະ ໄດ້ຮັບການແຈກ ຢາຍອາຫານ ການກິນຈົນກວ່າ ຈະໄດ້ກັບຄືນ ບ້ານເດີມ ເຖິງຢ່າງໃດ ກໍຕາມເຈົ້າໜ້າ ທີ່ກ່ຽວຂ້ອງ ແຂວງບໍລິຄຳໄຊ ປະຕິເສດວ່າ ບໍ່ເປັນຄວາມຈິງ ເພາະຊາວມົ້ງລາວ ບາງສ່ວນກໍໄດ້ ຖືກສົ່ງກັບໄປ ເທື່ອລະນ້ອຍ ດັ່ງເຈົ້າໜ້າທີ່ ເວົ້າວ່າ:

ສົ່ງແລ້ວສົ່ງກັບ ບ້ານແລ້ວ ເຂົາຢູ່ແຂວງໃດ ກໍສົ່ງໄປແຂວງ ເກົ່າເຂົາຫັ້ນແລ້ວ ກັບແລ້ວຈຳນວນ ນຶ່ງແຂວງໃດເຂົາ ມາຮັບໄວ ບ້ານເກົ່າ ເຂົາຢູ່ບ່ອນໃດ ເຂົາມາຮັບເອົາເອງ ບໍ່ໄດ້ມີ ຄຸມຂັງນາ.

ທ່ານເວົ້າອີກວ່າ ຕາມທີ່ຊາບຂ່າວ ພາຍໃນແຂວງ ກໍມີການສົ່ງ ກັບໄປແຂວງຕ່າງໆ ຢູ່ເລື້ອຍໆ ຕາມຂໍ້ຕົກລົງ ຂອງຄະນະອະນຸ ກັມມະການ ຮັກສາຄວາມສງົບ ແນວຊາຍແດນ ລາວ-ໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.