ໄທຢືນຢັນວ່າ ຈະສົ່ງມົ້ງລາວກັບ ໃຫ້ໝົດກ່ອນທ້າຍປີ

ໄທ ຢືນຢັນທີ່ຈະສົ່ງ ຊາວມົ້ງລາວຫ້ວຍນໍ້າຂາວ ກັບຄືນລາວໃຫ້ໝົດ ໃນເດືອນທັນວານີ້.
ມະນີຈັນ
2009.12.24

ໄທຢືນຢັນທີ່ຈະສົ່ງ ຊາວມົ້ງລາວ 4 ພັນກວ່າຄົນ ທີ່ຢູ່ໃນສູນກັກຂັງຊົ່ວຄາວ ຂອງຊາວມົ້ງລາວ ບ້ານຫ້ວຍນໍ້າຂາວ ແຂວງເພັດສະບູນ ກັບຄືນລາວ ໃຫ້ແລ້ວພາຍໃນ ທ້າຍປີ 2009 ເຖິງແມ່ນວ່າ ປະຊາຄົມສາກົລຈະໄດ້ ສະແດງຄວາມ ວິຕົກກັງວົນນໍາ ຢ່າງໃດກໍຕາມ. ຕາມຣາຍງານຂ່າວ AFP.

ຊາວມົ້ງລາວ ຈໍານວນດັ່ງກ່າວ ຊອກຊ່ອງທາງ ຂໍລີ້ພັຍການເມືອງ ໂດຍອ້າງວ່າ ພວກຕົນອາຈປະເຊີນກັບ ການປະຫັດປະຫານ ຈາກທາງການລາວ ຍ້ອນວ່າພວກຕົນ ໄດ້ຕໍ່ສູ້ຄຽງບ່າຄຽງໄລ່ ກັບກອງກໍາລັງ ສະຫະຣັຖ ໃນປາງສົງຄາມ ວຽດນາມ.

ພັນເອກ Thanathip Sawangsaeng ໂຄສົກກະຊວງປ້ອງກັນ ປະເທດໄທກ່າວວ່າ ໄທ ຈະສົ່ງຊາວມົ້ງລາວ ທີ່ບ້ານຫ້ວຍນໍ້າຂາວ ກັບຄືນລາວໃຫ້ແລ້ວ ພາຍໃນປີ 2009 ນີ້ ຕາມນະໂຍບາຍຂອງ ຣັຖບານໄທ ທີ່ໄດ້ຕົກລົງກັບ ຝ່າຍລາວ.

ຄໍາຢືນຢັນດັ່ງກ່າວ ມີຂຶ້ນໃນຣະຫວ່າງ ການເຈຣະຈາຣະດັບ ຣັຖມົນຕຣີເມື່ອ ບໍ່ດົນມານີ້ ກັບບັນດານັກການທູດ ໃນບາງກອກ ແລະຄນະຜູ້ແທນຂັ້ນສູງ ຂອງ ສະຫະຣັຖ ທີ່ຢ້ຽມຢາມໄທ. ທ່ານ Eric Schwatz ຜູ້ຊ່ວຍຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ກ່ຽວກັບບັນຫາພົລເມືອງ ຜູ້ອົພຍົບແລະ ການຍ້າຍຖິ່ນ ໄດ້ເດີນທາງອອກຈາກ ປະເທດໄທໃນຕອນເຊົ້າ ວັນພຸດນີ້ ພາຍຫລັງການຢ້ຽມຢາມ ຊຶ່ງມີທັງການໄປຢ້ຽມ ສູນກັກຂັງຊົ່ວຄາວ ຂອງຊາວມົ້ງລາວ ຮວມຢູ່ດ້ວຍ.  ມາດາມ Cynthia Brown ໂຄສົກສະຖານທູດ ສະຫະຣັຖ ປະຈໍາໄທ ກ່າວວ່າ ສິ່ງທີ່ທ່ານໄດ້ເຮັດ ໃນຣະຫວ່າງການ ຢ້ຽມຢາມໄທນັ້ນ ສ່ວນນຶ່ງກໍແມ່ນຫາຣື ກ່ຽວກັບບັນຫາ ຊາວມົ້ງລາວ.

ທາງດ້ານທ່ານ ອະພິສິດ ເວຊາຊີວະ ນາຍົກຣັຖມົນຕຣີໄທ ກໍໄດ້ຕອບຄໍາຖາມຂອງ ນັກຂ່າວກ່ຽວກັບ ການສົ່ງຊາວມົ້ງລາວ ກັບຄືນລາວວ່າ ໄທ ຈະພິຈາຣະນາ ເບິ່ງເຖິງ ກົດໝາຍແລະຫລັກການ ດ້ານມະນຸສທັມ. ຖ້າພິຈາຣະນາເບິ່ງ ການສົ່ງກັບໃນຣະຍະ ທີ່ຜ່ານມາ ກໍບໍ່ມີການປະຕິບັດຕໍ່ ແບບຫຍາບຄາຍ  ແລະວ່າ ຢູ່ລາວ ກໍບໍ່ມີການຕໍ່ສູ້ ຫລືຂໍ້ພິພາດໃດໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.