ການສົ່ງຊາວມົ້ງລາວ ກັບປະເທດ ຄວນມີຄວາມ ເປັນທັມ
2009.08.03
ຍານາງ ເຕືອນໃຈ ດີເທດ ຕົວແທນອົງຫານ ເອກຊົນ ທີ່ຜິດຊອບດ້ານ ສິດທິມະນຸດ ຢູ່ໄທ ເຫັນວ່າຊາວມົ້ງລາວ ທີ່ສູນກັກຂັງ ຊົ່ວຄາວຂອງຊາວ ຫ້ວຍບ້ານນໍ້າຂາວ ແຂວງເພັຊບູນ ແລະທີ່ສູນກັກຂັງ ທີ່ດ່ານກວດຄົນ ເຂົ້າເມືອງ ແຂວງໜອງຄາຍ ຄວນໄດ້ຮັບຄວາມ ເປັນທັມໃນການ ພິຈາຣະນາ ສຖານະພາບ ຕາມຫລັກ ສິດທິ ມະນຸດສາກົນ ເພາະມີຂໍ້ກໍານົດ ຈະແຈ້ງວ່າຫ້າມ ບັງຄັບສົ່ງກັບ. ຍານາງ ເຕືອນໃຈ ກ່າວໃນຕອນນຶ່ງວ່າ:
"ລັກສນະທີ່ເຂົາ ກັບບໍ່ໄດ້ ຕ້ອງພິສູດ ເຂົາປະສົງກັບລາວ ບໍ່? ເຂົາມີຈຸດເກາະກ່ຽວ ກັບປະເທດລາວບໍ່? ກັບໄປຈະປອດໄພບໍ່? ຖ້າຈະຢູ່ ປະເທດໄທ ຈະຢູ່ໃນ ສຖານະໃດ."
ໃນຈໍານວນຊາວ ມົ້ງລາວ 4ພັນກວ່າຄົນ ທີ່ສູນກັກຂັງ ຊົ່ວຄາວ ຊາວມົ້ງລາວທີ່ ບ້ານຫ້ວຍນໍ້າຂາວ ແລະອີກປະມານ 160ຄົນ ທີ່ຍັງຢູ່ດ່ານ ກວດຄົນເຂົ້າເມືອງ ແຂວງໜອງຄາຍ ຍານາງ ເຕືອນໃຈ ເຊື່ອວ່າຈໍານວນນຶ່ງ ເປັນບຸກຄົນທີ່ ບໍ່ປະສົງກັບ ຄືນລາວຈະຍ້ອນ ເຫດຜົລແນວໃດກໍຕາມ. ດັ່ງນັ້ນຈະຕ້ອງ ມີການພິສູດ ສຖານະພາບ ຂອງພວກເຂົາ ໂດຍໃຫ້ຂ້າຫລວງໃຫຍ່ ດ້ານຜູ້ອົພຍົບ ສະຫະປະຊາຊາດ UNHCR ເຂົ້າມາທໍາງານ ໃນພື້ນທີ່ແລະ ຖ້າຫາກກວດສອບແລ້ວ ກໍສາມາດສົ່ງ ກັບໄດ້ໂດຍບໍ່ ຜິດເງື່ອນໃຂ ມະນຸສທັມ ສໍາລັບຊາວມົ້ງ ທີ່ສມັກໃຈກັບ ຄືນລາວ. ແຕ່ຖ້າຫາກວ່າ ຊາວມົ້ງລາວ ບໍ່ຕ້ອງການກັບຄືນ ປະເທດລາວ ຄນະທໍາງານ ແລະ ພາກສ່ວນກ່ຽວຂ້ອງ ຕ້ອງພິຈາຣະນາ ວ່າມີຄວາມເປັນໄປ ໄດ້ບໍ່ທີ່ຈະໃຫ້ ຊາວມົ້ງລາວເຫລົ່ານີ້ ພັກອາໃສຢູ່ ໃນປະເທດໄທ ແລະ ໃນຖານະ ແນວໃດແລະ ຣັຖບານໄທ ມີນະໂຍບາຍ ຕໍ່ກຸ່ມຄົນດັ່ງກ່າວ ແນວໃດ?
"ຖ້າເຂົາເປັນກຸ່ມຄົນ ຈາກປະເທດລາວ ແລ້ວທາງ ຣັຖບານລາວ ຍອມຮັບວ່າເຂົາ ຈະກັບໄປຢ່າງ ປອດໄພ ກໍຄວນມີຂະບວນ ການສົ່ງກັບຢ່າງ ເໝາະສົມຫລືຖ້າ ພີ່ນ້ອງມົ້ງເຫລົ່ານັ້ນ ປະຕິເສດວ່າ ບໍ່ໄດ້ເປັນຄົນລາວ ກໍຕ້ອງມີຫລັກຖານ ຢືນຢັນ."
ເມື່ອວັນທີ31 ກໍຣະກະດາ ທີ່ຜ່ານມາ ສຖານທູດ ສະຫະຣັຖ ອະເມຣິກາ ປະຈໍາໄທ ໄດ້ອອກຄໍາຖແລງວ່າ ຄນະເຈົ້າໜ້າທີ່ ຂັ້ນສູງຈາກກະຊວງ ການຕ່າງປະເທດ ສະຫະຣັຖ ໄດ້ໄປຢ້ຽມຢາມ ຊາວມົ້ງລາວ ທັງ2ແຫ່ງແລ້ວ ມີຄວາມເປັນຫ່ວງ. ພ້ອມດຽວກັນ ກໍສເນີໃຫ້ ພາກສ່ວນກ່ຽວຂ້ອງ ຫາທາງອອກທີ່ດີ ສໍາລັບເຂົາເຈົ້າ ແລະວ່າ ສະຫະຣັຖ ບໍ່ມີນະໂຍບາຍ ຮັບຊາວມົ້ງລາວ ໄປຕັ້ງຖື່ນຖານຕື່ມ.