ໂຄສົກກະຊວງການ ຕ່າງປະເທດລາວ ຖແລງວ່າມົ້ງປ່ຽນໃຈ

ຊາວມົ້ງລາວ ທີ່ຖືກສົ່ງກັບຄືນປະເທດ ໝົດຄວາມຫວັງ ທີ່ຈະໄດ້ໄປຕັ້ງຖິ່ນຖານ ຢູ່ປະເທດທີສາມ.
ໂພໄຊສວັດ
2010.01.12

ຊາວມົ້ງລາວ 100 ກວ່າຄົນ ທີ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງອົງການ ສະຫະປະຊາຊາດ ເລີກລົ້ມຄວາມຕັ້ງໃຈ ແລະ ໝົດຄວາມຫວັງ ທີ່ຈະໄດ້ໄປ ຕັ້ງຖິ່ນຖານໃໝ່ ຢູ່ປະເທດທີສາມ. ອີງຕາມລາຍງານຂອງ ກະຊວງການ ຕ່າງປະເທດລາວ ໃນມື້ວັນຈັນທີ 11 ມົກກະຣາ 2010.

ໂຄສົກກະຊວງການ ຕ່າງປະເທດລາວ ທ່ານ ເຄນທອງ ນວນທະສິງ ໃຫ້ສັມພາດ ທາງໂທຣະສັບ ກັບແຫລ່ງຂ່າວ The Nation ຂອງໄທວ່າ ຊາວມົ້ງລາວດັ່ງກ່າວ ໄດ້ປ່ຽນຄວາມຕັ້ງໃຈ ຫລັງຈາກທີ່ໄດ້ກັບຄືນ ແລະ ໄດ້ເຕົ້າໂຮມກັບ ຊຸມຊົນຊາວມົ້ງລາວ ພາຍໃນປະເທດ.

ໃນຈຳນວນຊາວມົ້ງລາວ ທັງໝົດ 4,711 ຄົນທີ່ກັບມາຈາກໄທ ກ່ອນມື້ປີໃໝ່ 158 ຄົນໄດ້ຖືກຮັບຮອງ ວ່າເປັນບຸກຄົນ ທີ່ໜ້າເປັນຫ່ວງ ຈາກຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານອົພຍົບ ແລະ ມີຖານະທີ່ຈະໄປ ຕັ້ງຖິ່ນຖານໃໝ່ ຢູ່ປະເທດທີສາມໄດ້.
ສະຖານທູດ ຕາເວັນຕົກ ບາງປະເທດ ເຄີຍໃຫ້ສັນຍາວ່າ ຈະຕິດຕາມຊ່ອຍເຫລືອ ດຳເນີນການ ເພື່ອເອົາພວກຂະເຈົ້າ ໄປຕັ້ງຖິ່ນຖານໃໝ່ ຢູ່ປະເທດທີສາມ ຫລັງຈາກ ທີ່ ພວກຂະເຈົ້າໄດ້ກັບໄປ ປະເທດລາວແລ້ວ.

ທ່ານ ເຄນທອງ ກ່າວວ່າຫລັງຈາກ ໄດ້ຮັບການຮັບຕ້ອນ ຢ່າງດີ ຈາກເຈົ້າໜ້າທີ່ ກ່ຽວຂ້ອງສປປລາວ ເມື່ອເວລາກັບມາເຖິງ ພວກຂະເຈົ້າທັງໝົດ ຕັດສີນໃຈ ຈະຢູ່ບ້ານເກີດ ເມືອງນອນຕໍ່ໄປ. ແມ່ນແຕ່ ຜູ້ນຳຊາວມົ້ງລາວ ທ່ານ Blia Shoua Her ທີ່ໄດ້ຮັບການຄຸ້ມຄອງ ຈາກ ສະຫະປະຊາຊາດ ທີ່ຖືກສົ່ງກັບຈາກ ສູນກັກຂັງໜອງຄາຍ ມື້ວັນທີ 28 ທັນວາ 2009 ຍັງປ່ຽນຄວາມຄິດ ແລະຕັດສີນໃຈ ຈະຕັ້ງຄອບຄົວ ຢູ່ບ້ານຜາຫລັກ ກັບຄອບຄົວ.

ເຖິງປັດຈຸບັນນີ້ ທາງການລາວສາມາດ ສົ່ງຊາວມົ້ງລາວ ກັບຄືນພູມລຳເນົາເດີມ ແລະ ບ້ານພັທນາຜາຫລັກ ເກືອບໝົດແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 12, 2010 01:15 PM

Do not believe the communist regime they say one thing and they do another. They are fishing for the little fish and then they will go for the big one later.