UNHCR ຮຽກຮ້ອງ ຣັຖບານໄທ ປ່ອຍຊາວມົ້ງ 158 ຄົນ
2009.01.27
ຍານາງ Kitty Mckinsey ໂຄສົກຫ້ອງ ການຂ້າຫລວງ ໃຫຍ່ອົງການ ສຫະປະຊາຊາດ ດ້ານ ອົພຍົບຫລື UNHCR ປະຈຳປະເທດໄທ ກ່າວວ່າ ທາງຫ້ອງການ ຢາກຮຽກຮ້ອງ ໃຫ້ຣັຖບານໄທ ປອ່ຍຕົວຊາວມົ້ງ 158 ຄົນທີ່ຖືກ ກັກຂັງ ທີ່ດ່ານກວດ ຄົນເຂົ້າເມືອງ ທີ່ແຂວງຫນອງຄາຍ ມາແຕ່ປີ 2006 ໃຫ້ເປັນອິສຣະ ເພາະເຊືອ່ວ່າ ຊາວມົ້ງກຸ່ມນີ້ ບໍ່ໄດ້ສ້າງ ຄວາມຜິດໃນໄທ. ດັ່ງນາງກ່າວ ໃນຕອນນື່ງວ່າ--ຈຸດຢືນຂອງອົງການ UNHCR ກ່ຽວກັບຊາວມົ້ງ 158 ຄົນ ທີ່ຖືກກັກຂັງ ທີ່ດ່ານກວດ ຄົນເຂົ້າເມືອງ ທີ່ແຂວງຫນອງຄາຍ ກໍ່ແມ່ນວ່າ ຢາກຮຽກຣ໊ອງ ໃຫ້ຣັຖບານໄທ ປ່ອຍຂະເຈົ້າ ເພາະບໍ່ຈຳເປັນ ທີ່ຈະກັກຂັງ ຂະເຈົ້າອີກຕໍ່ໄປ
ໃນຂນະດຽວກັນ ນາຍ ເນລອງເທີ ຊາວມົ້ງລາວ ຈາກແຂວງລົບບຸຣີ ຂອງໄທ ຜູ້ທີ່ມີ ຍາດພີ່ນ້ອງ ໃນສູນກັກ ຂັງດັ່ງກ່າວ ໃຫ້ການວ່າ ປັດຈຸບັນ ການຊອ່ຍເຫລືອ
ສ່ວນໃຫຍ່ ທີ່ພວກຂະເຈົ້າ ໄດ້ຮັບກໍ່ ແມ່ນມາຈາກ ອົງການ UNHCR ທາງດ້ານອາຫານ ການກີນແລະ ຢາຮັກສາໂຣຄ ແລະ ການດູແລ ຈາກຫນ່ວຍງານ ຂອງເຈົ້າຫນ້າທີ່ ກວດຄົນເຂົ້າເມືອງ ທີ່ແຂວງຫນອງຄາຍ ແຕ່ທາງດ້ານ ສຸຂພາບຈີດ ຂອງພວກຂະເຈົ້ານັ້ນ ພວກເຂົາບໍ່ຢາກ ຈະຢູ່ໃນ ສູນດັ່ງກ່າວ ມາແຕ່ດົນແລ້ວ ດັ່ງທ່ານກ່າວ ໃນຕອນນື່ງວ່າ--ແຕ່ຈິດໃຈຂອງ ເຂົາກໍ່ບໍ່ຢາກຢູ່ ຕມ ຫນອງຄາຍແລ້ວ ເພາະຢູ່ນານແລ້ວ UN ກໍ່ໄປຊ່ອຍຫຍັງ ກໍ່ບໍ່ໄດ້ UN ບອກວ່າ ລໍຄອຍຄຳ ຂອງຣັຖບານ ຖ້າຣັຖບານ ເຂົາອະນຸຍາດ ໃຫ້ປ່ອຍກໍ່ ປ່ອຍໄດ້ ຖ້າຣັຖບານ ເຂົາບໍ່ອະນຸຍາດ ໃຫ້ປອ່ຍກໍ່ ປ່ອຍບໍ່ໄດ້.
ຊາວມົ້ງລາວ 158 ຄົນກຸ່ມນີ້ ເປັນກຸ່ມທີ່ ຖືກຈັບໃນ ບາງກອກວ່າງປີ 2006 ໃນຖານະຄົນ ລັກເຂົ້າເມືອງ ແບບຜິດກົດຫມາຍ ຊື່ງຊາວມົ້ງ ກຸ່ມນີ້ ກໍ່ໃຫ້ການວ່າ ພວກເຂົາເຂົ້າ ມາປະເທດໄທ ຍ້ອນຊີວີດ ເປັນອັນຕຣາຍ ທີ່ຈະຢູ່ໃນລາວ ເພາະເປັນກຸ່ມ ທີ່ຕໍ່ຕ້ານ ຣັຖບານລາວ ຕອ້ງການໄປລີ້ພັຍ ຢູ່ຕ່າງປະເທດ ຣັຖບານລາວ ແລະໄທ ກໍ່ກຳລັງ ຫາທາງທີ່ ຈະພັກດັນ ຊາວມົ້ງກຸ່ມດັ່ງກ່າວ ກັບຄືນ ສປປລາວ.