ກອງປະຊຸມ ແກ້ໄຂບັນຫາ ຊາວເຜົ່າມົ້ງລາວ ໃນໄທ
2008.06.28
ເຈົ້າໜ້າທີ່ ຂອງສູນ ວິຈັຍ ນະໂຍບາຍ ມະຫາຊົນ ຊື່ງມີຫ້ອງກາຣ ຢູ່ກຸງວໍຊີງຕັນ ດີ.ຊີ. ພ້ອມດ້ວຍເຈົ້າໜ້າທີ່ ຈາກຫ້ອງກາຣ ສະມາຊິກ ສະພາ ສະຫະຣັຖ ໄດ້ຈັດກອງປະຊຸມ ຂື້ນ ໃນຕອນເຊົ້າ ຂອງມື້ວັນສຸກ ທີ່ 27 ມີຖຸນານີ້ ຢູທີ່ຫ້ອງ 402 ໃນຕືກ ຣັຖສະພາ ເພື່ອແລກປ່ຽນ ຄວາມຄິດເຫັນ ແລະ ຫາວິທີທາງ ແກ້ໄຂ ບັນຫາ ຊາວເຜົ່າມົ້ງ ທີ່ຍັງຄ້າງຢູ່ ໃນສູນ ຮອງຮັບ ຊົ່ວຄາວ ທີ່ບ້ານຫ້ວຍນ້ຳຂາວ ແຂວງເພັຊບຸນ ຂອງໄທຽ ໂດຽມີ ຜູ້ຕາງໜ້າ ອົງກາຣ ຈັດຕັ້ງ ຊາວເຜົ່າມົ້ງ ໃນສະຫະຣັຖ ຫລາຍໆຄົນເຂົ້າຮ່ວມ.
ກ່ຽວກັບ ເຣື່ອງນີ້ ທ່ານ Schuyler Merritt ຜູ້ອຳນວຍກາຣ ຝ່າຍຄົ້ນຄວ້າ ຂອງສູນວິຈັຍ ນະໂຍບາຍມະຫາຊົນ ໄດ້ແຖລງ ຕໍ່ກອງປະຊຸມ ໃນຕອນໜື່ງ ວ່າ:
“ສີ່ງ ທີ່ຢາກ ຈະຍົກຂື້ນ ມາກ່າວ ໃຫ້ທີ່ປະຊຸມຮູ້ນຳນັ້ນ ກໍຄື ກາຣເປັນມາ ຂອງຊາວເຜົ່າມົ້ງ ທີ່ເປັນເຣື່ອງ ໜ້າເສົ້າໃຈ ໂດຽສະເພາະ ຍັງຖືກກັກ ຢູ່ໃນສູນ ກໍເປັນພາຄສ່ວນ ຂອງພວກທີ່ ຍັງຄ້າງຢູ່ ຕາມປ່າ ໃນເມືອງລາວ ຊື່ງເຂົາເຈົ້າ ເຄີຽໃຫ້ ຄວາມຮ່ວມມື ກັບທາງກາຣ ສະຫະຣັຖ ໃນແຕ່ປາງ ສົງຄາມວຽດນາມ ແລະ ຖ້າຫາກວ່າ ເຂົາເຈົ້າ ຫາກຖືກບັງຄັບ ສົ່ງກັບຄືນໄປ ຫາບ່ອນທີ່ ເຂົາເຈົ້າ ໄດ້ຫລົບໜີພ່າຍ ນັ້ນ ກໍອາຈຈະ ບໍ່ມີ ຄວາມປອດພັຍ”
ທ່ານ Merritt ໄດ້ເນັ້ນວ່າ: ຊາວເຜົ່າມົ້ງ ໝວດດັ່ງກ່າວ ຄວນຈະມີ ສິທ ໄດ້ຮັບ ກາຣພິຈາຣະນາ ດ້ານກາຣມີ ຖານະ ເປັນຜູ້ອົພຍົບ ເຊັ່ນດຽວ ກັບຊາວອົພຍົບ ອື່ນໆ ຍ້ອນໄດ້ພາກັນ ຫລົບໜີ ຈາກກາຣປາບປາມ ຂອງເຈົ້າໜ້າທີ່ ທາງກາຣ ສປປລາວ.