ມົ້ງລາວ ບາງສ່ວນ ເປັນຜູ້ລິ້ໄພ

ຊາວມົ້ງລາວ ທີ່ຫ້ວຍນໍ້າຂາວ ຮຽກຮ້ອງໃຫ້ ມີການ ພິຈາຣະນາ ສະພາບການ ຄືນໃໝ່ ເພາະມີພຽງ ບາງສ່ວນເປັນ ຜູ້ລີ້ໄພ ການເມືອງ
ມະນີຈັນ
2009.04.28

ຊາວມົ້ງລາວ ທີ່ບ້ານ ຫ້ວຍນໍ້າຂາວ ປະມານ 5 ພັນຄົນ ຊຶ່ງທາງການ ໄທຕຽມສົ່ງກັບ ຕາມຂໍ້ຕົກລົງ ລາວ-ໄທ ໃຫ້ສໍາເຣັດ ໃນປີ 2009 ນີ້. ຊາວມົ້ງລາວ ຮຽກຮ້ອງໃຫ້ ສະຫະ ປະຊາຊາດ ເຂົ້າມາກວດສອບ ໂດຍອ້າງວ່າ ເປັນຜູ້ລີ້ໄພ ການເມືອງ ຫາກບໍ່ແມ່ນ ກຸ່ມໜີໄພ ເສຖກິດ ຄືດັ່ງຄະນະ ອານຸກັມມະການ ຮັກສາຄວາມ ສງົບຮຽບຮ້ອຍ ຕາມແນວຊາຍແດນ ລາວ-ໄທ ໄດ້ລົງມະຕິ ໄປນັ້ນ.

ຄໍາຮຽກຮ້ອງ ດັ່ງກ່າວມີ ຂຶ້ນພາຍຫລັງ ຣັຖມົນຕຣີ ການຕ່າງ ປະເທດໄທ ຖແລງວ່າ ມົ້ງລາວຈໍານວນ ດັ່ງກ່າວຈະ ຕ້ອງຖືກສົ່ງ ກັບລາວທັງໝົດ. ທ້າວຍາເຍີທໍ້ ຕົວແທນ ມົ້ງລາວ ເຂດບ້ານ ຫ້ວຍນໍ້າຂາວ ແຂວງເພັດສະບູນ ຂອງໄທເວົ້າວ່າ:

ຂໍໃຫ້ອົງການ ນາໆຊາດແລະ ອົງການຊາວໂລກ ຕ້ອງມອງ ດີດີວ່າ ພວກມົ້ງປ່າ ໄປລາວບໍ່ໄດ້ ຢາກຮ້ອງຂໍ ໃຫ້ປະເທດໄທ ແລະປະເທດ ອະເມຣິກາ ຕ້ອງກູຊີວິດ. ຊາວມົ້ງລາວ ບ້ານຫ້ວຍນໍ້າຂາວ.

ຕາມຄໍາເວົ້າຂອງ ຍາເຍີທໍ້ ແມ່ນວ່າພວກ ເຂົາເຈົ້າຢູ່ໃນ ສະພາບແວດລ້ອມ ທີ່ກົດດັນ ຖ້າມກາງການ ກວດກາດູແລ ຢ່າງເຂັ້ມງວດ ຈາກເຈົ້າໜ້າທີ່ ທະຫານ ໃນພື້ນທີ່. ໃນນັ້ນປະມານ 400 ຄົນ ມີໃບຮັບຮອງ ເປັນບຸກຄົນ ທີ່ໜ້າເປັນຫ່ວງ POC ຈາກສະຫະປະ ຊາຊາດ ດ້ານຜູ້ອົພຍົບ UNHCR.

ແລະນັ້ນເຮັດໃຫ້ ເກີດຄວາມສັບສົນ ໂດຍຕັ້ງເປັນ ຄໍາຖາມວ່າ ດ້ວຍເຫດໃດ ທາງການລາວ ແລະໄທຈຶ່ງຖື ພວກຕົນວ່າ ເປັນກຸ່ມມົ້ງລາວ ທີ່ໜີໄພ ເສຖກິດ ຫລືໜີໄພ ຍາກຈົນ. ເມື່ອສັປດາ ທີແລ້ວ ທ່ານ ກະສິດ ພິຣົມ ໄດ້ອອກຖແລງ ຂ່າວຜ່ານທາງ ໂທຣະສັບ ຈາກນະຄອນຫລວງ Washington DC ພາຍຫລັງ ພົບປະກັບ ຣັຖມົນຕຣີການ ຕ່າງປະເທດ Hillary Clinton ວ່າການແກ້ ໃຂບັນຫາ ຊາວມົ້ງລາວ ໃນປະເທດໄທ 5 ພັນ ຄົນນັ້ນຈະຕ້ອງ ກັບຄືນລາວ ແລະຂັ້ນຕອນ ການສົ່ງກັບ ກໍເປັນໄປ ດ້ວຍຄວາມ ໂປ່ງໃສ ຍຸຕິທັມ ກວດສອບໄດ້.

ນອກຈາກນັ້ນທາງ UNHCR ກໍສາມາດ ເຂົ້າມາຮ່ວມມື ກວດສອບ ນໍາໄດ້ດ້ວຍ. ທາງດ້ານ ຂໍ້ມູນຈາກ ສູນຜູ້ອົພຍົບ Bangkok Refugee Center ທີ່ຂຶ້ນກັບ UNHCR ນັ້ນໃຫ້ລາຍ ຣະອຽດວ່າ ເຖິງແມ່ນວ່າ ຖານະ POC ຂອງມົ້ງລາວ ຈະໝົດອາຍຸ  ແຕ່ກໍ ຍັງມີຜົນ ຢູ່ໄຕ້ການ ດູແລຂອງ UNHCR  ຊຶ່ງທາງສູນ ຜູ້ອົພຍົບ ບາງກອກເຊື່ອວ່າ ທາງການໄທ ຈະໃຫ້ການ ດູແລຕາມ ເງື່ອນໃຂ ສິດທິມະນຸດ ສາກົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.