ນັກລົບເກົ່າຊາວມົ້ງ ຢາກຄືນເມືອລາວ

ນັກລົບເກົ່າ ຊາວມົ້ງລາວ ຍື່ນຟ້ອງສານ ຢາກກັບຄືນ ໄປຢູ່ລາວ.
ໂພໄຊສວັດ
2010.05.13

ນັກລົບເກົ່າຊາວ ມົ້ງລາວ ອາຍຸ 88 ປີ ທີ່ເປັນອົພຍົບ ມາຕັ້ງຖິ່ນຖານຢູ່ Fresno California ໃນ ສະຫະຮັຖ ອະເມຣິກາ ໄດ້ຫລາຍປີ ຕອນນີ້ຢາກກັບ ເມືອຕາຍ ໃນແຜ່ນດິນເກີດ ຕາມປະເພນີ ຊາວມົ້ງ. ລາວໄດ້ພົບກັບ ອຸບປະສັກ ຫຼາຍໆຢ່າງເພາະ ຣັຖບານສະຫະຮັຖ ຍັງບໍ່ຍອມໃຫ້ ລາວໄປ.

ທະນາຍຄວາມ ຂອງທ່ານ ຊີອົງ ຊື່ສົມມຸດ ກ່າວວ່າ ລູກຄວາມຂອງຕົນ ເປັນວິຣະບຸຣຸດ ສົງຄາມ. ແຕ່ນັກລົບເກົ່າ ຊາວມົ້ງລາວ ບໍ່ສາມາດກັບໄປ ບ້ານເກີດເມືອງນອນ ໄດ້ໂດຍບໍ່ມີ ໜັງສືເດີນທາງ Passport. ໜັງສືເດີນທາງ ຂອງລາວ ໄດ້ຖືກທາງການ ສະຫະຮັຖ ຍຶດໄວ້ເມື່ອລາວ ຂໍລີ້ພັຍທາງ ການເມືອງໃນ ສະຫະຮັຖ ດັ່ງນັ້ນຈຶ່ງບໍ່ ສາມາດເດີນທາງ ກັບປະເທດໄດ້ ຈົນກວ່າ ເອກກະສານ ຈະຄົບຖ້ວນ.

ທະນາຍຄວາມ ທ່ານ Ken Seeger ກ່າວວ່າ:

“ທ່ານ ຊີອົງ ເປັນຄົນທີ່ມີ ອາຍຸຫລາຍແລ້ວ ແລະ ສຸຂພາບຂອງທ່ານ ກໍບໍ່ຄ່ອຍດີ ພໍປານໃດໃນ ຫລາຍໆປີຜ່ານມາ. ທ່ານ ຊີອົງ ອາຍຸ 88 ປີ ເຄີຍຕໍ່ສູ້ຮ່ວມກັບ ກຳລັງ ທະຫານ ສະຫະຮັຖ ໃນສົງຄາມວຽດນາມ ແລະໄດ້ໂຍກຍ້າຍ ຖິ່ນຖານ ເປັນອົພຍົບ ມາຢູ່ເຂດ Visalia, ບາດນີ້ທ່ານ ຊີອົງ ຢາກກັບຄືນເມືອ ບ້ານເກີດເມືອງນອນ ເພື່ອໃຊ້ຊີວິດ ບັ້ນສຸດທ້າຍ ກັບຄອບຄົວ”.

ທະນາຍຄວາມ Ken Seeger ກ່າວອີກວ່າ:

“ມັນເປັນຄວາມ ໂສກເສົ້າ ທີ່ທ່ານ ຊີອົງ ເກງກົວວ່າຈະຕາຍ ຢູ່ສະຫະຮັຖ ນີ້ແທນທີ່ຈະໄດ້ ກັບຄືນເມືອບ້ານ ເກີດເມືອງນອນກ່ອນ”.

ອີງຕາມປະເພນີ ຂອງຊາວມົ້ງ ຫາກຜູ້ໃດ ເສັຍຊີວິດ ໂດຍບໍ່ໄດ້ເຮັດ ພິທີ ທີ່ຄົບຖ້ວນ ກໍຈະຫາທາງຂື້ນ ສວັນບໍ່ໄດ້. ແລະໃນຊຸມຊົນມົ້ງ ພວກຜູ້ເຖົ້າຜູ້ແກ່ ຢ້ານວ່າຫາກ ຕາຍຢູ່ ສະຫະຣັຖແລ້ວ ຈະຖືກນຳໄປ ຝັງຄຽງຂ້າງກັບ ຜູ້ອື່ນທີ່ບໍ່ ຄຸ້ນເຄີຍ. ທ່ານ ຊີອົງ ຍື່ນຟ້ອງ ກະຊວງຮັກສາ ຄວາມປອດພັຍ ແຫ່ງຊາດ ສະຫະຣັຖ ຕໍ່ສານເພາະ ບໍ່ຍອມສົ່ງ ໜັງສືເດີນທາງ ຂອງທ່ານຄືນໃຫ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.