ໄທ ສ້າງສຸກສາລາ ໃຫ້ຊາວມົ້ງ

ໄທ ຊ່ວຍສນັນ ສນູນເງີນ 1ລ້ານ 5ແສນບາດ ສ້າງ ສຸກສາລາ ໃຫ້ຊາວມົ້ງລາວ ເຂດບ້ານພັທນາ ຜາຫລັກ.
ມະນີຈັນ
2009.03.25

ທ່ານ ກະສິດ ພິຣົມ ຣັຖມົນຕຣີ ກະຊວງການຕ່າງ ປະເທດໄທ ເປັນຕົວແທນ ມອບເງິນ 1 ລ້ານ 5 ແສນບາດ ໃຫ້ແກ່ຝ່າຍລາວ  ເພື່ອນໍາໄປ ປຸກສ້າງ ສູນສຸກສາລາ ສໍາລັບຊາວມົ້ງ ຫ້ວຍນໍ້າຂາວ ທີ່ທາງການໄທ ສົ່ງກັບຄືນລາວ ຕາມຂໍ້ຕົກລົງ ຄວາມຮ່ວມມື ທັງ 2 ປະເທດນັ້ນ ແລະຂະນະນີ້ ອາໃສຢູ່ເຂດ ບ້ານຜາຫລັກ ເຂດແຂວງ ວຽງຈັນ. ທ່ານ ກະສິດ ພິຣົມ ກ່າວວ່າ:

ນອກຈາກນັ້ນແລ້ວ ພວກທ່ານກໍໃຫ້ ການຊ່ວຍເຫລືອ ແກ່ຣັຖບານລາວ ໃນການສ້າງ clinic ໂຮງໝໍນ້ອຍ ມູນຄ່ານຶ່ງລ້ານ 5 ແສນບາດ ເພື່ອຊ່ວຍ ດູແລ ຊາວມົ້ງທີ່ກັບ ຄືນລາວ.

ທ່ານ ກະສິດ ເດີນທາງຢ້ຽມຢາມ ລາວ ຢ່າງເປັນທາງການ ເພື່ອເຂົ້າຮ່ວມ ກອງປະຊຸມ ຄະນະ ກັມມາທິການຮ່ວມ ວ່າດ້ວຍການ ຮ່ວມມື ລາວ-ໄທ ຄັ້ງທີ 15 ແຕ່ວັນ ທີ 24 ຫາ 25 ມິນາ ນີ້ທີ່ແຂວງ ຫລວງພຣະບາງ. ປະເດັນ ກອງປະຊຸມ ກໍມີທັງ ເລື່ອງການຮ່ວມມື ຕາມແນວຊາຍແດນ, ການແກ້ໃຂ ບັນຫາ ຢາເສບຕິດ, ການຍົກ ຣະດັບ ຈຸດຜ່ານແດນ ແລະໂດຍສເພາະ ຢ່າງຍີ່ງກໍເລື່ອງ ການແກ້ໃຂ ບັນຫາ ມົ້ງລາວ ບ້ານຫ້ວຍນໍ້າຂາວ, ບັນຫາຊາວ ມົ້ງລາວ 158 ຄົນທີ່ຍັງ ຖືກກັກຢູ່ ຫ້ອງກັກກັນ ດ່ານກວດຄົນ ເຂົ້າເມືອງ ແຂວງໜອງຄາຍ. ທ່ານ ກະສິດ ພ້ອມດຽວກັນນີ້  ຍັງກ່າວເຖິງ ການສົ່ງຊາວ ມົ້ງລາວ ຈາກໄທຄືນສູ່ ສປປລາວ ວ່າ:

ທີ່ສໍາຄັນຄື ຣັຖບານລາວ ພ້ອມທີ່ຈະຮັບ ກັບແລ້ວ ລາວ ກໍສາມາດ ທີ່ຈະໃຫ້ເຮົາ ເຂົ້າໄປກວດສອບ ສພາບເປັນຢູ່ ຂອງຊາວມົ້ງ ທີ່ກັບນັ້ນວ່າ ຢູ່ ຢ່າງປອດໄພ ຫລືແນວ ໃດ.

ຊາວມົ້ງລາວ ທີ່ສູນບ້ານ ຫ້ວຍນໍ້າຂາວ ຂະນະນີ້ມີ 5 ພັນກວ່າຄົນ ຢືນຢັນຢ່າງ ເດັດຂາດວ່າບໍ່ ຂໍກັບຄືນລາວ ເຖິງແມ່ນວ່າທາງ ການໄທແລະລາວ ຈະພະຍາຍາມ ຫາວິທີການ ສົ່ງກັບໃຫ້ ສໍາເຣັດໃນປີ 2009 ນີ້ກໍຕາມ.    

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.