ກຸ່ມສິດທິມະນຸດ ຮຽກຮ້ອງ ໃຫ້ປ່ອຍ ຫົວໜ້າເຜົ່າມົ້ງ
2008.10.29

ອົງການ ສິດທິມະນຸດ HRW ທີ່ມີສູນກາງ ຢູ່ນະຄອນນິວຢອກ ສະຫະຣັດ ອະເມຣິກາ ຮຽກຮ້ອງ ໃຫ້ທາງການລາວ ປ່ອຍຕົວ ພວກຜູ້ນໍາຊາວມົ້ງ ທີ່ຖືກຈັບຂັງຄຸກ ພາຍຫລັງ ຖືກສົ່ງກັບ ຈາກໄທ, ຕາມຣາຍງານຂ່າວ ຈາກກຸງຮ່າໂນ່ຍ ໃນວັນທີ 28 ຕຸລາ 2008 ນີ້.
ຊາວມົ້ງລາວ ນັບເປັນຫລາຍພັນຄົນ ທີ່ອາໃສ ຢູ່ສູນອົພຍົບ ປະເທດໄທ ມາເປັນເວລາ ຫລາຍປີ ແລະ ໄດ້ຂໍລີ້ພັຍການເມືອງ ໃນປະເທດ ທີ 3 ໂດຍອ້າງເຖີງ ຄວາມປອດພັຍ ຍ້ອນຊາວມົ້ງ ຈໍານວນ ບໍ່ໜ້ອຍ ເຄີຍຕໍ່ສູ້ ຄຽງບ່າຄຽງໄລ່ ກັບກອງກໍາລັງ ສະຫະຣັດ ໃນສະໃໝ ສົງຄາມ ວຽດນາມ.
ນັບແຕ່ ປີ 2005 ມາ ໄທ ສົ່ງຊາວມົ້ງລາວ ກັບປະເທດ ຫລາຍກວ່າ 1500 ຄົນ ຈາກທັງໝົດ 8 ພັນຄົນ ທີ່ຢູ່ໃນສູນນັ້ນ ຂະນະທີ່ ທາງການລາວ ແລະ ໄທ ບໍ່ຍອມໃຫ້ອົງການ ສະຫະປະຊາຊາດ ດ້ານຜູ້ອົພຍົບ ຫລື UNHCR ຫລື ອົງການອຶ່ນໆ ເຂົ້າຕິດຕາມ ຂັ້ນຕອນ ການຈັດສົ່ງ ດັ່ງກ່າວ.
ອົງການ HRW ກ່າວ ໃນຖແຫລງການ ສບັບນຶ່ງ ວ່າ ທາງການລາວ ກັກຂັງຊາວມົ້ງ ຫລາຍຄົນ ທີ່ຖືກສົ່ງກັບ ຈາກໄທ ໃນປີ 2008 ນີ້. ທ່ານ Bill Frelick ຜູ້ອໍານວຍການ ຝ່າຍນະໂຍບາຍ ເວົ້າວ່າ ຣັຖບານລາວ ມີຊື່ສຽງບໍ່ດີ ເລື່ອງການປະຕິບັດ ຕໍ່ຊາວມົ້ງ ທີ່ຖືກສົ່ງກັບ ແລະ ວ່າ ການຈັບຊາວມົ້ງ ທີ່ຖືກສົ່ງກັບນັ້ນ ຢັ້ງຢືນ ເຖິງຄວາມຢ້ານກວາ ຂອງ ຊາວມົ້ງຫລາຍຄົນ ທີ່ໄດ້ບອກໃຫ້ ຮູ້ວ່າ ພວກຕົນ ອາດຖືກປະຫັດປະຫານ ຫາກຖືກສົ່ງກັບ ສປປລາວ.
ມີຊາວມົ້ງ ຫລາຍຄົນ ຖືກຈັບຂັງຄຸກ ຢູ່ທາງພາກໃຕ້ ຂອງລາວ ມາໄດ້ 3 ເດືອນກວ່າແລ້ວ ຂະນະທີ່ຫົວໜ້າ ຊາວມົ້ງ ຄົນອຶ່ນໆ ອີກຍັງຫາຍສາບສູນ. ທາງຝ່າຍລາວ ບອກວ່າ ຕົນບໍ່ໄດ້ ຈໍາແນກ ຊາວລາວເຜົ່າມົ້ງ ແລະ ຊາວມົ້ງ ທີ່ກັບຄືນ ປະເທດລາວ ແມ່ນໄດ້ຮັບ ການປະຕິບັດຕໍ່ ເປັນຢ່າງດີ.
ທ່ານ Frelick ກ່າວວ່າ ຕາບໃດ ທີ່ທາງການລາວ ແລະ ໄທ ຍັງບໍ່ອະນຸຍາດ ໃຫ້ UNHCR ເຂົ້າເຖິງຊາວມົ້ງໄດ້ນັ້ນ ອັນທີ່ເອີ້ນວ່າ ການກັບຄືນ ປະເທດລາວ ດ້ວຍຄວາມສມັກໃຈນັ້ນ ກໍບໍ່ເປັນໜ້າເຊື່ອໄດ້ເລີຍ.