ພິທີສັລເສີນທະຫານ ຜ່ານເສິກວຽດນາມ

ພິທີຍ້ອງຍໍ ສັລເສີນ ທະຫານຜ່ານເສິກ ໃນສົງຄາມ ວຽດນາມ ທີ່ຈະຈັດຂຶ້ນຢູ່ Green Bay ຣັດ Wisconsin ສະຫະຣັດ ອະເມຣິກາ ມີຄວາມໝາຍ ສໍາຄັນຍິ່ງ ສໍາລັບຊາວມົ້ງ ນັກຕໍ່ສູ້ ຄຽງຄູ່ກັບ ກອງທະຫານ ສະຫະຣັດ.
ຈໍາປາທອງ
2010.05.20

ພິທີ ຍ້ອງຍໍສັລເສີນ ທະຫານຜ່ານເສິກ ສົງຄາມວຽດນາມ ທີ່ຈະຈັດຂຶ້ນຢູ່ Green Bay ທີ່ຣັດ Wisconsin ສະຫະຣັດ ອະເມຣິກາ ມີຄວາມສຳຄັນ ສຳລັບເຫລົ່າ ທະຫານ ອະເມຣິກັນ ຊຶ່ງໄດ້ຄອງຄອຍ ມາເປັນເວລາ ດົນນານ. ຕາມລາຍງານ ຂອງນິຕຍະສານ The Stevens Point Journal ໃນວັນທີ 17 ພຶສພາ 2010.

ໃນຂະນະດຽວກັນ ລາຍງານນັ້ນກໍວ່າ ມັນມີຄວາມໝາຍ ສຳຄັນຍິ່ງ ສຳລັບຊາວມົ້ງ ນັກຕໍ່ສູ້ ຜູ້ທີ່ໄດ້ສູນເສັຍ ບ້ານເຮືອນ ຂອງພວກເຂົາເຈົ້າ ຍ້ອນສົງຄາມ ວຽດນາມ. ຊາວມົ້ງຢູ່ເຂດ Wausau ທີ່ເປັນທະຫານ ຜ່ານເສິກປະມານ 20–30 ຄົນ ຊຶ່ງໄດ້ເຄີຍເປັນ ທະຫານ ຂອງອົງການສືບລັບ ຂອງສະຫະຣັດ ທີ່ໄດ້ຕໍ່ສູ້ ຮ່ວມກັບ ສະຫະຣັດ ກໍກະວ່າຈະໄປ ເຂົ້າຮ່ວມງານທີ່ ຈະຈັດຂຶ້ນເປັນ ເວລາສາມວັນ ໂດຍຈະເລີ່ມແຕ່ ວັນສຸກ ທີ່ຈະມາເຖິງນີ້ ເປັນຕົ້ນໄປໃນເຂດ Lambeau ທີ່ Green Bay.

ທ່ານ Nao Shoua Xiong ອາຍຸ 54 ປີ ຜູ້ເປັນຮອງ ປະທານສະມາຄົມ ນັກຣົບເກົ່າລາວ ອະເມຣິກັນ ທີ່ຈະໄປເຂົ້າຮ່ວມ ໃນພິທີດັ່ງກ່າວ ເວົ້າວ່າພວກຕົນ ໄດ້ສູນເສັຽ ບ້ານເຮືອນ ສູນເສັຽປະເທດ ແຕ່ກໍບໍ່ເປັນຫຍັງ ເພາະວ່າດຽວນີ້ ສະຫະຣັດໄດ້ ເອົາພວກຕົນ ມາຢູ່ນີ້ແລ້ວ ມັນກໍຄືບ້ານເຮືອນ ຂອງຕົນເອງ.

ໃນສະມັຍສົງຄາມ ນາຍພົນວັງປາວ ຊຶ່ງເປັນຜູ້ບັນຊາການ ທະຫານມົ້ງ ຢູ່ປະເທດລາວ ໄດ້ສູ້ຣົບ ທັງເປັນຜູ້ຮັກສາ ສະຖານທີ່ຕັ້ງ radar ປິດລັບ ຂອງສະຫະຣັດ ຢູ່ທີ່ນັ້ນ, ໄດ້ຊ່ວຍກອບກູ້ ນັກບິນອະເມຣິກັນ ແລະຕັດສາຍລຳລຽງ ອາວຸດຍຸດໂທ ປະກອນ ຂອງພວກຄອມມິວນິສ ຕາມສາຍທາງ Ho Chi Minh ທີ່ພວກວຽດນາມ ເໜືອ ຂົນລົງ ໄປວຽດນາມໃຕ້.

ພາຍຫລັງສະຫະຣັດ ໄດ້ຖອນອອກຈາກ ວຽດນາມ ແລະຍຸຕິການ ຊ່ວຍເຫລືອກອງທັບ ຂອງນາຍພົນວັງປາວ ທະຫານມົ້ງ ຈຳນວນຫລວງຫລາຍ ຮວມທັງນາຍພົນ    ວັງປາວໄດ້ປະຖິ້ມ ບ້ານເຮືອນບ່ອນເກີດ ຂອງຕົນ ແລະໄດ້ໄປອາສັຍ ຢູ່ສະຫະຣັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.