ມົ້ງລາວ 40 ຄົນຫາຍໄປ
2009.03.27
ກຸ່ມມົ້ງລາວ ບ້ານຫ້ວຍນໍ້າຂາວ ສແດງຄວາມ ວິຕົກກັງວົນ ພາຍຫລັງທີ່ທາງ ການໄທໄດ້ສົ່ງ ມອບຊາວມົ້ງລາວ ຈໍານວນ 452 ຄົນກັບຄືນລາວ ເມື່ອວັນທີ 26 ມີນາ 2009 ນີ້ຊຶ່ງຜູ້ເຫັນ ເຫດການກໍ ຢືນຢັນວ່າ ທາງການໄທ ໄດ້ຈັດສົ່ງ ຊາວມົ້ງທັງໝົດ 492 ຄົນກັບຄືນ ໄປລາວ. ແຕ່ທາງການໄທ ຮັບມອບໄປ 452 ຄົນໂດຍມີມົ້ງ ລາວຈໍານວນ 40 ຄົນຫາຍຕົວໄປ. ຂະນະດຽວກັນ ບາງຄົນທີ່ເຫັນ ເຫດການນັ້ນ ເວົ້າວ່າຖືກຄຸມ ຂັງຢູ່ເຂດແຂວງ ບໍຣິຄໍາໄຊ ຕາມຄໍາເວົ້າຂອງ ແຫລ່ງຂ່າວ ທີ່ເຊື່ອຖືໄດ້
ມັນຫາຍຕົວໄປ ນີ້ຄືຄວາມຈິງ ຄົນທີ່ເຂົາ ຮູ້ຈິງໆຄື ເພີ້ຍະລີ ຊຶ່ງແຍກຕົວ ໄປກັກຂັງທີ່ ຫ້ອງຂັງແລ້ວ ເພາະວ່າ ເຂົ້າກໍບອກວ່າ ຈິງໆເລີຍຕອນ ທີ່ເຂົາຂຶ້ນຣົດ ໄປມີ 492 ຄົນຫາຍໄປ 40 ຄົນແຕ່ມີ ຫລັກຖານຈິງໆ.
ມົ້ງລາວ 5 ຄົນທີ່ທາງການ ໄທຈັບແຍກ ອອກຈາກສູນ ຫ້ວຍນໍ້າຂາວ ໄປໄວ້ທີ່ຄ້າຍ ທະຫານ ໃນເມືອງຮົ່ມເກົ້າ ແຂວງເພັດສະບູນ ຕັ້ງແຕ່ວັນທີ 5 ມີນາ 2009 ກໍຖືກ ສົ່ງກັບຄືນລາວ ພ້ອມຄອບຄົວ ໃນວັນທີ 26 ມີນາ ເຊັ່ນກັນ. ສໍາລັບມົ້ງລາວ ສ່ວນທີ່ເຫລືອ ທີ່ຍັງອາໃສ ຢູ່ສູນມົ້ງລາວ ຫ້ວຍນໍ້າຂາວ ແຂວງເພັດສະບູນ ຂອງໄທນັ້ນ ຊາບເລື່ອງດັ່ງ ກ່າວແລ້ວແລະ ກໍໄດ້ສແດງ ຄວາມເປັນຫ່ວງວ່າ ມົ້ງລາວຈໍານວນ 40 ຄົນທີ່ຖືກແຍກ ອອກມາຈາກ ກຸ່ມໃຫຍ່ນັ້ນ ຢູ່ແຫ່ງໃດ ກັນແທ້ ໃນຂະນະນີ້ ແລະ ໄດ້ຂໍຄໍາຊີ້ແຈງ ຈາກເຈົ້າໜ້າທີ່ ກ່ຽວຂ້ອງ.
ຊາວມົ້ງລາວ ສ່ວນໃຫຍ່ໃນສູນ ຫ້ວຍນໍ້າຂາວ ເຊື່ອວ່າອາຈເປັນ ໄປໄດ້ທີ່ວ່າ ທາງການ ລາວແລະໄທ ຈະຕັດມົ້ງລາວ ບາງຄົນອອກມາ ຈາກກຸ່ມໃຫຍ່ ຍ້ອນເຄີຍກະທໍາ ຜິດກົດໃນສູນ ຫ້ວຍນໍ້າຂາວ ເຊັ່ນຮວມກຸ່ມກັນ ຫລີ້ນການພນັນ ຊຶ່ງອາດໄດ້ຮັບ ໂທດຕາມກົດໝາຍ. ແຫລ່ງຂ່າວຣາຍເດີມ ເຜີຍຕໍ່ໄປວ່າ:
ໄດ້ໄປຕິດຄຸກ ເມືອງລາວ ມີ 5 ຄົນ 1. ເພີ້ລີ້ 2. ເພັ້ຽຫວ່າງ 3. ປໍ໋ມົວ 4. ໄຊຄືທໍ໊ 5. ຊາຈ່າງ ອັນນີ້ເປັນ 5 ຄົນທີ່ເຂົາໂດນ ຕິດຄຸກ.
ຝ່າຍເຈົ້າໜ້າທີ່ ລາວ ທ່ານ ເຄນນອງ ນວນທະສິງ ຮັກສາການ ໂຄສົກການຕ່າງ ປະເທດລາວ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າການສົ່ງກັບ ມົ້ງລາວ 112 ຄອບຄົວຂອງ ຝ່າຍໄທແລະລາວ ໃນຄັ້ງນີ້ ເປັນກຸ່ມທີ່ ສມັກໃຈ ກັບຄືນລາວ ທັງໝົດ.