ຢ່າງເຮີ້ ເຊື່ອວ່າ ຈົວວາຢ່າງ ຖືກຕີ

ນ້ອງຊາຍ ຂອງ ຊາວມົ້ງລາວ ຜູ້ນຶ່ງ ເຊື່ອວ່າ ອ້າຍຂອງຕົນຖືກ ທາງການທະຫານໄທ ທຳຮ້າຍຮ່າງກາຍ ຢູ່ສູນຫ້ວຍນ້ຳຂາວ
ໂພໄຊສວັດ
2009.04.01

ທ້າວຢ່າງເຮີ້ ນ້ອງຊາຍຂອງ ທ້າວຈົວວາຢ່າງ ຮຽກຮ້ອງໃຫ້ ອົງການນາໆຊາດ ແລະຜູ້ສື່ຂ່າວ BBC ຊ່ອຍພິສູດຫລັກຖານ ກໍຣະນີ ທະຫານໄທ ທໍາຮ້າຍຮ່າງກາຍ ແລະ ທໍຣະມານ ທ້າວ ຈົວວາຢ່າງ ຜູ້ເປັນອ້າຍ ຢູ່ສູນຫ້ວຍນ້ຳຂາວ ແຂວງ ເພັດຊະບູນ ປະເທດໄທ.

ທ້າວ ຢ່າງເຮີ້ ເວົ້າວ່າ ອ້າຍຂອງລາວ ທ້າວ ຈົວວາຢ່າງ ໄດ້ຖືກຈັບໂຕ ແລະນຳພາອອກ ຈາກສູນທີ່ພັກ ໃນຄືນວັນທີ 28 ມີນາ 2009 ແລ້ວກໍຖືກ ທາງການໄທທຳຮ້າຍ ຮ່າງກາຍທຸບຕີ ຈົນຫົວແຕກ ເພື່ອບັງຄັບໃຫ້ ກັບຄືນລາວ ຍ້ອນວ່າ ຈົວວາຢ່າງ ເປັນຜູ້ທີ່ທາງ ການລາວຕ້ອງການ ຫລືຜູ້ທີ່ຢູ່ ໃນບັນຊີດຳ ນອກຈາກນີ້ ຈົວວາຢ່າງ ຍັງ ເປັນຜູ້ທີ່ເຄີຍ ພາຜູ້ສື່ຂ່າວ BBC ເຂົ້າໄປເບິ່ງ ຊີວິດການເປັນ ຢູ່ຂອງມົ້ງລາວ ຂະນະ ທີ່ຫລົບໜີ ການປະຫັດປະຫານ ຂອງຣັຖບານລາວ ໃນປ່າພູນາງນອນ ແຂວງ ບໍລິ ຄຳໄຊ ສປປລາວ ເມື່ອປີ 2004. ທ້າວ ຢ່າງເຮີ້ ເວົ້າວ່າ:

ດັ່ງນັ້ນຂ້ອຍຜູ້ ເປັນນ້ອງຊາຍ ຂໍຮຽກຮ້ອງ ທາງທຸກໆ ອົງການແລະ ນັກຂ່າວ BBC ສອງຄົນທີ່ໄປ ເຫັນອ້າຍຂອງຂ້ອຍ ເມື່ອປີ 2004 ທີ່ພູນາງນອນ ເຂົ້າໄປສູນ ຫ້ວຍນ້ຳຂາວ ເພື່ອກວດກາໂຕຈິງ.

ທ້າວ ຢ່າງເຮີ້ ເວົ້າອີກວ່າ ປັດຈຸບັນນີ້ ອ້າຍຂອງລາວ ຈົວວາຢ່າງ ຍັງຖືກທາງການທະຫານໄທ ຄວບຄຸມໂຕຢູ່ຄຸກ ໃນເຂດທະຫານ ດັ່ງນັ້ນ ຈຶ່ງຂໍຮ້ອງ ເພື່ອພິສູດວ່າ ທ້າວ ຈົວວາຢ່າງ ໄດ້ຖືກທະຫານ ໄທທໍຣະມານ ແທ້ຫລືບໍ່ດັ່ງ ລາວໄດ້ເວົ້າຕໍ່ວ່າ:

ຖ້າທະຫານໄທ ບໍ່ໄດ້ທຸບຕີ ຈະຍອມດີໃຈ ຖ້າໄດ້ທຸບຕີ ທໍຣະມານ ມີຄວາມເປັນຈິງ ແລ້ວກໍຂໍໃຫ້ ທາງເຈົ້າໜ້າທີ່ ທະຫານໄທພ້ອມ ທຸກໆອົງການ ແກ້ໄຂໄປຕາມ ກົດໝາຍສາກົນ ຫວັງວ່າທາງທຸກໆ ອົງການຈະຊ່ອຍ ຕາມຄຳຮ້ອງຂໍ ນີ້ໂດຍດ່ວນ ຜູ້ນ້ອງຊາຍ ຢ່າງເຮີ້ .

ເຖິງຢ່າງໃດ ກໍຕາມ ການຈັບໂຕຜູ້ ນຳລາວມົ້ງ ໃນຊຸມຊົນ ຫ້ວຍນ້ຳຂາວ ເປັນນຶ່ງໃດແຜນ ກົດດັນບັງຄັບ ໃຫ້ຊາວມົ້ງລາວ ບ້ານຫ້ວຍນ້ຳຂາວ ສ່ວນໃຫຍ່ທີ່ຍັງ ເຫລືອຢູ່ ກັບຄືນລາວ ໂດຍສມັກໃຈ ໂດຍໄວທີ່ສຸດ. ໃນຂະນະດຽວກັນ ຣັຖມົນຕຣີ ກະຊວງການ ຕ່າງປະເທດໄທ ທ່ານ ກາສິດ ພິຣົມ ກໍໄດ້ກ່າວ ປະຕິເສດວ່າ ທາງການໄທບໍ່ ໄດ້ຈັບແລະ ທໍຣະມານ ມົ້ງລາວແຕ່ຢ່າງໃດ໋.
 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.