ອອສເຕຣເລັຍ ຈະຮັບ ເອົາຊາວເຜົ່າມົ້ງ ຈໍານວນນຶ່ງ

ປະເທດ ອອສເຕຣເລັຍ ຈະຮັບເອົາ ຊາວລາວເຜົ່າມົ້ງ 20 ຄົນ ຈາກສູນ ຊົ່ວຄາວ ທີ່ບ້ານຫ້ວຍນ້ຳ ຂາວ ເມືອງເຂົາຄໍ້ ແຂວງເພັດສະບູນ ຂອງໄທ ໄປຕັ້ງ ຖິ່ນຖານ ຢູ່ອອສເຕຣເລັຍ.
ອາວະຣີ ຣາຍງານ
2008.07.07

ຫລັງຈາກ ພົບປະຫາລື ກັບ ທ່ານ ນົບພະດົນ ປັດຕະມະ ຣັຖມົນຕຣີ ກະຊວງການຕ່າງປະເທດໄທ ​​ເມື່ອວັນສຸກ ທີ່ຜ່ານມາ ທ່ານ Stephen Smith ຣັຖມົນຕຣີ ກະຊວງ ການຕ່າງປະເທດອອສເຕຣເລັຍໄດ້ກ່າວ ​​ຕໍ່ກອງປະຊຸມນັກຂ່າວ ຢູ່ບາງກອກ ວ່າ ອອສເຕຣເລັຍ ຢາກຮັບເອົາ ຊາວເຜົ່າມົ້ງ ຈຳນວນນຶ່ງ ທີ່​​ໄດ້ຮັບ ການສຳຣວດ ຮຽບຮ້ອຍແລ້ວ ວ່າເປັນບຸກຄົນ ທີ່ມີສິດ ແລະ ຄວນໄດ້ຮັບ ການປົກປ້ອງ ນັ້ນໄປຕັ້ງຖິ່ນຖານ ຢູ່ອອສເຕຣເລັຍ.

ສ່ວນ ທ່ານ ນົມພະດົນ ປັດຕະມະ ກ່າວກອງປະຊຸມ ນັກຂ່າວ ວ່າ ປະເທໄທ ບໍ່ໄດ້ ບັງຄັບ ໃຫ້ຊາວລາວເຜົ່າມົ້ງ ກັບຄືນປະເທດ; ​ແຕ່ຊາວເຜົ່າມົ້ງເຫລົ່ານີ້ ຫລາຍໆຄົນ ​​ອ້າງວ່າ ພວກເຂົາ ຢ້ານຖືກປາບປາມ ຖ້າຫາກ ກັບຄືນໄປປະເທດລາວ.

ໃນຣະຍະນີ້ ທາງການລາວ ແລະ ໄທ ກຳລັງຂຸ້ນຂ້ຽວ ຈັດສົ່ງຊາວເຜົ່າມົ້ງ ຈາກສູນ ບ້ານຫ້ວຍນ້ຳຂາວ ທີ່ມີທັງໝົດ ເກືອບ 8,000 ຄົນນັ້ນ ກັບຄືນ ປະເທດລາວແລະ ຈະຈັດສົ່ງ ໃຫ້ສຳເຣັດ ໝົດພາຍ​​ໃນ ທ້າຍປີນີ້.

ເມື່ອວັນທີ່ 23 ​ເດືອນມິຖຸນາ ທີ່ຜ່ານມາ ທາງການໄທ ກໍໄດ້ຈັດສົ່ງ ຊາວເຜົ່າມົ້ງ ເຖິງ 837 ຄົນ ກັບຄືນລາວແລະ ເມື່ອວັນສຸກ ອົງການຂ່າວສານ ແຫ່ງຊາດ ຂອງໄທ ກໍຣາຍງານ ວ່າ ທາງການໄທ ຈະສົ່ງຊາວລາວ ເຜົ່າມົ້ງ ກັບຄືນລາວ ອີກ​ 215 ຄົນໃນສັບປະດານີ້.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.