ເຜົ່າມົ້ງ ຫ້ວຍນໍ້າຂາວ 837 ຄົນ ສມັກໃຈ ກັບບ້ານ
2008.06.22

ໃນບ່າຍ ວັນອາທິດ ທີ່ 22 ມິຖຸນານີ້ ໄດ້ມີ ພິທີມອບ ຊາວມົ້ງລາວ ທີ່ອາໃສ ຢູ່ສູນຮອງຮັບ ຊົ່ວຄາວ ບ້ານຫ້ວຍນ້ຳຂາວ ໃນແຂວງເພັດຊະບູນ ຂອງໄທ ຣະຫວ່າງ ໄທ ແລະ ລາວ ກ່ຽວຂ້ອງ ຢູ່ທີ່ ສະໂມສອນ ຕຳຣວດ ບ້ານໂພນພະເນົາ, ນະຄອນຫລວງວຽງຈັນ.
ພວກ 837 ຄົນ ນີ້ ຢູ່ໃນຈຳນວນ ພັນກວ່າຄົນ ທີ່ສມັກໃຈ ກັບປະເທດລາວ ເທື່ອນີ້ ຊຶ່ງເວົ້າ ໄດ້ວ່າ ເປັນກຸ່ມໃຫຍ່ ທີ່ສຸດ ທີ່ຖືກສົ່ງ ຈາກສູນຊົ່ວຄາວ ບ້ານຫ້ວຍນໍ້າຂາວ.
ທ່ານ ຢົ້ງ ຈັນທະລັງສີ, ໂຄສົກ ກະຊວງ ການຕ່າງປະເທດ ສປປລາວ, ເວົ້າເຖິງ ການຮັບເອົາຊາວມົ້ງລາວ ກຸ່ມນີ້ວ່າ:
“ໃນການຕ້ອນຮັບ ເທື່ອນີ້ນິ໋, ຕາມຄາດໝາຍ ຂອງພວກເຮົາ ພວກເຮົາ ຈະດໍາເນີນການ ໄວທີ່ສຸດ. ຄິດວ່າ ພາຍໃນ ຣະຫວ່າງ 5 ມື້ ຫາ 10 ມື້ ແມ່ນພວກເຮົາ ຈະສາມາດ ຖາມຂະເຈົ້າ ກ່ຽວກັບ ວ່າ ທີ່ມາທີ່ໄປ ຂອງຂະເຈົ້າ, ບ້ານເກີດ ຂອງຂະເຈົ້າ ຢູ່ໃສ, ຖ້າຫາກວ່າ ຮູ້ຈັກຄັກແນ່ແລ້ວ, ແມ່ນພວກຂ້າພະເຈົ້າ ຈະເຣີ້ມ ຄ່ອຍໆທະຍອຍ ກັບຄືນເມືອ ບ້ານເກີດ ຂອງຂະເຈົ້າ.”
ສ່ວນ ທີ່ເຫລືອ ອີກ 37 ຄອບຄົວ ຫລື ປະມານ ຮ້ອຍກວ່າຄົນ ນັ້ນ ທາງການລາວ ຂໍໃຫ້ ຝ່າຍໄທ ນຳສົ່ງ ໃນວັນທີ່ 30 ເດືອນນີ້ ເພາະຍັງ ບໍ່ພ້ອມ ທີ່ຈະຮັບຄົນ ຈຳນວນຫລາຍ ຂນາດນີ້ ດັ່ງ ທ່ານຢົ້ງ ໃຫ້ຣາຍລະອຽດ ວ່າ:
“ແມ່ນ ພວກຂ້າພະເຈົ້າ ຂໍສະລໍ ນໍາພວກເພິ່ນໄດ້ ເປັນເວລາ 1 ອາທິດ ຫາ 10 ມື້ ຄື ເຣີ້ມແຕ່ວັນທີ 30 ເປັນຕົ້ນໄປ ແມ່ນພວກຂ້າພະເຈົ້າ ຈະກຽມພ້ອມ ຕ້ອນຮັບ, ພາຍຫລັງ ທີ່ວ່າ ພວກຂ້າພະເຈົ້າ ຄ່ອຍໆທະຍອຍ ສົ່ງພວກ ທີ່ວ່າ ກັບມາ ມື້ນີ້ນິ໋ 837 ຄົນ ກັບບ້ານ.”
ການສົ່ງ ຕົວຊາວມົ້ງ ລາວກັບປະເທດ ເທື່ອນີ້ ເປັນຜົນສືບ ເນື່ອງມາຈາກ ການເຈຣະຈາ ຣະຫວ່າງ ຜູ້ນຳ ຊາວມົ້ງລາວ ແລະ ເຈົ້າແຂວງ ແຂວງເພັດຊະບູນ ທ່ານ ຕໍ່ພົງ ອຳພັນ ແລະ ແມ່ທັບ ພາກ 3 ຂອງໄທ, ພົນໂທ ສຳເຣີງ ສີວາດຳຣົງ, ພາຍຫລັງ ທີ່ຊາວມົ້ງລາວ ປະມານ 3 ຫາ 5 ພັນຄົນ ໄດ້ ພາກັນ ຍ່າງອອກຈາກ ແຄມຖນົນ ສາຍບ້ານ ຫ້ວຍ ນ້ຳຂາວ ໂດຍອ້າງວ່າ ພວກຕົນ ຈະໄປຂໍ ການຊ່ວຍເຫລືອ ຈາກຫ້ອງການ ຂ້າຫລວງໃຫຍ່ ສາຫະປະຊາຊາຕ ຝ່າຍຜູ້ອົບຍົບ (UNHCR) ທີ່ບາງກອກ ແລະ ຖືກເຈົ້າໜ້າທີ່ໄທ ກີດກັ້ນໄວ້ ກ່ອນຈະໄປຮອດ ທາງໃຫຍ່.