ສະພາບ ປະຈຸບັນ ຂອງ ຊາວມົ້ງ 56 ຄົນ ໃນ ສປປລາວ
2008.06.04
ໃນ ເວລາ ນີ້ ທາງການ ລາວ ໃກ້ ຈະ ສິ້ນສຸດ ການສືບສວນ ກ່ຽວກັບ ປະວັດ ທີ່ມາ ຂອງ ພວກ ຊາວມົ້ງ ຈຳນວນ 56 ຄົນ ຜູ້ທີ່ ສມັກໃຈ ກັບ ສປປລາວ ວ່າງ ອາທິດ ກ່ອນ ທີ່ ສູນພັກຟື້ນ ຊົ່ວຄາວ ທີ່ ແຂວງ ບໍຣິຄຳໄຊ ຊຶ່ງ ທາງການ ລາວ ກໍ ເອົາໃຈໃສ່ ເບິ່ງແຍງ ພວກ ຂະເຈົ້າ ເປັນ ຢ່າງດີ, ດັ່ງ ເຈົ້າຫນ້າທີ່ ກ່ຽວຂ້ອງ ທີ່ ແຂວງ ດັ່ງກ່າວ ເວົ້າວ່າ:
”ຢູ່ ໃນ ສູນ ຮັບຕ້ອນ ກໍ ມີ ຫລາຍ ພາກສ່ວນ. ເວົ້າ ເຣື້ອງ ສນອງ ອາຫານ ການກິນ ແລະກໍ ສນອງ ຊີວິດ ການເປັນຢູ່ ສຸຂພາບ ກໍ ບໍ່ມີ ຄວາມກົວດັນ ຫຍັງ ດອກ, ມີ ແຕ່ ວ່າ ເຂົາ ກໍ ລໍຖ້າ ຈະ ກັບ ບ້ານເກີດ ເມືອງນອນ. ຈະ ໄດ້ ເລີ້ມຕົ້ນ ຊີວິດ ໃໝ່ ນັ້ນແຫລະ.”
ທ່ານ ກ່າວເພີ້ມ ອີກວ່າ: ໃນ ເວລາ ນີ້, ທາງການ ລາວ ກຳລັງ ສືບສວນ ປະຫວັດ ທີ່ມາ ຂອງພວກ ຂະເຈົ້າ ກໍ ໃກ້ ຈະ ສຳເຣັດ ແລ້ວ. ຄຳຖາມ ສ່ວນໃຫຍ່ ກໍ ຈະແມ່ນ ປະເພດ ທີ່ ກ່ຽວກັບຖານະ ຊັບສົມບັດ ບ້ານເຮືອນ ໄຮ່ນາ ບ່ອນ ທຳມາ ຫາກິນ ໃນ ບ້ານເກີດ ເມືອງນອນ ຂອງພວກ ຂະເຈົ້າ ທີ່ ຍັງເຫລືອ ຢູ່. ຖ້າ ເຂົາ ຖືກ ສົ່ງ ກັບ ບ້ານ, ການ ທຳມາ ຫາກິນ ຂອງ ພວກ ຂະເຈົ້າ ຈະ ເຮັດແບບ ໃດ. ນອກຈາກນັ້ນ, ທາງການ ຍັງ ໄດ້ ສຳມະນາ ກ່ຽວກັບ ການຫລອກລວງ ຈາກ ກຸ່ມ ຄ້າມະນຸດ ຕຣອດຮອດ ການຊັກຊວນ ບໍ່ໃຫ້ ພວກ ຂະເຈົ້າ ຖາງປ່າ ຈູດໄຮ່ ຖ້າ ຈະ ກັບ ບ້ານເກີດ ເມືອງນອນ ຂອງ ພວກ ຂະເຈົ້າ. ໃນ ສູນ ພັກພື້ນ ທີ່ ແຂວງ ບໍຣິຄຳໄຊ ກໍ່ ມີ ການຮັບຕ້ອນ ເປັນຢ່າງດີ ດ້ວຍ ການແຈກຍ້າຍ ອາຫານ ການກິນ ໃນ ແຕ່ ລະມື້. ນອກຈາກນັ້ນ, ກໍມີ ການ ກວດສຸຂພາບ ໃຫ້ ແກ່ ພວກ ຂະເຈົ້າ ນຳອີກ. ໃນ ກຸ່ມ ຊາວມົ້ງ 56 ຄົນ ທີ່ ປະກອບ ດ້ວຍ 17 ຄອບຄົວ ນີ້, ມີ 2 ຄອບຄົວ ທີ່ ໄປ ຈາກ ແຂວງບໍຣີຄຳໄຊ ເອງ. ສ່ວນ ອີກ 15 ຄອບຄົວ ນັ້ນ, ມາ ຈາກ ແຂວງ ຫລວງພຣະບາງ, ຊຽງຂວາງ ແລະ ວຽງຈັນ. ໃນ ຕົ້ນ ອາທີິດໜ້າ, ທາງການ ລາວ ຈະສົ່ງ ພວກ ຂະເຈົ້າ ກັບ ບ້ານເກີດເມືອງນອນ ໝົດ, ບໍ່ໄດ້ ໄປ ຕັ້ງ ຖິ່ນຖານ ທີ່ ບ້ານ ພັທນາ ຜາຫັລກ ແຕ່ ຢ່າງໃດ ເພາະ ພວກຂະເຈົ້າ ຍັງມີ ໄຮ່ນາ ບ່ອນ ທຳມາ ຫາກິນ ແລະ ຍາດ ພີ່ນ້ອງ ຢູ່ ໃນ ເຂດ ດັ່ງກ່າວ ຢູ່.
ຄຳສັບ ຊອກຫາຂໍ້ມູນ: ຊາວມົ້ງລາວ hmong