ການບໍຣິການຂອງໂຮງໝໍເມືອງ ແລະສຸກສາລາ ຢູ່ຕ່າງແຂວງແລະພື້ນທີ່ຫ່າງໃກ ນອກຈາກບໍ່ໄດ້ ມາຕຖານແລ້ວ-ຍັງຊຸດໂຊມນໍາອີກ
2008.02.28
ເຖີງແມ່ນວ່າການຂະຫຍາຍຕາໜ່າງ ສາທາຣະນະສຸກໄດ້ກວມເອົາປະມານ 90ສ່ວນຮ້ອຍໃນທົ່ວປະເທດແລ້ວ ແຕ່ການໃຫ້ບໍຣິການຂອງໂຮງໝໍເມືອງ ແລະສຸກສາລາຫລື ສູນອານາໄມຢູ່ຕ່າງແຂວງແລະພື້ນທີ່ຫ່າງໄກ ສ່ວນໃຫຍ່ແມ່ນບໍ່ໄດ້ມາຕຖານແລ້ວ ຍັງມີສະພາບຊຸດໂຊມນໍາອີກ -ຕາມຄໍາເວົ້າຂອງເຈົ້າໜ້າທີ່ກ່ຽວຂ້ອງທ່ານນຶ່ງ ໃນວັນທີ27ກຸມພາ2008ນີ້. ບາງແຫ່ງ ມີສຸກສາລາແຕ່ຂາດພະນັກງານ-ແພດໝໍແລະ ອຸປະກອນ-ເຄື່ອງມືການແພດແລະຢາປົວພະຍາດ ອັນຈໍາເປັນ-ຍັງຂາດເຂີນ. ສຸກສາລາບາງແຫ່ງ ຈົນເກືອບບໍ່ມີຜູ້ເຂົ້າໄຊ້ບໍຣິການ ເນື່ອງຈາກວ່າບາງຄັ້ງ ບໍ່ມີພະນັກງານແພດປະຈໍາເລີຍ ແລະບາງແຫ່ງກໍເປ່ເພ-ບໍ່ເປັນລະບຽບ ຍ້ອນຂາດຄວາມຮັບຜິດຊອບ ໃນການປົກປັກຮັກສາຂອງທ້ອງຖີ່ນ. ສ່ວນໂຮງໝໍເມືອງ ກໍເຊັ່ນດຽວກັນ ໂດຍສະເພາະໂຮງໝໍເມືອງທີ່ຕັ້ງຢູ່ແຂວງ ທີ່ບໍ່ຄ່ອຍຈະເຣີນແລະພື້ນທີ່ຫ່າງໃກສອກຫລີກ.
ແລະເມື່ອນໍາບັນຫາຕ່າງໆ ຂຶ້ນສູ່ກະຊວງສາທາຣະນະສຸກ ທາງກະຊວງກໍຈະວ່າ ທັງໝົດນີ້-ຍ້ອນການຂາດເຂີນງົບປະມານ ຫລືແຫລ່ງທຶນເພື່ອມາຊື້ອຸປະກອນການແພດ, ຢາປົວພະຍາດແລະ ປົກປັກ ຮັກສາສະຖານທີ່. ນອກຈາກນີ້ ດ້ານບຸກຄະລາກອນ-ແພດໝໍ-ກໍບໍ່ພຽງພໍ ຊຶ່ງຄໍາຕອບຈາກກະຊວງສາທາຣະນະສຸກນີ້ ກໍແມ່ນໄດ້ກ່າວມາເປັນເວລາສີບໆປີ ມາແລ້ວ-ກໍຍັງບໍ່ມີຫຍັງດີຂຶ້ນ. ສ່ວນດ້ານບຸກຄະລາກອນ-ແພດໝໍບໍ່ພຽງພໍນັ້ນ ອະດີດທ່ານໝໍຫລືແພດຊົນນະບົດ ທ່ານນຶ່ງ ກໍບອກວ່າ ນັກສຶກສາແພດສາດແຕ່ລະປີຮຽນຈົບ ມີຈໍານວນຫລາຍແລະພ້ອມ ທີ່ຈະອອກໄປປະຕິບັດງານໃນເຂດຊົນນະບົດ. ແຕ່ເງິນເດືອນ ນອກຈາກຈະໜ້ອຍແລ້ວ ຍັງຂາດໆເຂີນໆ -ຄືບາງເດືອນກໍໄດ້ຮັບ ບາງເດືອນກໍບໍ່ໄດ້ຮັບ ແລະບາງຄັ້ງ-3-4ເດືອນ ຈຶ່ງໄດ້ຮັບເງິນເດືອນເທື່ອນຶ່ງ ແລະນີ້ກໍຄືສາເຫດຕົ້ນຕໍຂອງການຂາດບຸກຄະລາກອນ ດ້ານແພດ ແລະ ຖ້າທາງການບໍ່ເອົາໃຈໃສ່ ບັນຫາທັງໝົດທີ່ເວົ້າມານັ້ນ ກໍຄົງຈະຍືດຍາວຕໍ່ໄປ -ທ່ານກ່າວໃນທີ່ສຸດ.
ມະນີຈັນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ນະຄອນຫລວງວຽງຈັນ ກຳລັງເຜຊີນ ກັບບັນຫາກາຣຂາດແຄນ ຊີ້ນໝູ ແລະຍີ່ງເຮັດໃຫ້ ຣາຄາຊີ້ນໝູ ຖີບຕົວສູງຂື້ນ
- ບໍຣິສັທອົສເຕຣເລັຽຈະລົງມືຂຸດຄົ້ນບໍ່ແຮ່ທາຕແຫ່ງທີ່ 3 ຢູ່ລາວໃນໄວໆນີ້
- ການພັດທະນາ ເຂດເສຖະກິດພິເສດ ສວັນ-ເຊໂນ ຄືບໜ້າໄປແດ່ແລ້ວ ໃນສາມພາກສ່ວນ ເຂດພັດທະນາ A, B, C
- Hamidon Ali ປະທານ ແລະຮອງປະທານ ຄະນະບໍຣິຫານ ອົງການຢູນີເຊພ ໄດ້ໄປຢ້ຽມຢາມ ໂຄງການພັດທະນາ ການສຶກສາ ໃຫ້ແກ່ເດັກນ້ອຍ ໃນ ສປປລາວ
- ແຂວງຫົວພັນ ເຜຊີນກັບບັນຫາ ກາຣແພ່ຂຍາຍ ຂອງຢາບ້າ ແລະເຮໂຣອິນ ທີ່ເຂົ້າມາຈາກ ຊາຍແດນ ທາງເໜືອຂອງລາວ
- ນັກທ່ອງທ່ຽວ ໝື່ນພະລາດ ທີ່ທ່າເຮືອ ເມືອງຊຽງແສນ ຂອງໄທ
- ທາງການລາວ ອະນຸຍາດ ໃຫ້ເອກຊົນ ຈາກວຽດນາມ ລົງມືກໍ່ສ້າງ ເຂື່ອນເຊກອງ 3 ທີ່ມີຄວາມສາມາດ ຜລິດກະແສໄຟຟ້າ ໄດ້ 250 ເມກາວັດ
- ອົງການຕ້ານ ໂຣກເອສ ຂອງລາວ ແລະຫ້ອງການ ຕ້ານໂຣກເອສ ຂອງ ສະຫະປະຊາຊາດ ໄດ້ລົງສຳຣວດ ແລະເກັບກຳຂໍ້ມູນ ຜູ້ປ່ວຍໃນ 6 ແຂວງ ຂອງລາວ
- ບັນຫາການສໍ່ລາດ ບັງຫລວງ ໃນລາວ ໂດຍສະເພາະ ໃນດ່ານຂົວມິຕະພາບ ລາວ-ໄທ ແຫ່ງທີ່ນຶ່ງ ຍັງດຳເນີນ ກັນຢູ່ຢ່າງກ້ວາງຂວາງ ຍ້ອນວ່າມາຕະການ ຕໍ່ຕ້ານ ການສໍ່ລາດບັງຫລວງ ຂອງທາງການລາວ ບໍ່ເອົາຈິງເອົາຈັງ
- ບໍຣິສັດຂຸດຄົ້ນຄຳ Pan Australia ລາຍງານ ໃນ ວັນທີ 25 ກຸມພາ ນີ້ວ່າທາງບໍຣິສັດ ໄດ້ພົບເຫັນ ແຮ່ທາດຄຳ ແລະເງິນຈາກໜ້າດິນ ເລິກລົງໄປຫາພື້ນດິນ ທາງບໍຣິສັດ ໄດ້ພົບເຫັນ ແຮ່ທາດຄຳ ແລະເງິນຈາກໜ້າດິນ ເລິກລົງໄປຫາພື້ນດິນ 378 ແມດ