ອົງການ World Vision ມອບ ຢາ ປົວພະຍາດ ແລະ ອຸປະກອນ ການແພດ ໃຫ້ ສປປລາວ

ອົງການ World Vision ໄດ້ ມອບ ການຊ່ວຍເຫລືອ ດ້ານການແພດ ໃຫ້ ແກ່ ຣັຖະບານລາວ ປະເພດ ຢາ ປົວພະຍາດ ແລະ ອຸປະກອນ ການແພດ ຄິດ ເປັນ ມູນຄ່າ ປະມານ US$ 1,800,000.- ຈໍານວນ ຊ່ວຍເຫລືອ ດັ່ງກ່າວ ນີ້, ຈະ ນໍາໄປ ແຈກຢາຍ ໃຫ້ ໂຮງພະຍາ ບານ ແຂວງ ຫລວງພະບາງ, ບໍຣິຄໍາໄຊ, ແລະ ສວັນະເຂດ. ອົງການ World Vision ເປັນ ອົງການ ທີ່ ເອົາໃຈໃສ່ ໃນ ການພັດທະນາ ເດັກນ້ອຍ ໄດ້ກ່າວ ໃນ ພິທີ ມອບ ການຊ່ວຍເຫລືອ ນີ້ ວ່າ: ຈະ ສືບຕໍ່ ຮ່ວມມື ກັບ ທາງການລາວ ເພື່ອ ຮັປະກັນ ວ່າ ເດັກນ້ອຍ ແລະ ຜູ້ຍິງ ໃນ ທົ່ວ ປະເທດລາວ ສາມາດ ເຂົ້າ ເຖິງ ການບໍຣິການ ດ້ານການແພດ.
ສົມເນ ຣາຍງານ
2008.05.30

ລາຍງານ ຂອງ ທະນາຄານ ໂລກ ວ່າ: ໃນ ຂະນະ ທີ່ ການບໍຣິການ ດ້ານ ສາທາຣະນະສຸກ ຂອງ ລາວ ຖືກ ປັບປຸງ ໃຫ້ ດີຂື້ນ ນັ້ນ, ລະບົບ ສາທາຣະນະສຸກ ຂອງ ລາວ ຍັງ ບໍ່ສາມາດ ໃຫ້ ການບໍຣິການ ດ້ານ ສຸຂະ ອານາໄມ ແກ່ ປະຊາຊົນ ໄດ້ດີ ພໍ. ໂຄງການ ຮັກສາ ສຸຂະພາບ ຂອງ ແມ່ ແລະເດັກ ຍັງ ຢູ່ ໃນ ລະດັບ ຕໍ່າຢູ່, ຖ້າ ທຽບໃສ່ ກັບ ປະເທດ ໄກ້ຄຽງ. ທ່າອ່ຽງ ຂອງ ການສັກຢາ ປ້ອງກັນ ໂຣກ ຕ່າງໆ ຍັງ ຢູ່ ໃນ ອັຕຣາ ຕໍ່າ ທີ່ ໜ້າເປັນຫ່ວງ. ອັຕຣາ ການເຂົ້າເຖິງ ນໍ້າ ສະອາດແລະ ສຸຂະ ອານາໄມ ດີ ຍັງຕໍ່າ. ໂຕເລກ ຄັ້ງ ລ້າສຸດ ແຈ້ງວ່າ ປະມານ 30% ຂອງ ປະຊາກອນ ໄດ້ມີ ລະບົບ ອານາໄມ ທີດີ ແດ່, ແລະ 40% ທີ່ ເຂົ້າເຖິງ ລະບົບ ນໍ້າ ສະອາດ. ລາຍງານ ວ່າ ຣັຖະບານ ລາວ ໄດ້ ອີງໃສ່ ການຊ່ວຍເຫລືອ ຕ່າງ ປະເທດ ຫລາຍ ທີ່ສຸດ ໃນ ດ້ານ ສາທາຣະນະສຸກ ແລະໂຄງການ ສັກຢາ ປ້ອງກັນ ຕ່າງໆ. ງົປະມານ ລາຍຈ່າຍ ສໍາລັບ ສາທາຣະນະສຸກ ຂອງ ລາວ ນັບແຕ່ ປີ 2002-2007 ເພີ້ມ ຂື້ນ; ແຕ່ວ່າ ໃນ ຂ້າງໜ້າ ນີ້, ລາຍຈ່າຍ ທັງໝົດ ທາງ ດ້ານ ສາທຣະນະສຸກ ຫລຸດລົງ ເປັນອັນດັບ.

ຄຳສັບ ຊອກຫາຂໍ້ມູນ: ການຊ່ວຍເຫລືອ aid

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.