ບໍ່ຖູແຂ້ວ ມີຄວາມສ່ຽງຕໍ່ ໂຣກຫົວໃຈ

ຄົນບໍ່ຖູແຂ້ວ ມື້ນຶ່ງສອງເທື່ອ ມີຄວາມສ່ຽງ ຕໍ່ໂຣກຫົວໃຈ
ມະນີຈັນ
2010.05.28

ນັກຄົ້ນຄວ້າຊາວ ອັງກິດ ໄດ້ສຶກສາເບິ່ງ ຜູ້ໃຫຍ່ ໃນ Scotland ຈໍານວນເກືອບ 12 ພັນຄົນ ແລະພົບວ່າຄົນ ບໍ່ມີການ ອະນາມັຍປາກ   70 ເປີເຊັນ ມີຄວາມສ່ຽງ ເປັນໂຣກຫົວໃຈ. ຖ້າປຽບທຽບໃສ່ ພວກຄົນທີ່ຖູແຂ້ວ ວັນລະສອງເທື່ອ ແລະພວກຄົນທີ່ ບໍ່ຄ່ອຍມີບັນຫາ ເລື່ອງເຟັນຟືມ. ຄົນທີ່ມີພຍາດ ກ່ຽວກັບເຟັນຟືມ ປາກົດວ່າຈະ ພັທນາ ເປັນໂຣກຫົວໃຈ ແລະໂຣກເບົາຫວານ ຫລາຍກວ່າ ຍ້ອນເກີດການ ອັບເສບ ໃນຮ່າງກາຍ ຮວມທັງອັກເສບ ໃນປາກ ແລະເຟັນຟືມ ທີ່ເຮັດໃຫ້ເສັ້ນ ເລືອດຕັນ: 

ທ່ານ Richard Watt ຈາກ ມະຫາວິທະຍາລັຍ College London ຜູ້ນໍາພາການ ສຶກສານັ້ນກ່າວ. ທ່ານວ່າສໍາລັບ ຄົນທີ່ສູບຢາ ສ່ຽງເປັນ ໂຣກຫົວໃຈເຖິງ 135 ເປີເຊັນ. ການສຶກສາເບິ່ງ ການຖູແຂ້ວ ທີ່ພິມເຜີຍແຜ່ ໃນນິຕິຍະສານ ການແພດຂອງອັງກິດ ວັນສຸກນີ້ ຖືເປັນການສຶກສາ ເບິ່ງເປັນ ເທື່ອທໍາອິດວ່າ ການຖູແຂ້ວຫຼາຍ ເທື່ອ ຕາມທັມມະດາ ໃນແຕ່ລະມື້ ຈະເຮັດໃຫ່ສ່ຽງຕໍ່ ການເປັນໂຣກຫົວໃຈ ແນວໃດບໍ່. ຜົລປາກົດກໍຄື ການທໍາຄວາມ ສະອາດປາກ ທົ່ວໄປແລ້ວ ແມ່ນດີ.

62 ເປີເຊັນ ຂອງຄົນທີ່ເຂົ້າຮ່ວມ ການສຶກສານັ້ນ ບອກວ່າ ໄປຫາໝໍແຂ້ວ ທຸກໆ 6 ເດືອນ ແລະມີ 71 ເປີເຊັນ ບອກວ່າ ຖູແຂ້ວມື້ລະ 2 ເທື່ອ. ຂໍ້ມູນ ການສຶກສາ ບົ່ງບອກວ່າ ພວກຄົນທີ່ ບໍ່ຖູແຂ້ວເລື້ອຍ ສ່ຽງເປັນໂຣກຫົວໃຈ ສູງເຖິງ 70 ເປີເຊັນ ຖ້າທຽບໃສ່ຄົນ ທີ່ຖູແຂ້ວ ມື້ລະ 2 ເທື່ອ. ພຍາດເຟັນຟືມ ຫລື Gum disease ເປັນການ ອັກເສບ ຂອງເຍື່ອຫລື  tissue ທີ່ຫູ້ມແຂ້ວ ແລະ ກໍປາກົດວ່າ ຈະເກີດຂຶ້ນກັບຄົນ ທີ່ບໍ່ມັກຖູແຂ້ວເປັນປະຈໍາ.            

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.