A/H1N1 ເປັນໂຣຄອັນຕຣາຍ ຕໍ່ເດັກທີ່ເລືອດ ຜິດປົກກະຕິ
2009.12.09
ນັກສຳຣວຈວິຈັຍ ເຊື້ອໂຣຄ ຈາກມະຫາວິທຍາລັຍກາຣແພທ John Hopkins ໄດ້ເປີດເຜີຽຜົລຂອງ ກາຣວິຈັຍໃນມື້ວັນຈັນ ຜ່ານມານີ້ວ່າ ໃນຈຳນວນເດັກນ້ອຍ ທີ່ເປັນພຍາຄ Sickle cell 118 ຄົນ ທີ່ເປັນຫວັດແລະ ໄປຮັກສາປິ່ນປົວ ຢູ່ໂຮງພຍາບາລ John Hopkins ແຕ່ເດືອນກັນຍາ 1993 ຫາ ເດືອນພຶສຈິກາ 2009 ຜ່ານມານີ້ ມີ28ຄົນຕິດເຊື້ອໄວຣັສ A/H1N1 ທີ່ຣະບາດຂຶ້ນແຕ່ ເດືອນເມສາຜ່ານມານີ້ນັ້ນ.
ພ້ອມດຽວກັນນີ້ ຜົລຂອງກາຣສຳຣວຈ ວິຈັຍກໍແສດງ ໃຫ້ເຫັນອີກວ່າ ຈຳພວກເດັກນ້ອຍ ທີ່ເປັນໄຂ້ຫວັດ ທັມມະດາ ແລະໂຣຄໄຂ້ຫວັດໝູ A/H1N1 ມີສະພາບແບບດຽວກັນ ຕ່າງແຕ່ວ່າ ພວກທີ່ເປັນໄຂ້ຫວັດໝູ ສາຍພັນໃໝ່ນີ້ນັ້ນ ມີອາກາຣຮ້າຍແຮງກວ່າ ອາກາຣທີ່ເປັນໄຂ້ ທັມມະດາ ຊຶ່ງນອກຈາກມີ ຄີງຮ້ອນ ເປັນໄອຂີ້ມູກໄຫລ ນ້ຳລາຍຍ້ອຍແລ້ວນັ້ນ ພວກທີ່ເປັນ ພຍາທ Sickle cell ຍິ່ງມີອາກາຣ ໜັກຕື່ມອີກ ໂດຽສະເພາະທີ່ມີ ອາກາຣເຈັບໜ້າເອິກ ແລະອາຈເຖິງຂັ້ນ ອັນຕຣາຍເສັຽຊີວີຕ ຍ້ອນກໍເປັນໄດ້ ຖ້າຫາກບໍ່ນຳເຂົ້າ ຮັກສາປິ່ນປົວ ຢ່າງຮີບດ່ວນ.