ເຄື່ອງວັດແທກ ກວດເຊື້ອໂຣຄ ໃນສນາມບີນ

ສນາມບີນ ໃນລາວ ຍັງລໍຖ້າ ຄຳສັ່ງຈາກ ທາງການໄປ ຕິດຕັ້ງເຄື່ອງ ວັດແທກ ອຸ່ນນະພູມ ໃນຮ່າງກາຍ ເພື່ອກວດສອບໂຣຄ ໄຂ້ຫວັດຫມູ ຈາກຜູ້ໂດຍສານ ແລະນັກທ່ອງທ່ຽວ.
ສິດນີ
2009.04.29

ເຈົ້າຫນ້າທີ່ ທີ່ສນາມບີນ ວັດໃຕ ໃຫ້ການວ່າ ເທົ່າເຖີງ ປັດຈຸບັນ ທີ່ສນາມບີນ ວັດໃຕ ນະຄອນ ຫລວງວຽງຈັນ ຍັງບໍ່ໄດ້ ຕິດຕັ້ງເຄື່ອງ ວັດແທກ ອຸນນະພູມ ໃນຮ່າງ ກາຍຜູ້ໂດຍສານ ຫລືນັກທ່ອງທ່ຽວ ທີ່ເດີນທາງເຂົ້າ ມາລາວເທື່ອ ຄາດວ່າພາຍໃນ 2-3 ວັນ ກະຊວງ ສາທາຣະນະສຸກ ອາດຈະສົ່ງ ຫນ່ວຍງານ ອອກມາ ປະຕິບັດ ການແລະຕິດຕັ້ງ ເຄື່ອງຈັກດັ່ງກ່າວ ດັ່ງທ່ານກ່າວ ໃນຕອນນື່ງວ່າ:

ທາງສາທາ ຣະນະສຸກ ຂະເຈົ້າມາ ຕິດຕັ້ງໃວ້ ສມັຍໂຣຄຊາສ ດົນແລ້ວ ເຄື່ອງແມ່ນຂອງ ສາທາ ຣະນະສຸກ ປະຈຳຢູ່ ສນາມບີນ ນີ້ນື່ງເຄື່ອງ ບໍ່ທັນເຫັນ ທາງ ສາທາ ຣະນະສຸກມາ.

ທ່ານວ່າ ເຄື່ອງທີ່ມີ ໃນສນາມບີນ ວັດໃຕ ນື່ງເຄື່ອງນັ້ນ ແມ່ນຂອງ ບໍຣີຈາກ ຈາກປະເທດ ສີງກະໂປ ມາຕີດຕັ້ງ ໃນປີ 2002 ໃນຊ່ວງທີ່ມີ ການຣະບາດ ໂຣຄຊາສ ຊື່ງໃນ ເວລານີ້ ຍັງບໍ່ທັນ ຕິດຕັ້ງເພື່ອ ກວດສອບໂຣຄ ໄຂ້ຫວັດຫມູ ເທື່ອຍັງລໍຖ້າ ຄຳສັ່ງຈາກ ຂັ້ນເທີງ.

ສຳລັບນັກ ທ່ອງທ່ຽວຊາວ ຕ່າງຊາດທີ່ເດີນ ທາງເຂົ້າອອກ ສປປລາວ ກໍ່ປາກົດວ່າ ຍັງມີຢູ່ຕາມ ປົກກະຕິ ບໍ່ມີການກວດ ສອບຂະເຈົ້າ ແຕ່ຢ່າງໃດ ໃນບັນຫາ ເຮື້ອງນີ້ ແລະໃນເວລາ ດຽວກັນ ກໍ່ຍັງບໍ່ມີ ການລາຍງານ ກ່ຽວກັບການ ຕິດເຊື້ອເທື່ອ ໃນລາວ ດັ່ງນາງ ແສງຈັນ ເພັດແກ້ວ ເຈົ້າຫນ້າທີ່ ສນາມບີນ ວັດໃຕ ໃຫ້ການວ່າ:

ປັດຈຸບັນນີ້ ຍັງບໍ່ມີເທື່ອ ຫົວຫນ້າບໍ່ທັນ ໄດ້ແຈ້ງການບອກ ເທື່ອແລ້ວກໍ່ບໍ່ ມີເຫດການຫຍັງ ເກີດຂື້ນເທື່ອ ທັງພາຍໃນ ແລະຕ່າງປະເທດ ປັດຈຸບັນ ເຫດການຍັງ ປົກກະຕິ.

ການຣະບາດຂອງ ເຊື້ອໂຣຄ ໄຂ້ຫວັດຫມູ ທີ່ ເມກຊີໂກ ທີ່ເຮັດໃຫ້ຄົນ ເສັຽຊີວີດກວ່າ 150 ຄົນແລ້ວນັ້ນ ໄດ້ລາມໄປໃນ ຫລາຍປະເທດ ໃນໂລກ ອົງການ ອະນາໄມ  ໂລກໄດ້ເລື່ອນຂີດ ອັນຕຣາຍຂື້ນ ເປັນຣະດັບສີ່ ເກືອບຣອດ ຂີດສຸງສຸດ ໃນເວລານີ້ ຊື່ງທາງການ ລາວ ກໍ່ເອົາໃຈໃສ່ ເປັນຢ່າງດີ ໃນແຜນການ ຕ້ານໂຣຄດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.