ແຂວງເຊກອງ ກຽມ ຕ້ານໄພ ຍຸງມະເລເຣັຍ

ແຂວງເຊກອງ ກໍາລັງ ລົງສຸຂສຶກສາ ແລະ ຄວບຄຸມ ການຣະບາດ ຂອງໄຂ້ປ່າ ມະເລເຣັຍ ພາຍຫລັງ ທີ່ມີ ການແຜ່ຣະບາດ ໃນ ເຂດສອກຫລີກ ຫ່າງໄກ.
ຈະເຣີນສຸກ ຣາຍງານ
2008.05.23

ເຊື້ອໄຂ້ປ່າ ມະເລເຣັຍ ໄດ້ຣະບາດ ໃນ ເຂດສອກຫລີກ ຫ່າງໄກ ແຂວງເຊກອງ, ຊຶ່ງເຮັດໃຫ້ ເຈົ້າໜ້າທີ່ ກ່ຽວຂ້ອງ ຕ້ອງ ໄດ້ລົງໄປ ສຸຂສຶກສາ ແລະ ຄວບຄຸມ ການຣະບາດ ດັ່ງກ່າວ ເນື່ອງຈາກ ວ່າ ໃນຊ່ວງ ຣະດູຝົນ, ຍຸງ ສາມາດ ແຜ່ພັນ ໄດ້ ຢ່າງວ່ອງໄວ, ອີງຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ຜແນກ ສາທາຣະນະສຸກ ແຂວງເຊກອງ ໃນ ມື້ວັນສຸກ ນີ້.

“ດຽວນີ້ ປະກົດວ່າ ສ່ວນໃຫຍ່ ມັນຈະເປັນ ມະເລເຣັຍ ກໍາລັງ ສິເຣີ້ມ ເພາະວ່າ ໜ້າຝົນ ນີ້ ດຽວນີ້ ຂະເຈົ້າ ກໍາລັງ ເຮັດເຣື້ອງ ຍ້ອມມຸ້ງ ເຂດ ຊົນນະບົດ ສ່ວນຫລາຍ ເຮັດລໍາບາກ ຢູ່ໄດ໋ ເພາະວ່າ ມັນຢູ່ນໍາ ພູ ນໍາຫຍັງໄປ.”

ໃນ ເຂດ ເມືອງກະລຶມ ແລະ ເມືອງດັກຈຶງ ເຣີ້ມມີ ຊາວບ້ານ ຫລາຍຄົນ ເປັນໄຂ້ປ່າ ມະເລເຣັຍ ເນື່ອງຈາກວ່າ ຂະເຈົ້າ ໄປທໍາມາ ຫາກິນ ຕາມພູຜາ ປ່າດົງ. ທາງການ ກ່ຽວຂ້ອງ ຈຶ່ງໄດ້ ຮີບສົມທົບ ກັນ ລົງພື້ນທີ່ ຕ່າງໆ ເພື່ອ ສຸຂສຶກສາ ແລະ ແຈກຢາຍ ມຸ້ງຍ້ອມຢາ ໃຫ້ແກ່ຊາວບ້ານ, ພ້ອມກັບ ການ ຍົກຣະດັບ ຄວາມສາມາດ ຂອງ ສຸຂສາລາ ຂັ້ນບ້ານ ໃນເຂດ 2 ເມືອງ ດັ່ງກ່າວ ໃຫ້ ສາມາດ ບົ່ງມະຕິ ແຕ່ຫົວທີ ແລະ ປິ່ນປົວ ຊາວບ້ານ ໃນ ຂັ້ນພື້ນຖານ ໄດ້.

ໃນ ສ່ວນ ຂອງ ໂຣກ ໄຂ້ເລືອດອອກ, ຊຶ່ງມີ ສາເຫດ ມາຈາກ ຍຸງ ເຊັ່ນດຽວກັນ ນັ້ນ, ໃນ ແຂວງເຊກອງ ເວລານີ້ ຍັງບໍ່ທັນ ພົບພໍ້ ບັນຫານີ້ ແຕ່ຢ່າງໃດ, ເນື່ອງຈາກວ່າ ແຂວງ ດັ່ງກ່າວ ບໍ່ແມ່ນ ເມືອງ ຊຸມຊົນໃຫຍ່ ແອອັດ; ແຕ່ ທາງການ ກໍກຽມ ມາຕການ ຮັບມື ປ້ອງກັນ ພະຍາດ ດັ່ງກ່າວ ນີ້ ເປັນທີ່ ຮຽບຮ້ອຍ ແລ້ວ.

ເມື່ອຕົ້ນປີນີ້ ແຂວງເຊກອງ ກໍມີ ການຣະບາດ ຂອງ ໂຣກຖອກທ້ອງ ຢ່າງ ຮຸ່ນແຮງ ມາແລ້ວ ເພາະ ການຂາດແຫລ່ງນໍ້າ ທີ່ ສະອາດ ໄວ້ອຸປະໂພກ ບໍຣິໂພກ ແລະ ເຮັດໃຫ້ ມີຊາວບ້ານ ຈໍານວນນຶ່ງ ເສັຍຊີວິດ.

ເຖິງຢ່າງໃດ ກໍຕາມ, ແຂວງດັ່ງກ່າວ ຍັງຕ້ອງການ ຄວາມຊ່ອຍເຫລືອ ດ້ານສາທາຣະນະສຸກ ຈາກສາກົນເພີ້ມຕື່ມຢູ່ເລື້ອຍໆ ເພື່ອຍັບຍັ້ງ ບັນຫາໂຣກຣະບາດ ຢ່າງຮ້າຍແຮງ ທີ່ອາດ ເກີດຂຶ້ນໄດ້.

ຄຳສັບ ຊອກຫາຂໍ້ມູນ: ໂຣກຣະບາດ communicabledisease

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.